ໃນວັນທີ 12 ກຸມພາ 2019, ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງຫຼວງນ້ຳທາ ຈັດກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈຳປີ 2018 ແລະ ວາງທິດທາງແຜນການປີ 2019

ໃນວັນທີ 12 ກຸມພາ 2019, ຫ້ອງຕໍາຫຼວດກອງບັນຊາການ ປກສ ແຂວງຫຼວງນ້ຳທາ ຈັດກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019, ເຂົ້າຮ່ວມໂດຍ ພັອ ສົມໄຊ ຈັນທະ ວົງ ຫົວໜ້າກອງບັນຊາການ ປກສ ແຂວງ, ເປັນປະທານໂດຍ ພັທ ຄຳຕຸ່ນ ບຸນລຽນຂັນ ຫົວໜ້າຫ້ອງຕຳຫຼວດ, ບັນດາຄະນະຫ້ອງ, ກອງ, ຄ້າຍ, ປກສ ເມືອງ 5 ເມືອງ ແລະ ແຂກຖືກເຊີນ ເຂົ້າຮ່ວມ.

ພັຕ ກຸມແສງ ພອນສາລີ ຫົວໜ້າພະແນກບໍລິຫານສັງລວມ ກ່າວວ່າ:

ໄລຍະ 1 ປີຜ່ານມາ, ໄດ້ເອົາໃຈໃສ່ເຄື່ອນໄຫວວຽກງານວິຊາສະເພາະ ໂດຍສະເພາະແມ່ນ ການຮັກສາຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ, ການສະກັດກັ້ນ ແລະ ຕ້ານການເຄື່ອນໄຫວກໍ່ຄວາມບໍ່ສະຫງົບ;

ເຮັດໃຫ້ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນໃນສັງຄົມ ເປັນຕົ້ນແມ່ນ ການຄ້າ-ຂາຍເຖື່ອນ, ການມົ້ວສຸມຢາເສບຕິດ, ຂີ້ລັກ-ງັດແງະ, ສໍ້ໂກງຊັບ, ຕົວະຍົວະ-ຫຼອກຫຼວງ ແລະ ບັນຫາອື່ນໆ ເປັນສາເຫດພາໃຫ້ແຂວງ ບໍ່ເປັນລະບຽບຮຽບຮ້ອຍ, ສັງຄົມມີຄວາມຫຍຸ້ງຍາກສັບສົນ ແລະ ເສດຖະກິດມີການພັດທະນາທີ່ລ້າຊ້າອື່ນໆ.

ກອງປະຊຸມສະຫຼຸບວຽກງານຕໍາຫຼວດ ປະຈຳປີ 2018 ແລະ ວາງທິດທາງແຜນການປີ 2019

ໂອກາດດັ່ງກ່າວນີ້, ພັອ ສົມໄຊ ຈັນທະວົງ ກໍໄດ້ເນັ້ນໃຫ້ ຄະນະບັນຊາ ຕະຫຼອດຮອດພະນັກງານ-ນັກຮົບ ຈົ່ງສືບຕໍ່ເອົາໃຈໃສ່ເຕົ້າໂຮມຄວາມສາມັກຄີ ໃຫ້ເປັນປຶກແຜ່ນທັງພາຍໃນ ແລະ ພາຍນອກໃຫ້ແໜ້ນແຟ້ນ, ເລິກເຊິ່ງ, ສືບຕໍ່ສະກັດກັ້ນ ແລະ ແກ້ໄຂບັນດາຄະດີທີ່ຍັງຄ້າງ ໃຫ້ມີຄວາມຍຸຕິທຳໂປ່ງໃສ ເພື່ອຫຼີກເວັ້ນຫາງສຽງວິພາກວິຈານຈາກສັງຄົມພາຍນອກ.