ສປສສ ວາງຄາດໝາຍສູ້ຊົນ ພິຈາລະນາແກ້ໄຂຄະດີ ໃຫ້ມີຄວາມວ່ອງໄວ

0
1319

ສານປະຊາຊົນສູງສຸດ ( ສປສສ ) ໄດ້ວາງຄາດໝາຍສູ້ຊົນ ໃນການເອົາໃຈໃສ່ພິຈາລະນາແກ້ໄຂຄະດີ ໃຫ້ມີຄວາມວ່ອງໄວບັນລຸ 85% ຕໍ່ປີ ແລະ ຮັບປະກັນການຕັດສິນຄະດີ ມີຄຸນນະພາບ, ອັດຕາມການຂໍອຸທອນ ຢູ່ໃນລະດັບ 15% ແລະ ການຂໍລົບລ້າງໃຫ້ຫຼຸດລົງ ເມື່ອທຽບໃສ່ປີຜ່ານມາ.

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ສານປະຊາຊົນ

ກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານ ປີ 2018 ແລະ ທິດທາງແຜນການ ປີ 2019 ຂອງ ສານປະຊາຊົນ ເພື່ອຍົກສູງປະສິດທິພາບ ໃນການຄຸ້ມຄອງບໍລິຫານສານ ບໍລິຫານຄະດີ ໃຫ້ມີຄຸນນະພາບ ແລະ ມີປະສິດທິພາບສູງ ທີ່ຈັດຂຶ້ນໃນວັນທີ 14-15 ກຸມພາ 2019 ເປັນປະທານໂດຍ ທ່ານ ຄຳພັນ ສິດທິດຳພາ ປະທານສານປະຊາຊົນສູງສຸດ, ມີບັນດາຜູ້ແທນຈາກ ສານປະຊາຊົນສູງສຸດ, ສານປະຊາຊົນ ໃນນະຄອນຫຼວງວຽງຈັນ, ສານປະຊາຊົນພາກເໜືອ-ພາກໃຕ້ ແລະ ສານປະຊາຊົນແຂວງ ເຂົ້າຮ່ວມ.

ເຊິ່ງໃນກອງປະຊຸມດັ່ງກ່າວ, ທ່ານ ຄໍາພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານບົດສະຫຼຸບ ໃຫ້ຮູ້ວ່າ:

ທ່ານ ຄໍາພາ ແສງດາຣາ ຮອງປະທານສານປະຊາຊົນສູງສຸດ

ເພື່ອບັນລຸຄາດໝາຍດັ່ງກ່າວ, ສານປະຊາຊົນສູງສຸດ ຈະສຸມໃສ່ຊຸກຍູ້ໃຫ້ສານແຕ່ລະຂັ້ນ ສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ ຜູ້ພິພາກສາ ແລະ ພະນັກງານຂອງສານ ມີຄຸນທາດການເມືອງໜັກແໜ້ນ, ມີຈັນຍາບັນ-ຈັນຍາທຳ, ນ້ຳໃຈຮັກຊາດ, ຮັບໃຊ້ປະຊາຊົນ, ມີສະຕິເຄົາລົບປະຕິບັດກົດໝາຍຢ່າງເຂັ້ມງວດ ຕິດພັນກັບ ການຕິດຕາມກວດກາ-ປະເມີນ ຜູ້ພິພາກສາ ດີ-ເກັ່ງ ໃຫ້ໄດ້ຕາມມາດຕະຖານ-ເງື່ອນໄຂທີ່ວາງໄວ້.

