ຮທມ ຮັບປະກັນການປະຕິບັດຫຼັກສູດການຮຽນ-ການສອນ ໄດ້ດີມີຜົນສຳເລັດ

0
1231

1 ປີຜ່ານມາ, ຖັນແຖວຄູ-ອາຈານໂຮງຮຽນທິດສະດີການເມືອງ ( ຮທມ ) ກົມໃຫຍ່ການເມືອງ ກະຊວງ ປກສ ກໍຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນ ໄດ້ມີການພັດທະນາຄວາມຮູ້-ສະຕິປັນຍາ ສາມາດຮັບປະກັນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນໄດ້ດີມີຜົນສໍາເລັດ; ເຊິ່ງເປັນເຈົ້າການເອົາໃຈໃສ່ຂຶ້ນຫ້ອງສິດສອນ, ນໍາພາສອບເສັງ ແລະ ສໍາມະນາທັງລະບົບ 5 ເດືອນ ແລະ ລະບົບ 2 ປີ ກວມເອົາ 1.421 ຊົ່ວໂມງ.

ກອງປະຊຸມສະຫຼຸບວຽກງານ ປະຈໍາປີ 2018  ແລະ ວາງທິດທາງແຜນການປີ 2019 ຂອງໂຮງຮຽນທິດສະດີການເມືອງ ປກສ ໃນວັນ ທີ 14  ກຸມພາ 2019, ໂດຍການເປັນປະທານຂອງ ພັທ ຊາຍຄອງ ເພັດຊະວົງ  ອໍານວຍການ ຮທມ, ມີຄະນະອໍານວຍການ, ຫ້ອງ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ.

ຮທມ ຮັບປະກັນການປະຕິບັດຫຼັກສູດການຮຽນ-ການສອນ ໄດ້ດີມີຜົນສຳເລັດ

ພັທ ຄໍາແວ່ນ ສີຫາລາດ ຮອງອໍານວຍການ ຮທມ ກ່າວວ່າ:

ປີ 2018 ຄະນະພັກ-ຄະນະອໍານວຍການ ຮທມ ໄດ້ເອົາໃຈໃສ່ຊີ້ນໍາ-ນໍາພາພະນັກງານຄູ-ອາຈານພັດທະນາທາງດ້ານຄວາມຮູ້-ຄວາມສາມາດ, ສະຕິປັນຍາ ຮັບປະກັນໃນການຈັດຕັ້ງປະຕິບັດຫຼັກສູດການຮຽນ-ການສອນ ໄດ້ດີມີຜົນສໍາເລັດ ເຊິ່ງເປັນເຈົ້າການໃນການເອົາໃຈໃສ່ຂຶ້ນຫ້ອງສິດສອນ, ນໍາພາສອບເສັງ ແລະ ສໍາມະນາທັງລະບົບ 5 ເດືອນ ແລະ ລະບົບ 2 ປີ ເທົ່າກັບ 1.421 ຊົ່ວໂມງ, ໄດ້ແນະນໍາບົດປ້ອງກັນຈົບຊັ້ນລະບົບເລັ່ງລັດ 5 ເດືອນ ຮຸ່ນທີ 10 ແລະ ຮຸ່ນກໍ່ສ້າງ 2 ປີ ຮຸ່ນທີ 11 ມີ 115 ບົດສໍາເລັດຕາມແຜນການ;

ພັທ ຄໍາແວ່ນ ສີຫາລາດ

ພ້ອມນັ້ນ, ຄູ-ອາຈານ ຍັງໄດ້ຄົ້ນຄວ້າແຕ່ງບົດສອນ, ຈັດຕັ້ງສອນທົດລອງໄດ້ 1 ຊຸດ, ຄັດເລືອກໄດ້ຄູດີເດັ່ນ ຈໍານວນ 4 ສະຫາຍ ແລະ ຄູສອນດີ 12 ສະຫາຍ; ຄຽງຄູກັນນີ້, ການຄຸ້ມຄອງໂຄງການຫຼັກສູດການຮຽນ-ການ ສອນແມ່ນປະຕິບັດໄດ້ຖືກຕ້ອງຄົບຖ້ວນຕາມແຜນການ, ສາມາດດໍາເນີນການຮຽນ-ການສອນຢ່າງເປັນປົກະຕິ,  ໄດ້ອອກຕາຕະລາງຮຽນໃຫ້ນັກສຶກສາທັງ 2 ລະບົບ, ຈັດຕັ້ງພິທີສອບເສັງ, ປ້ອງກັນຈົບຊັ້ນ, ປິດຊຸດຮຽນທິດສະດີໃຫ້ພະນັກງານນໍາພາ-ບັນຊາໄດ້ 2 ຮຸ່ນ ຄື: ລະບົບຊັ້ນສູງເລັ່ງລັດ 5 ເດືອນ ຮຸ່ນທີ 10 ແລະ ລະບົບ ຊັ້ນສູງ 2 ປີ  ຮຸ່ນທີ 11 ຈໍານວນ 115 ສະຫາຍ ຍິງ 14 ສະຫາຍ ແລະ ນັກສຶກສາ ຮຸ່ນ 2/13 ຈໍານວນ 61 ສະຫາຍ ຍິງ 9 ສະຫາຍ; ປັດຈຸບັນ, ມີນັກສຶກສາຄົ້ນຄວ້າຮໍ່າຮຽນຢູ່ 2 ຮຸ່ນ ຈໍານວນ 123 ສະຫາຍ ຍິງ 16 ສະຫາຍ.

ຄະນະອໍານວຍການ, ຫ້ອງ, ພະນັກງານຄູ-ອາຈານ ແລະ ນັກສຶກສາ ເຂົ້າຮ່ວມ

ທ່ານຮອງອໍານວຍການ ຮທມ ຍັງໄດ້ກ່າວຕື່ມອີກວ່າ:

ປີນີ້, ຄະນະພັກ-ຄະນະອໍານວຍການ ຮທມ ຈະໄດ້ສືບຕໍ່ປັບປຸງບັນດາຫຼັກສູດການຮຽນ-ການສອນລະບົບ 5 ເດືອນ ໃຫ້ຖືກຕ້ອງຕາມຫຼັກວິທະຍາສາດ ແລະ ປະດິດສ້າງໃຫ້ແທດເໝາະກັບໜ້າທີ່ການເມືອງຂອງກໍາລັງ ປກສ, ປະສານສົມທົບກັບສະຖາບັນການສຶກສາຕ່າງໆ ຕົກລົງຫົວບົດປ້ອງກັນຈົບຊັ້ນນັກສຶກສາ 2 ປີ ຮຸ່ນທີ 12 ແລະ ກະກຽມຮັບນັກສຶກສາ 2 ປີ ຮຸ່ນທີ 14 ຕາມການອະນຸມັດຂອງຂັ້ນເທິງ.

ຖັນແຖວຄູ-ອາຈານໂຮງຮຽນທິດສະດີການເມືອງ ( ຮທມ ) ກົມໃຫຍ່ການເມືອງ ກະຊວງ ປກສ