ຄບສ ຈະສືບຕໍ່ຊີ້ນຳ-ນຳພາ ພະນັກງານເຮັດວຽກວິຊາສະເພາະໃຫ້ມີຄຸນນະພາບ

0
1394

ຕໍ່ໜ້ານີ້, ຄະນະພັກ-ຄະນະບັນຊາ ຄະນະບັນນາທິການຂ່າວສານ ປກສ (ຄບສ) ກົມໃຫຍ່ການເມືອງ ກະຊວງ ປກສ ຈະສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາສະມາຊິກພັກ ແລະ ພະນັກງານ-ນັກຮົບ ໃຫ້ມີຄວາມຕື່ນຕົວຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ເປັນຕົ້ນການ ເຜີຍແຜ່ຂໍ້ມູນຂ່າວສານຕ່າງໆໂດຍຜ່ານໜັງສືພິມ, ໂທລະພາບ, ວາລະສານ ແລະ ວິທະຍຸ ໃຫ້ມີຄວາມຖືກຕ້ອງ, ຊັດເຈນ ເພື່ອເຮັດໃຫ້ວຽກງານ ດັ່ງກ່າວມີຄຸນນະພາບ.

ຄະນະປະທານ

ກອງປະຊຸມສະຫຼຸບວຽກງານຂອງຄະນະບັນນາທິການຂ່າວສານ ປກສ ປະຈຳປີ 2018 ແລະ ທິດທາງແຜນການປີ 2019 ໃນວັນທີ 14 ກຸມພາ 2019, ເປັນກຽດເຂົ້າຮ່ວມໂດຍ ພົຈວ ອຸ່ນຫຼ້າ ວົງພະຈັນ ຮອງຫົວໜ້າ
ກົມໃຫຍ່ການເມືອງ ກະຊວງ ປກສ, ເປັນປະທານຂອງ ພັອ ສີພັນດອນ ຫວ່າງບົວຊົງ ຫົວໜ້າ ຄບສ, ມີແຂກຮັບເຊີນ, ບັນດາຄະນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ພະນັກງານພາຍໃນ ຄບສ ເຂົ້າຮ່ວມ,

ພັອ ສີພັນດອນ ຫວ່າງບົວຊົງ

ພັທ ພອນສະຫວັນ ອຸດົມເພັດ ຮອງຫົວໜ້າ ຄບສ ຜ່ານບົດສະຫຼຸບ ວ່າ:

ໃນປີ 2019,  ຄະນະພັກ-ຄະນະບັນຊາ ຄບສ ແຕ່ລະຂັ້ນຈະສືບຕໍ່ຊີ້ນຳ-ນຳພາພະນັກງານ ໃຫ້ຕັ້ງໜ້າເຮັດວຽກ ງານວິຊາສະເພາະຂອງແຕ່ລະຂົງເຂດວຽກງານໃຫ້ມີຜົນສຳເລັດ ໂດຍສະເພາະແມ່ນວຽກງານໜັງສືພິມ: ສືບຕໍ່ປັບປຸງເນື້ອໃນ, ຮູບແບບ ແລະ ສີສັນຂອງໜັງສືພິມຄວາມສະຫງົບ ໃຫ້ມີເນື້ອໃນອຸດົມສົມບູນ, ສາມາດດຶງດູດຄວາມສົນໃຈຈາກຜູ້ອ່ານ ໃຫ້ນັບມື້ນັບຫຼາຍຂຶ້ນເລື້ອຍໆ ແລະ ຈຳກັດຂໍ້ຜິດພາດໃຫ້ໜ້ອຍລົງ;

