ກອງກໍ່ສ້າງ-ສ້ອມແປງ ສະຫຼຸບການປະບັດວຽກງານ ປະຈຳປີ 2018

0
1801

ກອງກໍ່ສ້າງ-ສ້ອມແປງ ກົມໃຫຍ່ພະລາທິການ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວປະຕິບັດວຽກງານ ປະຈຳປີ 2018 ແລະ ວາງທິດທາງຈຸດສຸມ ປະຈຳປີ 2019 ຂຶ້ນໃນວັນທີ 13 ກຸມພາ 2019, ເປັນປະທານໂດຍ ພົຈວ ກິແກ້ວ ເນົາວະລັດ ຮອງຫົວໜ້າ ກົມໃຫຍ່ພະລາທິການ ປກສ, ມີຕາງໜ້າກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ.

ພັທ ພູທອນ ພົນໂພສີລາຫົງ ຫົວໜ້າກອງກໍ່ສ້າງ-ສ້ອມແປງ ຂຶ້ນຜ່ານບົດສະຫຼຸບໃຫ້ຮູ້ວ່າ:

ພົຈວ ກິແກ້ວ ເນົາວະລັດ

ຕະຫຼອດໄລຍະປີ 2018 ຜ່ານມາ, ຄະນະພັກ-ຄະນະບັນຊາກອງ ກໍ່ສ້າງ-ສ້ອມແປງ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາພະນັກງານ-ນັກຮົບເຄື່ອນໄຫວຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ເປັນປົກກະຕິ ແລະ ມີຜົນສຳເລັດ ເຊິ່ງສະແດງອອກຄື: ວຽກງານກໍ່ສ້າງ-ສ້ອມແປງ ໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກທີ່ໄດ້ຮັບຢູ່ແຕ່ລະພາກສະໜາມໂຄງການກໍ່ສ້າງ-ສ້ອມແປງ ໃຫ້ຖືກຕ້ອງຕາມການຄິດໄລ່ທີ່ໄດ້ສັນຍາກັບເຈົ້າຂອງໂຄງການເພື່ອຈັດຕັ້ງປະຕິບັດໃຫ້ສຳເລັດ ຕາມກຳນົດເວລາໃນນັ້ນ,

ຕາງໜ້າກົມກອງອ້ອມຂ້າງ ພ້ອມດ້ວຍພະນັກງານ-ນັກຮົບ ເຂົ້າຮ່ວມ

ໄດ້ຮັບການຈັດຕັ້ງປະຕິບັດ 10 ໂຄງການ ແລະ ປະຕິບັດສຳເລັດ 100% ມີ 9 ໂຄງການໃນມູນຄ່າ 1 ຕື້ກວ່າກີບ ແລະ 1 ໂຄງການ ແມ່ນຢູ່ໃນຂັ້ນຕອນການດຳເນີນງານ ເຊັ່ນ: ໂຄງການກໍ່ສ້າງຫ້ອງການ ປກສ ເມືອງແກ່ນທ້າວ ແຂວງໄຊຍະບູລີ, ປັດຈຸບັນແມ່ນໄດ້ຈັດຕັ້ງປະຕິບັດໜ້າວຽກໄລຍະທີ່ 1 ສຳເລັດ 71,9% ແລະ ຍັງໄດ້ມີການເບີກຈ່າຍວັດສະດຸເຄື່ອງກໍ່ສ້າງ-ສ້ອມແປງໄດ້ 76 ຄັ້ງ ມີ 1.000 ກວ່າລາຍການ.

ໂອກາດດຽວກັນ, ພົຈວ ກິແກ້ວ ເນົາວະລັດ ໄດ້ໂອ້ລົມຕໍ່ກອງປະຊຸມ ກ່ອນອື່ນທ່ານໄດ້ຍ້ອງຍໍຊົມເຊີຍເປັນຢ່າງຍິ່ງຕໍ່ກັບຜົນງານທີ່ກອງກໍ່ສ້າງ-ສ້ອມແປງສາມາດຍາດມາໄດ້ໃນໄລຍະຜ່ານມາ, ພ້ອມທັງໄດ້ເນັ້ນໜັ້ກໃຫ້ຄະນະ ພັກ-ຄະນະກອງກໍ່ສ້າງ-ສ້ອມແປງວ່າ:

ກອງກໍ່ສ້າງ-ສ້ອມແປງ ສະຫຼຸບການປະບັດວຽກງານ ປະຈຳປີ 2018

ໃນປີ 2019 ບັນດາສະຫາຍຄະນະພັກ ຈົ່ງສືບຕໍ່ເອົາໃຈໃສ່ປັບປຸງແບບແຜນວິທີເຮັດວຽກວິຊາສະເພາະຢ່າງເປັນລະບົບ ແລະ ມີຄວາມລະອຽດ ໃຫ້ສາມາດຮັບປະກັນທາງດ້ານຄຸນນະພາບ ແລະ ມີປະສິດຕິພາບດີຂຶ້ນກວ່າເກົ່າ; ເອົາໃຈໃສ່ໃນການສ້າງແຜນວຽກ, ແຜນງົບປະມານ ແລະ ແຜນບຸກຄະລາກອນ ເພື່ອຮັບປະກັນໃນການເຄື່ອນໄຫວປະຕິບັດວຽກງານວິຊາສະເພາະໄດ້ຕາມພາລະບົດບາດຂອງກອງກໍ່ສ້າງ-ສ້ອມແປງ ແລະ ຕາມການຊີ້ນຳຂອງຂັ້ນເທິງ ໃຫ້ໄດ້ຮັບໝາກຜົນດີຂຶ້ນເປັນກ້າວໆ  ແນໃສ່ຕອບສະໜອງທັນເວລາກັບຄວາມຮຽກຮ້ອງຕ້ອງການຂອງວຽກງານດັ່ງກ່າວໃຫ້ມີຜົນສຳເລັດ.