ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຂະແໜງພາຍໃນ

0
1456

ກະຊວງພາຍໃນ ໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂຶ້ນໃນວັນທີ 12-13 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດ ໂດຍການເປັນປະທານຂອງ ທ່ານ ຄໍາໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ມີຮອງລັດຖະມົນຕີ, ຫົວໜ້າຫ້ອງການ ແລະ ຫົວໜ້າກົມຈັດຕັ້ງ-ພະນັກງານ ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ບັນດາຮອງເຈົ້າແຂວງ, ຮອງເຈົ້າຄອງນະຄອນຫຼວງ, ບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ເຈົ້ານະຄອນ-ຮອງເຈົ້ານະຄອນ ແລະ ຫົວໜ້າພະແນກພາຍໃນແຂວງ-ນະຄອນຫຼວງ ທົ່ວປະເທດ ພ້ອມດ້ວຍພະນັກງານ-ວິຊາການກະຊວງພາຍໃນ ເຂົ້າຮ່ວມ.

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານ ຂະແໜງພາຍໃນ

ໃນກອງປະຊຸມ, ທ່ານ ປອ ທອງຈັນ ມະນີໄຊ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານ ປະຈໍາປີ 2018 ແລະ ທິດທາງແຜນການ ປະຈໍາປີ 2019 ຂອງກະຊວງພາຍໃນ ໃຫ້ຮູ້ວ່າ:

ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ

ໂດຍໄດ້ຍົກໃຫ້ເຫັນຜົນງານຂົງເຂດລັດຖະກອນ ໂດຍສະເພາະວຽກງານຄຸ້ມຄອງລັດຖະກອນ ໄດ້ມີການພັດທະນາ ແລະ ຫັນໄປສູ່ການຄຸ້ມຄອງດ້ວຍກົດໝາຍ ແລະ ນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຮັດໃຫ້ການຄິດໄລ່ ແລະ ເບີກຈ່າຍເງິນເດືອນມີຄວາມວ່ອງໄວ່ ຫຼຸດຜ່ອນຄວາມຜິດພາດທາງດ້ານຂໍ້ມູນ ສາມາດກວດກາຈໍານວນລັດຖະກອນທີ່ມີໜ້າຕົວຈິງ ພະນັກງານ-ລັດຖະກອນໄດ້ຮັບການສົ່ງເສີມ ພັດທະນາຄວາມຮູ້ ຄວາມສາມາດ ແລະ ໄດ້ຮັບນະໂຍບາຍຕາມທີ່ໄດ້ລະບຸໄວ້ໃນກົດໝາຍ ແລະ ລະບຽບການ; ປັດຈຸບັນ, ລັດຖະກອນທົ່ວປະເທດມີ 184.871 ຄົນ ຍິງ 85.023 ຄົນ ທຽບໃສ່ຈຳນວນພົນລະເມືອງ ເທົ່າກັບ 2,8%.

ຮອງລັດຖະມົນຕີ, ຫົວໜ້າຫ້ອງການ ແລະ ຫົວໜ້າກົມຈັດຕັ້ງ-ພະນັກງານ ບັນດາກະຊວງ, ອົງການລັດທຽບເທົ່າກະຊວງ, ອົງການຈັດຕັ້ງມະຫາຊົນຂັ້ນສູນກາງ ແລະ ບັນດາຮອງເຈົ້າແຂວງ ທີ່ ເຂົ້າຮ່ວມ

