ໜ່ວຍພັກພະແນກສິ່ງແວດລ້ອມ ແລະ ໜ່ວຍພັກສອບສວນ ຫ້ອງຕໍາຫຼວດ ປກສ ແຂວງສາລະວັນ ໄດ້ຈັດຂຶ້ນ ໃນວັນທີ 11 ກຸມພານີ້, ເຂົ້າຮ່ວມມີ ພັທ ສຸລິວົງ ເຄນທະນູພິດ ຮອງເລຂາພັກ ຮອງກອງບັນຊາການ ປກສ ແຂວງ, ມີປະທານກວດກາພັກ, ມີຫົວໜ້າຫ້ອງ-ຮອງຫ້ອງ, ຫ້ອງການເມືອງ ຕະຫຼອດຮອດສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍພັກ 2 ພະແນກ ເຂົ້າຮ່ວມ.

ກອງປະຊຸມ ໄດ້ຜ່ານບົດລາຍງານການເມືອງກ່ຽວກັບ ການຈັດຕັ້ງປະຕິບັດວິຊາສະເພາະຂອງ ໜ່ວຍພັກສິ່ງແວດລ້ອມ ແລະ ໜ່ວຍພັກສອບສວນ ທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາຢ່າງເຂັ້ມງວດ, ສຸມໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ພະນັກງານ-ນັກຮົບ ໄດ້ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ກໍາແໜ້ນແນວທາງນະໂຍບາຍຂອງພັກ-ລະບຽບກົດໜາຍຂອງລັດ ໂດຍສະເພາະ ສະມາຊິກພັກ, ພະນັກງານ-ນັກຮົບເຊື່ອມຊຶມ ແລະ ກໍາແໜ້ນຕໍ່ມູນເຊື້ອແນວທາງ ແລະ ເຊີດຊູຄວາມຮັບຜິດຊອບຂອງ ຄະນະໜ່ວຍພັກ-ສະມາຊິກພັກ ພ້ອມກັນຈັດຕັ້ງປະຕິບັດວຽກງານ ໂດຍມີຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ ການເຄື່ອນໄຫວລາດຕະເວນ ເພື່ອຊອກຮູ້ຜູ້ກະທຳຜິດລະບຽບກົດໝາຍ ເຊັ່ນ: ຊອກຮູ້ຜູ້ສໍ້ໂກງຊັບພົນລະເມືອງ, ຊອກຮູ້ການກະທຳຜິດກ່ຽວກັບ ການປອມແປງເອກະສານ, ທຳລາຍປ່າໄມ້ຊະຊາຍ ແລະ ຄະດີອື່ນໆ.

ນອກນັ້ນ, ຕະຫຼອດໄລຍະຜ່ານມາ, ມີຄະດີອື່ນໆທີ່ເກີດຂຶ້ນຫຼາຍຢ່າງທີ່ພົ້ນເດັ່ນ ຄື:

  • ຄະດີທຳລາຍປ່າໄມ້, ຄະດີຄ້າຂາຍ ແລະ ມົ້ວສຸມສິ່ງເສບຕິດ ມີ 13 ເລື່ອງ, ກັກໂຕຜູ້ຖືກຫາໄດ້ 9 ຄົນ;
  • ຄະດີສໍ້ໂກງຊັບ 69 ເລື່ອງ, ຜູ້ຖືກຫາ 75 ຄົນ;
  • ຄະດີປອມແປງເອກະສານ 2​ ເລື່ອງ, ນໍາໃຊ້ເງິນປອມ ຫຼື ມີແມ່ແບບເງິນປອມ ໄວ້ໃນການຄອບຄອງ 3 ເລື່ອງ, ຜູ້ຖືກຫາ 5 ຄົນ ຍິງ 1 ຄົນ;
  • ຄ້າ-ຂາຍສິນຄ້າເກືອດຫ້າມມີ 22 ເລື່ອງ ຜູ້ຖືກຫາ 26 ຄົນ;
  • ສຶກສາອົບຮົມຜູ້ຖືກຫາ 47 ຄັ້ງ;
  • ປະຈຳການ 384 ຄັ້ງ ມີ 384 ແຮງງານ;
  • ມອບລົດຄືນເຈົ້າຂອງ 22 ຄັ້ງ ມີ 22 ຄັນ;
  • ຈັບຕ້ອງຫາໄດ້ 150 ຄົນ, ມີຂອງກາງຢາບ້າ 349.553 ເມັດ, ລົດໃຫຍ່ 2 ຄັນ, ລົດຈັກ 115 ຄັນ,  ໂທລະສັບ 262 ໜ່ວຍ, ປືນແກັບ 46 ກະບອກ, ປືນອາກາ 3 ກະບອກ, ປືນສັ້ນ 4 ກະບອກ;
  • ສຶກສາອົບຮົມຜູ້ຖືກເຄາະຈາກຢາເສບຕິດ 163 ຄົນ.

ນອກນີ້, ຍັງໄດ້ຮັບຄະດີຈາກບັນດາເມືອງອ້ອມຂ້າງແຂວງ ມີ 175 ເລື່ອງ, ຜູ້ຖືກຫາ 208 ຄົນ, ຢາບ້າ 31.882 ເມັດ, ໂທລະສັບ 98 ໜ່ວຍ.

ກອງປະຊຸມຄັ້ງນີ້ ຍັງມີການປ່ອນບັດຄັດເລືອກເອົາ ເລຂາໜ່ວຍພັກຊຸດໃໝ່ ໂດຍມີຜູ້ສະໝັກ 5 ສະຫາຍ, ສາມາດເລືອກໄດ້ 3 ສະຫາຍ ຄື: ໜ່ວຍພັກພະແນກສິ່ງແວດລ້ອມ ເລືອກໄດ້ ສະຫາຍ ຮອ ບຸນຖັນ ແກ້ວບົວລະພາ ເປັນເລຂາໜ່ວຍພັກ, ສະຫາຍ ພັຕ ຄຳຫວັນ ພິມມະເສນ ເປັນຮອງເລຂາ ແລະ ສະຫາຍ ຮອ ແລັດ ແກ້ວພາແສງ ປະທານກວດກາ, ໜ່ວຍພັກສອບສວນ ເຫັນດີໃຫ້ ພັຕ ແກ້ວພະສິດ ກ້ອນຈັນ ເປັນເລຂາໜ່ວຍພັກ, ຮອ ແສງສຸລີ ວົງສາລາດ ຮອງເລຂາ ແລະ ສະຫາຍ ພັຕ ບົວລອນ ພັນທະວົງ ປະທານກວດກາ.