ຄຽງຄູ່ກັບ ການສຸມໃສ່ຍົກສູງປະສິດທິພາບການດຳເນີນຄະດີຢູ່ສານຂັ້ນຕົ້ນ ແລະ ຂັ້ນອຸທອນ ໃນບາງດ້ານ ເຊັ່ນ:

ຈັດຕັ້ງປະຕິບັດການຕັດສິນດ້ວຍ ຜູ້ພິພາກສາຜູ້ດຽວ ຢູ່ສານປະຊາຊົນຂັ້ນຕົ້ນ ໃຫ້ໄດ້ຮັບຜົນດີ, ແກ້ໄຂບັນຫາຜູ້ພິພາກສາບໍ່ພຽງພໍ ແລະ ການຕັດສິນຄະດີຊັກຊ້າ ພ້ອມທັງສ້າງຄວາມເຊື່ອໝັ້ນ, ເຊື່ອຖືຂອງປະຊາຊົນຕໍ່ການດຳເນີນຄະດີຢູ່ສານຂັ້ນຕົ້ນ, ມີກົນໄກສົ່ງເສີມໃຫ້ຄູ່ຄວາມ, ປະຊາຊົນ, ຂະແໜງການກ່ຽວຂ້ອງກັບການດຳເນີນຄະດີ ມີສ່ວນຮ່ວມໃນການປະກອບ, ສະໜອງຂໍ້ມູນຫຼັ້ກຖານໃຫ້ແກ່ສານ ແລະ ຄູ່ຄວາມ, ປະຊາຊົນ ຕິດຕາມກວດກາການດຳເນີນຄະດີຂອງ ຜູ້ພິພາກສາ ຢ່າງເຂັ້ມງວດ.

ມີບັນດາຜູ້ແທນຈາກ ສານປະຊາຊົນສູງສຸດ, ສານປະຊາຊົນ ໃນນະຄອນຫຼວງວຽງຈັນ, ສານປະຊາຊົນພາກເໜືອ-ພາກໃຕ້ ແລະ ສານປະຊາຊົນແຂວງ ເຂົ້າຮ່ວມ

ປີ 2018 ຜ່ານມາ, ການຈັດຕັ້ງປະຕິບັດ ເຮັດໃຫ້ການພິຈາລະນາແກ້ໄຂຄະດີຂອງສານ ແຕ່ລະຂັ້ນ ມີຄວາມວ່ອງໄວ ແລະ ມີຄຸນນະພາບດີຂຶ້ນ ເຊິ່ງໃນນີ້ ມີ:

  • ການຕັດສິນຄະຂອງສານຂັ້ນຕົ້ນໄດ້ 90,41% ( ແຜນການກຳນົດໄວ້ 85% ລື່ນ 5,41% ), ຄູ່ຄວາມບໍ່ພໍໃຈຂໍອຸທອນ ກວມເອົາ 14,31% ( ແຜນການນຳນົດໄວ້ 15% ລື່ນ 0,69% );
  • ສານຂັ້ນອຸທອນພິພາກສາຄະດີ ໄດ້ 86,86% ( ແຜນການກຳນົດໄວ້ 85% ລື່ນ 1,86% ), ຄູ່ຄວາມບໍ່ພໍໃຈຂໍລົບລ້າງ 42,73% ( ຫຼຸດລົງ ຖ້າທຽບໃສ່ປີຜ່ານມາ ແມ່ນ 52,20% );
  • ສານປະຊາຊົນສູງສຸດ ພິພາກສາຄະດີໄດ້ 88,09% ( ແຜນການກຳນົດໄວ້ 85% ລື່ນ 3,09% ), ຄະດີຂັ້ນຂັ້ນຮື້ຟື້ນ 68 ເລື່ອງ ກວມເອົາ 0,3% ຂອງຄະດີທີ່ສານຕັດສິນໃຊ້ໄດ້ເດັດຂາດ 18,917 ເລື່ອງ ( ຫຼຸດລົງ ຖ້າທຽບໃສ່ແຜນການກຳນົດໄວ້ 0,5% ).

ນອກນັ້ນ, ກໍໄດ້ຄົ້ນຄວ້າອອກຄໍາຊີ້ຂາດກ່ຽວກັບ ໂທດປະຫານຊີວິດ 50 ເລື່ອງ ແລະ ຄຳຊີ້ຂາດກ່ຽວກັບ ສິດອຳນາດສານ 6 ເລື່ອງ.