ໜ່ວຍຊາວໜຸ່ມ ຫ້ອງການກົມໃຫຍ່ຕຳຫຼວດ ສະຫຼຸບວຽກງານ ປະຈຳປີ 2018

0
1685

ໜ່ວຍຊາວໜຸ່ມ ຫ້ອງການກົມໃຫຍ່ຕຳຫຼວດ ກະຊວງ ປກສ ໄດ້ຈັດກອງປະຊຸມສະຫຼຸບການເຄື່ອນໄຫວວຽກງານຊາວໜຸ່ມ ປະຈຳປີ 2018 ແລະ ວາງທິດທາງແຜນການ ປີ 2019 ຂຶ້ນໃນວັນທີ 13 ກຸມພາ 2019, ເຂົ້າຮ່ວມໂດຍ ພັອ ປອ ພູທອນ ວໍລະເພັດ ເລຂາໜ່ວຍພັກ ຫົວໜ້າຫ້ອງການກົມໃຫຍ່ຕຳຫຼວດ, ມີ ພັທ ແສງທອງ ສຸພາວົງ ເລຂາຊາວໜຸ່ມກົມໃຫຍ່ຕຳຫຼວດ ມີຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຫຼັກແຫຼ່ງ ເຂົ້າຮ່ວມ.

ເປັນປະທານໂດຍ ພັອ ປອ ພູທອນ ວໍລະເພັດ ເລຂາໜ່ວຍພັກ ຫົວໜ້າຫ້ອງການກົມໃຫຍ່ຕຳຫຼວດ (ຊ້າຍ) – ພັທ ແສງທອງ ສຸພາວົງ ເລຂາຊາວໜຸ່ມກົມໃຫຍ່ຕຳຫຼວດ (ຂວາ)

ຮທ ພູວົງ ວົງຊາວດອນ ຄະນະໜ່ວຍຊາວໜຸ່ມ ຫ້ອງການກົມໃຫຍ່ຕຳຫຼວດ ໃຫ້ຮູ້ວ່າ:

ຕະຫຼອດໄລຍະຜ່ານມາ, ຄະນະໜ່ວຍຊາວໜຸ່ມຫ້ອງການ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ ສະມາຊິກຊາວໜຸ່ມ ເປັນປົກກະຕິ ແລະ ຫຼາຍຮູບເເບບ ໂດຍນຳເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ລະບຽບຂອງກຳລັງ ປກສ ແລະ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ວາງອອກ ມາຈັດຕັ້ງເຜີຍແຜ່, ເຊື່ອມຊຶມ ເພື່ອເຮັດໃຫ້ສະມາຊິກຊາວໜຸ່ມແຕ່ລະສະຫາຍ ມີແນວຄິດອຸ່ນອຽນທຸ່ນທ່ຽງ, ເຊື່ອໝັ້ນຕໍ່ການນຳພາຂອງພັກ, ຂອງກົມກອງ, ຮູ້ຈຳແນກໄດ້ມິດ-ສັດຕູຢ່າງຈະແຈ້ງ ແລະ ປະຕິບັດລະບຽບວິໄນຂອງກົມກອງວາງອອກໄດ້ເປັນຢ່າງດີ ພ້ອມທັງມີຄວາມຕື່ນຕົວຈັດຕັ້ງປະຕິບັດວຽກງານວິຊາສະເພາະມີຜົນສຳເລັດ,

ຮທ ພູວົງ ວົງຊາວດອນ ຄະນະໜ່ວຍຊາວໜຸ່ມ ຫ້ອງການກົມໃຫຍ່ຕຳຫຼວດ

ໂດຍສະເພາະ ແມ່ນວຽກງານສຳນວນ-ສຳເນົາ ແລະ ຂາເຂົ້າ-ຂາອອກ ເພື່ອຮັບປະກັນໃຫ້ເອກະສານຜ່ານປະຕູດຽວຢ່າງເປັນລະບົບ, ຖືກຕ້ອງຕາມຫຼັກການວິຊາສະເພາະ ທັງຮັບປະກັນຄວາມລັບໄດ້ເປັນຢ່າງດີ.

