ປາຖະກະຖາມູນເຊື້ອ ວັນສ້າງຕັ້ງກຳລັງຄຸມຂັງ-ດັດສ້າງ ຄົບຮອບ 55 ປີ

0
1599

ກົມຕໍາຫຼວດຄຸມຂັງ-ດັດສ້າງ ກະຊວງ ປກສ ຈັດພິທີປາຖະກະຖາມູນເຊື້ອ ວັນສ້າງຕັ້ງກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ ຄົບຮອບ 55 ປີ ( 9 ກຸມພາ 1964-9 ກຸມພາ 2019 ) ໃນວັນທີ 8 ກຸມພາ 2019, ປາຖະກະຖາໂດຍ ພົຈວ ພູມີ ວັນດີໄຊ ຮອງປະທານຄະນະກໍາມາທິການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ປະຈໍາ ສະພາແຫ່ງຊາດ, ມີ ຫົວໜ້າ-ຮອງກົມ, ຄະນະກົມ, ຫົວໜ້າ-ຮອງຫ້ອງ, ຫົວໜ້າ-ຮອງແຕ່ລະຄ້າຍຄຸມຂັງ, ພະນັກງານ-ຮັກຮົບ ທົ່ວກົມຕໍາຫຼວດຄຸມຂັງ-ດັດສ້າງ ເຂົ້າຮ່ວມ.

ພົຈວ ພູມີ ວັນດີໄຊ ກ່າວວ່າ:

ເລົ່າຮົບຄຸມຂັງ-ດັັດສ້າງ ແມ່ນໜຶ່ງໃນກໍາລັງປະກອບອາວຸດທີ່ແຫຼມຄົມ ໄດ້ກໍາເນີດເຕີບໃຫຍ່ໃນຂະບວນການຕໍ່ສູ້ປົດປ່ອຍຊາດ ຕ້ານຈັກກະພັດຜູ້ຮຸກຮານ ແລະ ຂະຫຍາຍຕົວໃນເງື່ອນໄຂການເຕີບໃຫຍ່ເຂັ້ມແຂງຂອງ ກໍາລັງປ້ອງກັນຄວາມສະຫງົບປະຊາຊົນ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ຮັບປະກັນໃຫ້ບ້ານ, ເມືອງ ແລະ ສັງຄົມມີຄວາມສະຫງົບປອດໄພ, ເລົ່າຮົບຄຸມຂັງ-ດັດສ້າງມີບົດບາດສໍາຄັນ ໃນການຮັບປະກັນຄວາມສະຫງົບປອດໄພ ຢູ່ບັນດາຄ້າຍຄຸມຂັງ-ດັດສ້າງ ທັງໄດ້ໃຊ້ວິທີການ ແລະ ມາດຕະການຢ່າງເໝາະສົມ

ພິທີປາຖະກະຖາມູນເຊື້ອວັນສ້າງຕັ້ງກໍາລັງຕໍາຫຼວດຄຸມຂັງ-ດັດສ້າງ

ໃນການຄຸ້ມຄອງ, ປ້ອງກັນ, ສຶກສາອົບຮົມຕໍ່ນັກໂທດ, ຜູ້ຖືກດັດສ້າງຕາມແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດເວົ້າລວມ, ເວົ້າສະເພາະຕາມທິດທາງແຜນການຂອງອົງຄະນະພັກກົມ ແນ່ໃສ່ເຮັດໃຫ້ເຂົາເຈົ້າດັດປັບປ່ຽວແປງແນວຄິດ, ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍາຜິດຂອງຕົນກັບກາຍມາເປັນພົນລະເມືອງທີ່ດີ ຂອງສັງຄົມພາຍຫຼັງພົ້ນໂທດ ຫຼື ພົ້ນການດັດສ້າງອອກໄປແລ້ວບໍ່ກັບມາກະທໍາຜິດອິກ.

ນັບແຕ່ມື້ສ້າງຕັ້ງມາເຖິງປັດຈຸບັນ ເລົ່າຮົບຄຸມຂັງ-ດັດສ້າງສາມາດຍາດໄດ້ໄຊຊະນະພົ້ນເດັ່ນຫຼາຍດ້ານ ເຊັ່ນ: ການກໍ່ສ້າງກໍາລັງວິຊາສະເພາະໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງດ້ານຈໍານວນພົນມີປະສິດທິຜົນສູງ ແລະ ມີຄຸນນະພາບ, ມີຄວາມຊຳນິຊຳນານດ້ານວຽກງານວິຊາສະເພາະ

ຫົວໜ້າ-ຮອງກົມ, ຄະນະກົມ, ຫົວໜ້າ-ຮອງຫ້ອງ, ຫົວໜ້າ-ຮອງແຕ່ລະຄ້າຍຄຸມຂັງ, ພະນັກງານ-ຮັກຮົບ ທົ່ວກົມຕໍາຫຼວດຄຸມຂັງ-ດັດສ້າງ ເຂົ້າຮ່ວມ

ເປັນຕົ້ນແມ່ນວຽກງານສຶກສາອົບຮົມ ແລະ ຈັດຕັ້ງນໍາພາບັນຊານັກໂທດ, ຜູ້ຖືກດັດສ້າງຝຶກວິຊາອາຊີບ, ອອກແຮງງານທໍາການຜະລິດ, ແກ້ໄຂຊີວິດການເປັນຢູ່ຂອງພວກເຂົາເຈົ້າ ໃນເວລາປະຕິບັດໂທດ-ດັດສ້າງຜ່ານການສໍາເລັດອອກສູ່ສັງຄົມ ຫຼາຍຄົນສາມາດນໍາເອົາວິຊາອາຊີບທີ່ໄດ້ຮໍ່າຮຽນຢູ່ໃນລະຫວ່າງປະຕິບັດໂທດ, ຖືກດັດສ້າງ ເພື່ອນໍາມາໝູນໃຊ້ເຂົ້າໃນວຽກງານສຸດຈະລິດຢູ່ໃນສັງຄົມ, ສາມາດລ້ຽງຕົນເອງ ແລະ ຄອບຄົວໃຫ້ກາຍ ເປັນຕົວແບບໃນການສ້າງເສດຖະກິດຄອບຄົວ ຂອງບ້ານເມືອງ ແລະ ຂອງແຂວງຈໍານວນໜຶ່ງ.