ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ( ພຕພ ) ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ

ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ( ພຕພ ) ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມຝຶກອົບຮົມການໂຄສະນາວຽກງານຕ້ານເອດ ໃຫ້ນັກຂ່າວໜັງສືພິມ ໃນວັນທີ 12-15 ກຸມພາ 2019, ທີ່ເຮືອນພັກແຄມງື່ມ ທ່າລາດ ແຂວງວຽງຈັນ, ເປັນປະທານໂດຍ ທ່ານ ດຣ ພູທອນ ສຸດ ທະລັກ ຫົວໜ້າສູນຕ້ານເອດ ກະຊວງສາທາລະນະສຸກ, ມີສື່ມວນຊົນຈາກພາກສ່ວນຕ່າງໆ, ແຂກຖຶກເຊີນເຂົ້າຮ່ວມ.

ທ່ານ ດຣ ພູທອນ ສຸດທະລັກ ກ່າວວ່າ:

ຊຸດຝຶກອົບຮົມໃນຄັ້ງນີ້ ເພື່ອເປັນການປຶກສາຫາລືການຂຽນຂ່າວ ກ່ຽວກັບການໂຄສະນາວຽກງານຕ້ານເອດໃຫ້ສື່ມວນຊົນ ເວົ້າລວມ, ເວົ້າສະເພາະແມ່ນສື່ສິ່ງພິມ ໃຫ້ມີຄວາມເຂົ້າໃຈຢ່າງຈະແຈ້ງ ແລະ ເປັນເອກະພາບກັນຢ່າງຖືກຕ້ອງຕາມຫຼັກການແພດ ໃນການນຳເອົາຂໍ້ມູນກ່ຽວກັບການຕິດເຊື້ອ, ວິທີການປ້ອງກັນພະຍາດເອດໄປ ໂຄສະນາເຜີຍແຜ່ໃຫ້ປະຊາຊົນໄດ້ຮັບຮູ້ເຂົ້າໃຈຢ່າງຖືກຕ້ອງ ເພື່ອຫຼຸດຜ່ອນຜູ້ຕິດເຊື້ອພະຍາດເອດຢູ່ໃນສັງຄົມ.

ສື່ມວນຊົນຈາກພາກສ່ວນຕ່າງໆ, ແຂກຖຶກເຊີນເຂົ້າຮ່ວມ

ສໍາລັບການຝຶກອົບຮົມ ຈະໄດ້ຮຽນຮູ້ກ່ຽວກັບຄວາມຮູ້ພື້ນຖານກ່ຽວກັບເອດ ແລະ ພະຍາດ ຕິດຕໍ່ທາງເພດສໍາພັນ, ພື້ນຖານກ່ຽວກັບການວິເຄາະສະພາບການກຸ່ມເປົ້າໝາຍ ແລະ ຄວາມຮູ້ພື້ນຖານກ່ຽວກັບການໂຄສະນາຂໍ້ມູນກ່ຽວກັບການຕ້ານເອດໃນການຜະລິດສື່ແຜນພັບ, ໂປດສະເຕີ ແລະ ແຜນພິກ.

ຕາມຂໍ້ມູນສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສໍາພັນ ໃຫ້ຮູ້ວ່າ:

ປີ 2017 ສປປ ລາວ ມີຜູ້ຕິດເຊື້ອເອດໄອວີ ຈໍານວນ 11.980 ຄົນ, ຍັງມີຊີວິດ 9.900 ຄົນ, ເສຍຊີວິດ 2.080 ຄົນ, ໃນນັ້ນຈໍານວນຜູ້ຕິດເຊື້ອເອດໄອວີຫຼາຍກວ່າໝູ່ ແມ່ນກຸ່ມກຳມະກອນທົ່ວໄປ ແລະ ກຸ່ມແມ່ເຮືອນ.

ເພື່ອເຮັດໃຫ້ບັນຫາການຕິດເຊື້ອເອດໄອວີຫຼຸດລົງ, ກະຊວງສາທາລະນະສຸກ ໄດ້ສ້າງແຜນໃຫ້ບັນລຸຕາມເປົ້າໝາຍສາມເກົ້າສິບໃນປີ 2020 ຄື: ເກົ້າສິບອັນທີໜຶ່ງ ຜູ້ທີ່ມີຄວາມສ່ຽງຈະຕ້ອງໄດ້ກວດເລືອດ ແລະ ຮູ້ຜົນກວດຂອງຕົນເອງ 90%, ທີສອງ ເມື່ອຮູ້ຜົນກວດແລ້ວ ຕ້ອງໄດ້ຮັບການປິ່ນປົວ 90%; ທີສາມ ຜູ້ປິ່ນປົວ 90% ຕ້ອງໄດ້ປິ່ນປົວດີ ເອີ້ນວ່າ ສາມເກົ້າສິບ.