ຂ່າວຕ່າງປະເທດລາຍງານ ໃນວັນທີ 14 ກຸມພາ ນີ້ວ່າ: ອົງການສະຫະປະຊາຊາດ (ສປຊ) ອອກຖະແຫຼງການວ່າ ທ່ານ ອັນໂທນິໂອ ກູເຕີເຣດ ເລຂາທິຫານຝຫຍ່ແຫ່ງ ສປຊ ໄດ້ຮັບໜັງສືລົງນາມໂດຍທ່ານ  ຍໍແກ ອີວານອຟ ປະທານາທິບໍດີຂອງມາເຊໂດນີ ກ່ຽວກັບການຂໍປ່ຽນຊື່ປະເທດຈາກຊື່ເກົ່າ ຄື: ມາເຊໂດນີ ຫຼື ສາທາລະນະລັດ ມາເຊໂດນີ ເປັນມາເຊໂດນີເໜືອ ຫຼື ສາທາລະນະລັດ ມາເຊໂດນີເໜືອ ໂດຍທ່ານ ອັນໂທນິໂອ ກູເຕີເຣດ ໄດ້ສະແດງຄວາມຍິນດີໄປຍັງລັດຖະບານມາເຊໂດນີເໜືອ ແລະ ເກຣັກ ທີ່ສາມາດຢຸດຂໍ້ຂັດແຍ້ງທີ່ຍືດເຍື້ອມານານ 30 ປີໄດ້ຢ່າງສັນຕິ.

ຄວາມເຄື່ອນໄຫວດັ່ງກ່າວເກີດຂຶ້ນໃນວັນດຽວກັນກັບລັດຖະບານມາເຊໂດນີເໜືອ ປະກາດເລື່ອງການປ່ຽນຊື່ປະເທດ ເພື່ອສ້າງເປົ້າໝາຍການເຂົ້າເປັນສະມາຊິກສະຫະພາບເອີຣົບ ແລະ ອົງການສົນທິສັນຍາອັດລັງຕິກ  ເໜືອ (NATO) ຕໍ່ໄປ ເນື່ອງຈາກໜຶ່ງໃນຂໍ້ຕົກລົງລະຫວ່າງທັງສອງປະເທດ ຄື: ເກຣັກ ຈະບໍ່ມີການຄັດຄ້ານການສະໝັກຂອງມາເຊໂດນີ ອີກຕໍ່ໄປ ຖ້າຫາກມີການປ່ຽນຊື່ປະເທດຢ່າງເປັນທາງການແລ້ວ.

ນັບຕັ້ງແຕ່ປີ 1991 ລັດຖະບານເກຣັກ ຮຽກຮ້ອງໃຫ້ມາເຊໂດນີ ປ່ຽນຊື່ມາໂດຍຕະຫຼອດ ເນື່ອງຈາກວ່າມັນເປັນຊື່ຄືກັນກັບເຂດມາເຊໂດນີ ທີ່ຕັ້ງຢູ່ທາງພາກເໜືອຂອງເກຣັກ ແລະ ເປັນຊື່ຊ້ຳກັບອານາຈັກມາເຊໂດນີ ຂອງອາເລັກຊານເດີ ມະຫາຣາດ  ເຈົ້າຊີວິດຜູ້ທີ່ມີຊື່ສຽງທີ່ສຸດໃນປະຫວັດສາດຂອງເກຣັກ. ນອກຈາກນີ້, ຊາວເກຣັກ ຍັງມີກັງວົນວ່າ ລັດຖະບານມາເຊໂດນີ ອາດໃຊ້ປະເດັນເລື່ອງຊື່ທີ່ຄືກັນ ມາເປັນເຫດຜົນຂອງການຄິດໄລ່ເຂດແດນໃນອະນາຄົດ. ແນວໃດກໍຕາມ, ລັດຖະບານຂອງສອງປະເທດ ສາມາດເຈລະຈາຢຸດບັນຫາດັ່ງກ່າວນີ້ໄດ້ໃນທີ່ສຸດ ໂດຍລັດຖະສະພາຂອງມາເຊໂດນີ ໃຫ້ຄຳໝັ້ນສັນຍາໃນເດືອນຕຸລາ 2018 ແລະ ລັດຖະສະພາຂອງເກຣັກ ໃຫ້ຄໍາໝັ້ນສັນຍາໃນທ້າຍເດືອນມັງກອນ ທີ່ຜ່ານມາ.