ກອງປະຊຸມປຶກສາຫາລືກ່ຽວກັບການກໍານົດຈຸດສຸມ ພັດທະນາທີ່ເປັນບູລິມະສິດ ໃນໄລຍະປີ 2019-2020

ອາທິດຜ່ານມາ, ແຂວງໄຊຍະບູລີ ໄດ້ຈັດກອງປະຊຸມປຶກສາຫາລືກ່ຽວກັບ ການກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດ ໃນໄລຍະປີ 2019-2020, ໂດຍການເປັນປະທານຂອງ ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ, ມີຫົວໜ້າ-ຮອງຫົວໜ້າພະແນກການ ແລະ ເຈົ້າເມືອງ 11 ເມືອງ ເຂົ້າຮ່ວມ.

ກອງປະຊຸມຜູ້ເຂົ້າຮ່ວມ ໄດ້ພັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນ, ປຶກສາຫາລື ແລະ ໄດ້ຕົກລົງກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດ ຂອງແຂວງ:

ຈຸດສຸມສ້າງບ້ານໃຫຍ່ ເປັນຕົວເມືອງນ້ອຍໃນຊົນນະບົດ ມີ 3 ຈຸດສຸມຄື: ບ້ານໂພນສະອາດ ເມືອງພຽງ, ບ້ານໃຫຍ່ ເມືອງບໍ່ແຕນ ແລະ ບ້ານບົວບານ ເມືອງປາກລາຍ; ຈຸດສຸມລົບລ້າງບ້ານທຸກຍາກ ມີ 6 ບ້ານ ເຊິ່ງໃນປີນີ້ ຈະລົບລ້າງ 3 ບ້ານ ຄື: ບ້ານສາມັກຄີໄຊ ເມືອຊຽງຮ່ອນ, ບ້ານກ້ອງທ່ຽງ ແລະ ບ້ານສະຖານ ເມືອງໄຊຊະຖານ. 

ກອງປະຊຸມຜູ້ເຂົ້າຮ່ວມໄດ້ພັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນ, ປຶກສາຫາລື ແລະ ໄດ້ຕົກລົງກໍານົດຈຸດສຸມພັດທະນາທີ່ເປັນບູລິມະສິດຂອງແຂວງ

ນອກຈາກນີ້, ໃນປີ 2020 ຍັງໄດ້ກໍານົດຈະລົບລ້າງ 3 ບ້ານ ຄື: ບ້ານສະລາ, ບ້ານກໍ່ ແລະ ບ້ານສະມະ ເມືອງໄຊຊະຖານ; ຈຸດສຸມສ້າງບ້ານພັດທະນາມີ 24 ບ້ານ ແລະ ຈຸດສຸມເຂດຈັດສັນພູມລໍາເນົາ ແລະ ຈັດສັນອາຊີບ ມີ 12 ຈຸດ. ທັງນີ້, ກໍເພື່ອເປັນການຫຼຸດຜ່ອນຄວາມທຸກຍາກໃຫ້ແກ່ປະຊາຊົນ ແລະ ເຮັດໃຫ້ເສດຖະກິດ-ສັງຄົມພາຍໃນແຂວງ ມີການຂະຫຍາຍຕົວແບບກ້າວກະໂດດຂັ້ນຂຶ້ນເລື້ອຍໆ.