ຜູ້ຖືກຫາຊື່ ທ້າວ ກິ ອາຍຸ 43 ປີ ແລະ ທ້າວ ບົວວອນ ອາຍຸ 37 ປີ ທັງສອງຢູ່ບ້ານນາຄໍາ ເມືອງໄຊພູທອງ

ໃນວັນທີ 12 ກຸມພາ 2019 ເຈົ້າໜ້າທີ່ ປກສ ເມືອງໄຊພູທອງ ແຂວງສະຫວັນນະເຂດ ໄດ້ນໍາກໍາລັງວິຊາສະເພາະ ສະກັດຈັບຊາຍເປົ້າໝາຍ 2 ຄົນ ທີ່ລັກລອບຂົນສົ່ງຢາບ້າຢູ່ເສັ້ນທາງ ລະຫວ່າງບ້ານນາຄໍາ ຫາ ບ້ານຕາກແດດ ເມືອງໄຊພູທອງ ກວດພົບຂອງກາງ 200. 000 ກວ່າເມັດ.

ຜູ້ຖືກຫາຊື່ ທ້າວ ກິ ອາຍຸ 43 ປີ ແລະ ທ້າວ ບົວວອນ ອາຍຸ 37 ປີ ທັງສອງຢູ່ບ້ານນາຄໍາ ເມືອງໄຊພູທອງ ພ້ອມຂອງກາງທີ່ຢຶດໄດ້ ມີຢາບ້າ  103  ມັດ ກັບ 8  ຖົງ ເທົ່າກັບ 207.600 ເມັດ ລົດຈັກ 1 ຄັນ ໂທລະສັບ 2 ເຄື່ອງ.

ເຈົ້າໜ້າທີ່ ປກສ ເມືອງໄຊພູທອງ ໄດ້ໃຫ້ຮູ້ວ່າ:

ໃນເວລາປະມານ 16:20 ໂມງ ຂອງວັນທີ 12 ກຸມພາ 2019 ໜ່ວຍງານຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ປກສ ເມືອງ ໄດ້ຮັບການລາຍງານຈາກແຫຼ່ງຂ່າວວ່າ: ໃນເວລາ 21 ໂມງ ວັນດຽວກັນພວກກ່ຽວຈະ ມີການເຄື່ອນຍ້າຍຢາເສບຕິດປະເພດຢາບ້າຈໍານວນຫຼາຍ ຈາກບ້ານນາຄໍາ ຫາ ບ້ານຕາກແດດ ເມືອງໄຊພູທອງ  ໂດຍນໍາໃຊ້ລົດຈັກເປັນພາຫະນະ.

ຈາກນັ້ນ, ໄດ້ນໍາກໍາລັງຕໍາຫຼວດ ໄປສະກັດລັດລົດຈັກເປົ້າໝາຍຢູ່ເສັ້ນທາງແຕ່ບ້ານນາຄໍາ ຫາ ບ້ານຕາກແດດ. ຜ່ານການກວດກາພົບ ເຫັນລົດຈັກພວກກ່ຽວກໍາລັງແລ່ນໄປຕາມທາງ ພໍໄປຮອດຈຸດກວດກາ ຈຶ່ງສະກັດກວດຄົ້ນລົດຈັກ ພົບເຫັນຢາບ້າຈໍານວນດັ່ງກ່າວ ບັນຈຸໃນກະເປົາ ໂດຍພວກກ່ຽວສາລະພາບໃນເບື້ອງຕົ້ນວ່າ: ຢ່າບ້າຈໍານວນດັ່ງກ່າວ ກຽມເອົາໄປຂາຍໃຫ້ຜູ້ສັ່ງຊື້. ຄະດີນີ້, ຍັງຢູ່ໃນຂັ້ນຕອນດໍາເນີນການສືບສວນ-ສອບສວນຫາ ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມກົດໝາຍ.