ປກສ ແຂວງອັດຕະປື ບໍລິຈາກເລືອດ ເພື່ອຊ່ວຍເຫຼືອສັງຄົມ

0
1785
ເຂົ້າຮ່ວມມີ ທ່ານ ວຽງໄຊ ໄຊສົມບັດ ຫົວໜ້າອົງການກາແດງແຂວງອັດຕະປື

ໃນຕອນເຊົ້າ ວັນທີ 13 ກຸມພາ 2019, ພະນັກງານ-ນັກຮົບ ກອງບັນຊາການ ປກສ ແຂວງອັດຕະປື ໄດ້ພ້ອມພຽງກັນເຂົ້າຮ່ວມ ຂະບວນການບໍລິຈາກເລືອດ ເພື່ອປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ ຢູ່ທີ່ສະໂມສອນ ກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມມີ ທ່ານ ວຽງໄຊ ໄຊສົມບັດ ຫົວໜ້າອົງການກາແດງ ແຂວງອັດຕະປື, ມີ ທ່ານ ພັທ ອາລຸນສັກ ເດດອຳພອນ ຄະນະຫ້ອງການເມືອງ ທັງເປັນ ເລຂາຊາວໜຸ່ມຮາກຖານ ກອງບັນຊາການ ປກສ ແຂວງ, ມີພະນັກງານ-ນັກຮົບຈາກຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ, ສະມາຊິກຊາວໜູ່ມ-ແມ່ຍິງ ເຂົ້າຮ່ວມຢ່າງພ້ອມພຽງ.

ຜູ້ບໍລິຈາກເລຶອດ

ທ່ານ ວຽງໄຊ ໄຊສົມບັດ ໄດ້ເລົ່າເຖິງຄວາມໝາຍ ແລະ ຄວາມສຳຄັນຂອງເລືອດ ເຊິ່ງມັນມີຄວາມສຳຄັນຫຼາຍສຳລັບມະນຸດເຮົາ ເພາະເລືອດບໍ່ສາມາດຜະລິດໄດ້. ສະນັ້ນ, ອົງການກາແດງ ແຂວງອັດຕະປື ຈຶ່ງໄດ້ລົງຮັບບໍລິຈາກເລືອດ ຈາກບັນດາສຳນັກງານອົງການອ້ອມຂ້າງແຂວງ ຕະຫຼອດຮອດບັນດາໂຮງຮຽນ, ບ້ານ ແລະ ກອງບັນຊາການທະຫານ-ຕຳຫຼວດ ໃນທົ່ວແຂວງ ໂດຍໃນປີ 2019 ນີ້ ໄດ້ວາງຕົວເລກຄາດໝາຍໃຫ້ໄດ້ຈຳນວນ 550 ຖົງ. ໃນນີ້, ມີພະນັກງານ-ນັກຮົບ ກອງບັນຊາການ ປກສ ແຂວງອັດຕະປື ຮ່ວມສະໝັກໃຈບໍລິຈາກ ຈຳນວນ 9 ຄົນ ແລະ ມີເງື່ອນໄຂບໍລິຈາກ ຈຳນວນ 6 ຄົນ.

ຜູ້ບໍລິຈາກເລຶອດ

ຕອນທ້າຍ, ທ່ານຫົວໜ້າອົງການກາແດງ ແຂວງອັດຕະປື ກໍໄດ້ກ່າວຄຳຂອບໃຈມາຍັງ ຄະນະນຳພັກ-ຄະນະກອງບັນຊາການ ທີ່ເຫັນໄດ້ຄວາມສຳຄັນຂອງ ວຽກງານການຮັບບໍລິຈາກເລືອດ, ພິເສດແມ່ນ ທ່ານໄດ້ກ່າວຄຳຂອບໃຈຕໍ່ພະນັກງານ-ນັກຮົບ ຜູ້ທີ່ອາສາສະໝັກບໍລິຈາກເລືອດໃນຄັ້ງນີ້.

ທ່ານຍັງໄດ້ກ່າວຕື່ມອີກ ວ່າ:

ຜູ້ບໍລິຈາກເລຶອດ

ການບໍລິຈາກເລືອດຄັ້ງນີ້ ເປັນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມ ໂດຍສະເພາະແມ່ນ ບັນຫາການຂາດແຄນເລືອດສຳລັບຜູ້ປ່ວຍ ຢູ່ບັນດາໂຮງໝໍ, ສຸກສາລາຕ່າງໆໃນຂອບເຂດທົ່ວປະເທດ ເວົ້າລວມ, ເວົ້າສະເພາະ ກໍແມ່ນໃນທົ່ວແຂວງອັດຕະປື ໃຫ້ສາມາດຕອບສະໜອງໄດ້ກັບຄວາມຮຽກຮ້ອງຕ້ອງການ ແລະ ທ່ວງທັນເວລາ.