ຄະນະກໍາມະການເສດຖະກິດ ແຜນການ ແລະ ການເງີນ ສະພາປະຊາຊົນແຂວງຜົ້ງສາລີສະຫຼຸບວຽກງານປະຈຳປີ

ໃນວັນທີ 11 ກຸມພາ 2019, ຄະນະກໍາມະການເສດຖະກິດ, ແຜນການ ແລະ ການເງິນ ສະພາປະຊາຊົນ ແຂວງຜົ້ງສາລີ ໄດ້ຈັດກອງປະຊຸມສະຫຼຸບວຽກງານປະຈຳປີ 2018 ແລະ ວາງທິດທາງແຜນການປີ 2019, ໂດຍການເປັນປະທານຂອງ ທ່ານ ສັນຕິ  ແກ້ວຍະສານ ຮອງປະທານສະພາປະຊາຊົນ ແຂວງຜົ້ງສາລີ, ມີພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ໃນກອງປະຊຸມ, ຜູ້ເຂົ້າຮ່ວມໄດ້ພ້ອມກັນສະຫຼູບຕີລາຄາ ການເຄື່ອນໄຫວວຽກງານຂອງ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ປະຈຳປີ 2018 ແລະ ແຜນການ ປະຈໍຳປີ 2019; ເຊິ່ງປີ 2018 ຜ່ານມາ, ໄດ້ປະສານສົມທົບກັບ ອົງການຂັ້ນທ້ອງຖິ່ນ ແລະ ຂະແໜງການທີ່ກ່ຽວຂ້ອງ ໃນການສ້າງ ແລະ ປັບປຸງນິຕິກຳຂອງແຂວງ ໃຫ້ແທດເໝາະກັບ ແຜນພັດທະນາເສດຖະກິດ-ສັງຄົມ, ການປັບປຸງກົງຈັກການຈັດຕັ້ງ ແລະ ບັນຫາສໍາຄັນຕ່າງໆຂອງທ້ອງຖິ່ນ, ຕິດຕາມກວດກາການປະຕິບັດລັດຖະທຳມະນູນ ແລະ ກົດໝາຍ, ນິຕິກຳລຸ່ມກົດໝາຍ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານແຫ່ງລັດ, ໂຄງການລົງທຶນຂອງແຂວງ ພ້ອມທັງເປັນຕົວແທນຜູ້ມີສິດເລືອກຕັ້ງ, ສ້າງຄວາມເຂັ້ມແຂງໃຫ້ ຄະນະກຳມະການຂອງຕົນ ແລະ ພົວພັນປະສານງານກັບພາກສ່ວນຕ່າງໆຕາມສິດ ແລະ ພາລະບົດບາດຢ່າງຕັ້ງໜ້າ.

ຄະນະກໍາມະການເສດຖະກິດ ແຜນການ ແລະ ການເງີນ ສະພາປະຊາຊົນແຂວງຜົ້ງສາລີສະຫຼຸບວຽກງານປະຈຳປີ

ກອງປະຊຸມຍັງໄດ້ຮັບຟັງ ການຜ່ານບົດລາຍງານຜົນການຕິດຕາມກວດກາ ແລະ ຊຸກຍູ້ຂອງ ຄະນະກຳມະການເສດຖະກິດ, ແຜນການ ແລະ ການເງິນ ປະຈຳປີ 2018 ແລະ ແຜນການ ປະຈໍຳປີ 2019. ພ້ອມນີ້, ສະມາຊິກສະພາປະຊາຊົນແຂວງ ໄດ້ພັດປ່ຽນກັນປະກອບຄຳຄິດຄຳເຫັນ ແລະ ບັນຫາທີ່ປະຊາຊົນໃຫ້ຄວາມສົນໃຈ ແລະ ພາກສ່ວນກ່ຽວຂ້ອງໃນຂົງເຂດເສດຖະກິດ, ການເງິນ ໃຫ້ການຊີ້ແຈງ ພ້ອມທັງພ້ອມກັນຮັບຮອງເອົາບົດສະຫຼຸບ ປີ 2018 ແລະ ທິດທາງ ປີ 2019.