ໃນປີ 2019 ກະຊວງພາຍໃນ ຈະສືບຕໍ່ຊຸກຍູ້ບັນດາກະຊວງ-ອົງການຂັ້ນສູນກາງ ແລະ ທ້ອງຖິ່ນໃນການດຳເນີນການປະເມີນການປະຕິບັດວຽກງານຂອງລັດຖະກອນ ໂດຍນຳໃຊ້ລະບົບການສັງລວມປະເມີນຜົນຕາມແບບຟອມທີ່ກຳນົດໄວ້ ພ້ອມທັງສະຫຼຸບລາຍງານການຈັດຕັ້ງປະຕິບັດໃຫ້ຂັ້ນເທິງຮັບຊາບ, ສືບຕໍ່ນຳສະເໜີຮ່າງຍຸດທະສາດພັດທະນາພະນັກງານ-ລັດຖະກອນ, ຮ່າງຈັນຍາບັນຈອງພະນັກງານ-ລັດຖະກອນ ແລະ ຍຸດທະສາດສົ່ງເສີມຄວາມສະເໝີພາບບົດບາດຍິງ-ຊາຍຂອງພະນັກງານ-ລັດຖະກອນ ແລະ ຍຸດທະສາດພັດທະນາພະນັກງານ-ລັດຖະກອນ ຮອດປີ 2025 ເຂົ້າດອງປະຊຸມລັດຖະບານ.

ຮອງເຈົ້າຄອງນະຄອນຫຼວງ, ບັນດາເຈົ້າເມືອງ-ຮອງເຈົ້າເມືອງ, ເຈົ້ານະຄອນ-ຮອງເຈົ້ານະຄອນ ແລະ ຫົວໜ້າພະແນກພາຍໃນແຂວງ-ນະຄອນຫຼວງ ທົ່ວປະເທດ ພ້ອມດ້ວຍພະນັກງານ-ວິຊາການກະຊວງພາຍໃນ ເຂົ້າຮ່ວມ

ພ້ອມດຽວກັນນີ້, ທ່ານ ຄໍາມູນ ວິພົງໄຊ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຜ່ານບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານ 3 ສ້າງໃນໄລຍະຜ່ານມາວ່າ:

ພາກສ່ວນທີ່ ເຂົ້າຮ່ວມໃນ ກອງປະຊຸມ

ອົງການປົກຄອງທ້ອງຖິ່ນ ໄດ້ຍົກລະດັບຄວາມສາມາດໃນການບໍລິຫານທ້ອງຖິ່ນຂອງຕົນ ມີສິດຕັດສິນບັນຫາ ແລະ ມີຄວາມຮັບຜິດຊອບຕໍ່ການພັດທະນາຮອບດ້ານຢູ່ຂັ້ນທ້ອງຖິ່ນຫຼາຍຂຶ້ນ ພິເສດ ມີ 3 ເມືອງ ໄດ້ປະກາດສ້າງເປັນນະຄອນ ຄື : ນະຄອນຫຼວງພະບາງ ນະຄອນໄກສອນພົມວິຫານ ແລະ ນະຄອນປາກເຊ. ທຸກແຂວງໄດ້ຜັນຂະຫຍາຍມະຕິ 25 ແລະ ຄຳສັ່ງ 34 ກ່ຽວກັບວຽກງານ 3 ສ້າງ ອອກເປັນນິຕິກຳຂອງແຂວງ ແລະ ກຳນົດເປົ້າໝາຍ ຮອດປີ 2020 ໃນທົ່ວປະເທດຈະສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ 75 ເມືອງ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ 1.383 ບ້ານ.

ກະຊວງພາຍໃນ

ນອກຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານການຈັດຕັ້ງປະຕິບັດບາງວຽກງານຈຸດສຸມ ເປັນຕົ້ນແມ່ນ ວຽກງານປັບປຸງກົງຈັກການຈັດຕັ້ງລັດ, ວຽກງານຄຸ້ມຄອງລັດຖະກອນ, ການຈັດຕັ້ງປະຕິບັດວຽກງານແກ້ໄຂເຂດແດນເຊື່ອມຕໍ່ ແລະ ບາງເນື້ອໃນຄຳແນະນຳການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍທະບຽນຄອບຄົວ ແລະ ຜູ້ແທນກອງປະຊຸມຍັງຈະໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຕໍ່ສອງບົດສະຫຼຸບ.