ພັທ ພອນສະຫວັນ ອຸດົມເພັດ

ວຽກງານໂທລະພາບ: ສືບຕໍ່ປັບປຸງລາຍການຕ່າງໆຂອງສະຖານີໃຫ້ໄດ້ອອກອາກາດເປັນປົກກະຕິ ຮັບປະກັນທາງດ້ານ ປະລິມານ ແລະ ຄຸນນະພາບ, ສຸມໃສ່ປັບປຸງການຜະລິດລາຍການໃຫ້ມີເນື້ອໃນລະອຽດ, ຖືກຕ້ອງ, ວ່ອງໄວ ແລະ ເປັນທີ່ນິຍົມຈາກສັງຄົມ;

ວຽກງານວາລະສານ: ສືບຕໍ່ປັບປຸງວາລະສານ ໃຫ້ມີສີສັນຫຼາຍຮູບແບບ, ຊຸກຍູ້ລົງເຄື່ອນໄຫວເກັບກຳຂໍ້ມູນຂ່າວ ສານຕ່າງໆ, ຮີບໂຮມ ແລະ ຈັດລຽງບົດຈາກພາກສ່ວນອື່ນໆສົ່ງເຂົ້າມາເພື່ອກວດແກ້ເນື້ອໃນໃຫ້ຖືກຕ້ອງ, ແຫຼມຄົມທັງທິດສະດີ ແລະ ພຶດຕິ ກຳຕົວຈິງ ແລະ ສືບຕໍ່ພິມ-ຈັດໜ້າວາລະສານ ເພື່ອສົ່ງເຂົ້າໂຮງພິມໃຫ້ໄດ້ອອກເປັນປົກກະຕິແຕ່ລະເດືອນ. 

ພັທ ຄຳແສງ ທຳມະວົງ

ວຽກງານວິທະຍຸ: ຈະສືບຕໍ່ເອົາໃຈໃສ່ຜະລິດລາຍການວິທະຍຸ ໃຫ້ໄດ້ອອກອາກາດຂອງສະຖານີຢ່າງຕໍ່ເນື່ອງ ໂດຍເອົາໃຈໃສ່ຕິດຕາມກວດກາເຄື່ອນເຕັກນິກຮັບໃຊ້ວຽກງານວິຊາສະເພາະ, ການນຳໃຊ້ພາສາລາວຂອງໂຄສົກໃຫ້ມີຄວາມຖືກຕ້ອງບໍ່ຊອດກະຈາ, ຕິດຕາມໂຄງການສ້າງສະຖານີເຄື່ອຂ່າຍວິທະຍຸ FM 101,5 ຕາມການອະນຸມັດຂອງກະຊວງ ປກສ ຢູ່ບັນດາເເຂວງ ໃຫ້ໄດ້ອອກອາກາດຢ່າງເປັນປົກກະຕິ ເພື່ອຮັບປະກັນໃຫ້ວຽກງານໂຄສະນາຂ່າວສານ ປກສ ມີການພັດທະນາກ້າວຂຶ້ນຢ່າງບໍ່ຢຸດຢັ້ງ.

ແຂກຮັບເຊີນ, ບັນດາຄະນະພັກ-ຄະນະບັນຊາ, ສະມາຊິກພັກ ແລະ ພະນັກງານພາຍໃນ ຄບສ ເຂົ້າຮ່ວມ

ຕະຫຼອດໄລຍະປີ 2018 ຜ່ານມາ, ຄະນະພັກ-ຄະນະບັນຊາ ຄບສ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ ເຮັດໜ້າທີ່ວຽກງານວິຊາສະເພາະຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນດ້ວຍຄວາມຮັບຜິດຊອບສູງໃນການໂຄສະນາຂ່າວສານຕ່າງໆ ອອກສູ່ສັງຄົມ ແລະ ມີຜົນສຳເລັດສູງສະແດງອອກ ຄື: ໄດ້ປັບປຸງຄໍລໍາໃຫ້ມີຄວາມສອດຄ່ອງ, ເຂັ້ມງວດ ແລະ ມີເນື້ອໃນດີຂຶ້ນ, ມີຄວາມຖືກຕ້ອງຕາມຫຼັກການຂອງໜັງສືພິມ, ມີແຜນການລະອຽດ, ມອບໝາຍຄວາມຮັບຜິດຊອບໃຫ້ບຸກຄົນໃນການສຳພາດຂໍ້ມູນຂ່າວສານ, ຖ່າຍຮູບ, ຂຽນບົດ-ຂ່າວ, ການແປ ແລະ ຮຽບຮຽງພາສາຕ່າງປະເທດ, ຄະດີຕ່າງແດນ,

