ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ kim Hojlund Christensen

ວັນທີ 14 ກຸມພາ 2019, ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ kim Hojlund Christensen ເອກອັກຄະລັດຖະທູດດານມາກ ປະຈໍາ ສປປ ລາວ ພ້ອມຄະນະ ເພື່ອປຶກສາຫາລືກ່ຽວກັບການສົ່ງເສີມດ້ານການຄ້າ ແລະ ການລົງທຶນລະຫວ່າງນັກລົງທຶນຂອງປະເທດລາວ ແລະ ດານມາກ ໂດຍສະເພາະແມ່ນຕ້ອງການຮັບຮູ້ຂໍ້ມູນພື້ນຖານໃນການເລີ່ມຕົ້ນການລົງທຶນຢູ່ ສປປ ລາວ.

ໂອກາດນີ້, ທ່ານ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ສະແດງຄວາມຊົມເຊີຍຕໍ່ເອກອັກຄະລັດຖະທູດດານມາກ ທີ່ຍາມໃດກໍເຫັນໄດ້ຄວາມສໍາ ຄັນຂອງວຽກງານການລົງທຶນຂອງສອງປະເທດ ອັນໄດ້ສ້າງເງື່ອນໄຂປະກອບສ່ວນໃນການສ້າງວຽກເຮັດງານທໍາໃຫ້ປະຊາຊົນລາວຫຼາຍຂຶ້ນ ເປັນຕົ້ນແມ່ນ: ບໍລິສັດເບຍ ຄາດສະເບີກ ທີ່ມາລົງທຶນຢູ່ ສປປ ລາວ ເຊິ່ງສ້າງໃຫ້ ສປປ ລາວ ມີການສົ່ງອອກສິນຄ້າເພີ່ມຂຶ້ນອີກ.

ທ່ານ kim Hojlund Christensen ໄດ້ລາຍງານກ່ຽວກັບການລົງທຶນ ລະຫວ່າງນັກລົງທຶນ ຂອງປະເທດລາວ ແລະ ດານມາກ ໃນໄລຍະຜ່ານມາ ໃຫ້ທ່ານຮອງນາຍົກລັດຖະມົນຕີຮັບຮູ້ ແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ເອົາໃຈໃສ່ໃນການຮ່ວມລົງທຶນນໍາກັນຕະຫຼອດມາ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການຮ່ວມມືກັນຕະຫຼອດໄປ. ທັງນີ້ກໍເພື່ອເຮັດໃຫ້ການລົງທຶນລະຫວ່າງສອງປະເທດມີປະສິດທິພາບຫຼາຍຂຶ້ນກວ່າເກົ່າ.