ສອງພາກສ່ວນ ຫວນຄືນມູນເຊື້ອ ວັນສ້າງຕັ້ງ ສະຫະພັນກຳມະບານ ຄົບຮອບ 63 ປີ

0
1345

ກະຊວງສາທາລະນະສຸກ ແລະ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນຊື້ອ ວັັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 63 ປີ ( 1 ກຸມພາ 1956-1 ກຸມພາ 2019 ) ໃນວັນທີ 8 ກຸມພາ 2019, ເພື່ອໃຫ້ພະນັກງານ-ລັດຖະກອນ ພາຍໃນສອງກະຊວງມີຄວາມຮັບຮູ້ ແລະ ເຂົ້າໃຈຄວາມໝາຍ-ຄວາມສໍາຄັນຂອງວັນດັ່ງກ່າວ; ໃຫ້ກຽດປາຖະກະຖາໂດຍ ທ່ານ ຕົງເຢຢາງ ຢົງເຊັງ  ແລະ ທ່ານ ສີມູນ ອຸ່ນລາສີ ຮອງປະທານສູນກາງສະຫະພັນກຳມະບານລາວ.

ເປັນປະທານໂດຍ ທ່ານ ຕົງເຢຢາງ ຢົງເຊັງ ຂອງກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ

ທ່ານ ຕົງເຢຢາງ ຢົງເຊັງ ແລະ ທ່ານ ສີມູນ ອຸ່ນລາສີ ໄດ້ຍົກໃຫ້ ເຫັນບາດກ້າວທີ່ສຳຄັນແຫ່ງການກຳເນີດ  ແລະ ເຕີບໃຫຍ່ຂະຫຍາຍຕົວຂອງອົງການຈັດຕັ້ງກຳມະບານລາວ ວັນທີ 1 ກຸມພາ 1956 ສູນກາງພັກ ໄດ້ມີມະຕິຕົກລົງສ້າງຕັ້ງ ຫ້ອງການກຳມະບານລາວຂຶ້ນຢ່າງເປັນທາງການ ຢູ່ເຂດທີ່ໝັ້ນແຂວງຫົວພັນ.

ພາກສ່ວນທີ ເຂົ້າຮ່ວມ ກະຊວງໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ

ໄດ້ມອບໃຫ້ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ ພາຍໃຕ້ການຊີ້ນຳຂອງຄະນະນຳສູນກາງພັກ ເພື່ອສືບຕໍ່ໂຄສະນາຂົນຂວາຍ, ເຕົ້າໂຮມກຳມະກອນ, ຊາວຜູ້ອອກແຮງງານລາວບັນດາເຜົ່າ ໃຫ້ມີຄວາມຕື່ນຕົວປະຕິວັດ, ມີນ້ຳໃຈຮັກຊາດ, ມີທັດສະນະຊົນຊັ້ນກຳມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ, ສົ່ງເສີມການມີວຽກເຮັດງານທຳ ແລະ ເປັນຕົວແທນ ໃຫ້ແກ່ການປົກປ້ອງສິດ, ຜົນປະໂຫຍດອັນຊອບທຳ ໃຫ້ແກ່ຊົນຊັ້ນກຳມະກອນ, ຊາວຜູ້ອອກແຮງງານ ລາວບັນດາເຜົ່າ, ກາຍເປັນກຳລັງ ແຮງເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ເປັນເຈົ້າການໃນການຕໍ່ສູ້ກູ້ຊາດ, ປົກປັກຮັກສາ, ສ້າງສາ ແລະ ພັດທະນາປະເທດຊາດ ຕາມເສັ້ນທາງກ້າວຂຶ້ນສູ່ສັງຄົມນິຍົມ.

ກະຊວງສາທາລະນະສຸກ

ຜ່ານຂະບວນວິວັດແຫ່ງການຕໍ່ສູ້ພາຍໃຕ້ ຄັນທຸງເອກະລາດ ແລະ ປະຊາທິປະໄຕ ຂອງພັກ-ຂອງຊາດ, ອົງການຈັດຕັ້ງກຳມະບານລາວ ນັບແຕ່ໄດ້ຮັບການສ້າງຕັ້ງຂຶ້ນມາກໍໄດ້ຕັ້ງໜ້າເຄື່ອນໄຫວ, ກໍ່ສ້າງ, ປັບປຸງບູລະນະການຈັດຕັ້ງຂອງຕົນ ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຢ່າງບໍ່ຢຸດຢັ້ງ. ນັບແຕ່ນັ້ນມາພັກ ແລະ ລັດຖະບານລາວ ໄດ້ກຳ ນົດເອົາ ວັນທີ 1 ກຸມພາ ເປັນວັນ ສ້າງຕັ້ງອົງການຈັດຕັ້ງກຳມະບານລາວ ຂອງທຸກໆປີ.

ພາກສ່ວນທີ ເຂົ້າຮ່ວມ ກະຊວງສາທາລະນະສຸກ

ໃນໂອກາດນີ້, ກະຊວງສາທາລະນະສຸກ ຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກກຳມະບານ ຈໍານວນ 35 ຮາກຖານ ທີ່ປະຕິບັດຂໍ້ແຂ່ງຂັນ 5 ເປັນເຈົ້າ  ຜ່ານໄດ້ຕາມຄາດໝາຍ; ໃນນັ້ນ, ປະເພດ 1. ມີ 15 ຮາກຖານ, ປະເພດ 2. ມີ 14 ຮາກຖານ ແລະ ປະເພດ 3 ມີ 2 ຮາກຖານ ໃຫ້ກຽດມອບໂດຍ ທ່ານ ຄໍາເພັດ ມະນີວົງ ຫົວໜ້າກົມແຜນການ ແລະ ການຮ່ວມມື ທັງເປັນປະທານສະຫະພັນກຳມະບານ ກະຊວງສາທາລະນະສຸກ.

ກະຊວງສາທາລະນະສຸກ ໄດ້ມອບໃບຍ້ອງຍໍໃຫ້ສະມາຊິກກຳມະບານ ໃຫ້ກຽດມອບໂດຍ ທ່ານ ຄໍາເພັດ ມະນີວົງ