ໃນນັ້ນ, ໄດ້ຮັບເອກະສານທັງໝົດ 8.101 ສະບັບ, ເຮັດໜ້າທີ່ຄົ້ນຄວ້າກວດກາມີເອກະສານຂາເຂົ້າ 2.887 ສະບັບ, ຂາອອກ 3.373 ສະບັບ ແລ້ວບັນທຶກເຂົ້າຄອມພິວເຕີ ແລະ ເກັບມ້ຽນສຳເນົາໃນແຕ່ລະປີຢ່າງເປັນລະບົບ ແລະ ວຽກງານປິ່ນອ້ອມມີຜົນສຳເລັດ; ພ້ອມນັ້ນ, ຍັງໄດ້ປະກອບສ່ວນເຂົ້າໃນຂະບວນການຕ່າງໆ ເປັນຕົ້ນແມ່ນ ຈັດຕັ້ງຜັນຂະຫຍາຍຄຳຂວັນ 2 ສາມັກຄີ, 3 ດີ, 4 ພັດທະນະ ແລະ ຄຳຂວັນ 4 ບຸກ ຂອງ ຄະນະບໍຫານງານຊາວໜຸ່ມ ກະຊວງ ປກສ ວາງອອກຢ່າງມີປະສິດທິພາບ.

ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມຫຼັກແຫຼ່ງ ເຂົ້າຮ່ວມ

ໃນປີ 2019 ນີ້, ຄະນະໜ່ວຍຊາວໜຸ່ມຫ້ອງການ ຈະຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດເປັນກົກ ໃນການສຶກສາອົບຮົມສະມາຊິກຊາວໜຸ່ມ ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ໂດຍນຳພາເຂົ້າຮ່ວມເຊື່ອມຊຶມເອກະສານສຳຄັນຕ່າງໆຂອງພັກ-ຂອງລັດ, ຂອງກຳລັງ ປກສ ແລະ ເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຂອງ ຄະນະບໍລິຫານງານຊາວໜຸ່ມປະຊາຊົນ ປະຕິວັດລາວ ເພື່ອເຮັດໃຫ້ບັນດາສະຫາຍມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີສະຕິຕໍ່ການຈັດຕັ້ງ ແລະ ປະຕິບັດລະບຽບວິໄນຂອງກົມກອງ ວາງອອກໃຫ້ເຂັ້ມງວດ.

ໜ່ວຍຊາວໜຸ່ມຫ້ອງ ການກົມໃຫຍ່ຕຳຫຼວດ ກະຊວງ ປກສ

ສືບຕໍ່ປັບປຸງແບບແຜນວິທີເຮັດວຽກຂອງ ຄະນະໜ່ວຍ, ຄະນະຈຸ ໃຫ້ສອດຄ່ອງກັບວຽກງານຕົວຈິງ ເປັນຕົ້ນແມ່ນ ລະບອບການຮ່ວມຊີວິດ, ແບ່ງວຽກໃຫ້ກັນຮັບຜິດຊອບຢ່າງເປັນໝູ່ຄະນະ, ພ້ອມທັງເອົາໃຈໃສ່ຕິດຕາມ, ກຳແໜ້ນບັນດາສະມາຊິກຊາວໜຸ່ມຜູ້ທີ່ຫ້າວຫັນ ແລະ ມີຜົນງານ ເພື່ອປະຕິບັດນະໂຍບາຍ ເພື່ອກໍ່ສ້າງພະນັກງານສືບທອດປ່ຽນແທນ ແລະ ຈະສືບຕໍ່ຈັດຕັ້ງຜັນຂະຫຍາຍທິດທາງແຜນງານລວມຂອງຫ້ອງການ ກໍຄືຂອງຊາວໜຸ່ມກົມ 503 ຫັນມາເປັນແຜນການລະອຽດຂອງໜ່ວຍຊາວໜຸ່ມຫ້ອງການ ແລະ ແນໃສ່ເຮັດໃຫ້ແຕ່ລະຂົງເຂດວຽກງານວິຊາສະເພາະ ມີຜົນສຳເລັດຢ່າງມີປະສິດທິພາບ.