ຄບສ ຈະສືບຕໍ່ຊີ້ນຳ-ນຳພາ ພະນັກງານເຮັດວຽກວິຊາສະເພາະໃຫ້ມີຄຸນນະພາບ

ອອກແບບຈັດໜ້າໜັງສືພິມຄວາມສະຫງົບ ມີຄວາມຮັບປະກັນ, ຖືກຕ້ອງ ແລະ ສົ່ງເຂົ້າໂຮງພິມທັນເວລາ; ເຊິ່ງຜ່ານມາສາມາດພິມ-ຈຳໜ່າຍໜັງສືພິມ ສົ່ງທົ່ວປະເທດ ໄດ້ 528.000 ສະບັບຕໍ່ປີ; ໄດ້ຜະລິດລາຍການໂທລະພາບອອກອາກາດຂອງສະຖານີ ໂດຍຜ່ານດາວທຽມດ້ວຍລະບົບ (ຊີແບນ) ອອກອາກາດຕະຫຼອດ 24 ຊົ່ວໂມງ, ໂດຍມີລາຍການທັງໝົດ 29 ລາຍການ;

ໃນນີ້, ລາຍການຜະລິດເອງ 18 ລາຍການ, ຮ່ວມກັບພາກສ່ວນອື່ນ 11 ລາຍການ; ໄດ້ປັບປຸງວາລະສານ ປກສ ໃຫ້ມີຮູບແບບສີສັນ ແລະ ສວຍງາມ ທັງປັບປຸງຄຸນນະພາບພະນັກງານ, ວິທີການເຮັດວຽກໃຫ້ມີຄວາມສອດຄ່ອງກັບວຽກງານຕົວຈິງ ຈາກການເຂົ້າຫົວວາລະສານດ້ວຍກາເຟີ ມາເປັນ ກາວຮ້ອນ,

ຄະນະພັກ-ຄະນະບັນຊາ ຄະນະບັນນາທິການຂ່າວສານ ປກສ (ຄບສ) ກົມໃຫຍ່ການເມືອງ ກະຊວງ ປກສ

ສາມາດພິມຈັດໜ້າ ແລະ ສົ່ງເຂົ້າໂຮງພິມເປັນປົກກະຕິມີຍອດແຈກຢາຍ ຈໍານວນ 12.000 ຫົວຕໍ່ປີ ແລະ ໄດ້ເອົາໃຈໃສ່ຜະລິດລາຍການ ວິທະຍຸ FM 101,5 MHZ ເພື່ອ ສົ່ງອອກສະຖານີ ເຊິ່ງປັດຈຸບັນມີລາຍການທັງໝົດ 24 ລາຍການ, ຈັດເອງ 11 ລາຍການ, ຮ່ວມກັບພາກສ່ວນອື່ນ 13 ລາຍການ ແລະ ໄດ້ນຳພາພະນັກງານເຄື່ອນໄຫວກວດແກ້ຂ່າວ, ຈັດລາຍການ 24 ຊົ່ວໂມງ, ບັນທຶກລາຍການ, ຕັດຕໍ່ສຽງ ແລະ ຕິດຕາມລະບົບຄວບຄຸມເຄື່ອງສົ່ງຢູ່ຕ່າງແຂວງເປັນປົກກະຕິ; ພ້ອມນັ້ນ, ຍັງໄດ້ຈັດລາຍການອອກອາກາດແຕ່ລະວັນອີກດ້ວຍ ເພື່ອຮັບປະກັນຮັບໃຊ້ສັງຄົມຢ່າງມີປະສິດທິພາບ.