ກິດຈະກຳໂຄສະນາຕ້ານເອດ

0
2028

ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮ່ວມກັບ ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ( ພຕພ ) ໄດ້ຈັດກິດຈະກຳໂຄສະນາວຽກງານສະກັດກັ້ນ-ຕ້ານເຊື້ອເຮສໄອວີພະຍາດເອດ ແລະ ພຕພ ເພື່ອໃຫ້ບັນດາທ່ານທີ່ຕາງໜ້າຈາກອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງໄດ້ມີການແລກປ່ຽນຮຽນຮູ້ທາງດ້ານວິຊາການ, ຂໍ້ມູນຂ່າວສານຕ່າງໆທີ່ກ່ຽວຂ້ອງກັບບັນຫາພະຍາດເອດທີ່ມີຜົນກະທົບຕໍ່ກັບແມ່ຍິງ.

ກິດຈະກຳດັ່ງກ່າວ, ມີຂຶ້ນໃນວັນທີ 15 ກຸມພາ 2019 ໂດຍມີ ທ່ານ ດຣ ນາງ ຜາສຸກ ວົງວິຈິດ ຮອງປະທານຄະນະບໍລິຫານງານສະຫະພັນແມ່ຍິງ ຮອງຫົວໜ້າກົມແຜນການ ແລະ ການຮ່ວມມືສາກົນ ກະຊວງສາທາລະນະສຸກ, ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ແລະ ບັນດາທ່ານທີ່ຕາງໜ້າອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງ ເຂົ້າຮ່ວມ.

ຄະນະບໍລິຫານງານສະຫະພັນແມ່ຍິງ ກະຊວງສາທາລະນະສຸກ ຮ່ວມກັບ ສູນຕ້ານເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ( ພຕພ )

ທ່ານ ດຣ ພູທອນ ສຸດທະລັກ ຫົວໜ້າສູນຕ້ານເອດ ແລະ ພຕພ ໃຫ້ຮູ້ເຖິງສະ​ພາບ​ການ​ສະ​ກັດ​ກັ້ນ ແລະ ຕ້ານ​ເຊື້ອເຮສໄອວີ ພະຍາດເອດ ແລະ ພະຍາດຕິດຕໍ່ທາງເພດສຳພັນ ໃນ ສປປ ລາວ ວ່າ:

ພະນັກງານທີ່ກ່ຽວຂ້ອງ ແລະ ບັນດາທ່ານທີ່ຕາງໜ້າອົງການຈັດຕັ້ງມະຫາຊົນອ້ອມຂ້າງກະຊວງ ເຂົ້າຮ່ວມ

ໄດ້ສ້າງສະພາບແວດລ້ອມທີ່ເອື້ອອຳນວຍໃນການຕອບໂຕ້ ຕໍ່ເຊື້ອເຮສໄອວີ ແລະ ພະຍາດເອດ ທີ່ມີປະສິດທິຜົນ ໂດຍໄດ້ທົບ​ທວນ​ຄືນ​ກົດ​ໝາຍ ​ແລະ ນະ​ໂຍ​ບາຍ​ທີ່​ຍັງ​ເປັນ​ອຸ​ປະ​ສັກ ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຄື: ໄດ້​ປັບ​ປຸງ​ປື້ມ​ຄູ່​ມື​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ; ​ເຮັດ​ການ​ສຳ​ຫຼວດກຸ່ມ ສາວ​ບໍ​ລິ​ການ; ອົບ​ຮົມ​ວຽກ​ງານ​ຕ້ານ​ການ​ຈຳ​ແນກ ແລະ ລັງ​ກຽດ ໃຫ້ 4 ໂຮງ​ໝໍ​ແຂວງ. ເລີ່ມ​ແຕ່​ປີ 1980-2017 ມີ​ຜູ້ຕິດເຊື້ອເຮສໄອວີຈຳ​ນວນ 77,3 ລ້ານຄົນ ໃນທົ່ວໂລກ; ເສຍຊີວິດຍ້ອນເປັນພະຍາດເອດ ຈຳ​ນວນ 35,4 ລ້ານຄົນ;

ກິດຈະກຳໂຄສະນາຕ້ານເອດ

ສຳລັບຕົວ​ເລກສະສົມ​ແຕ່ ປີ 1990 ຮອດ​ເດືອນ ກັນຍາ 2018 ຈຳນວນແຂວງທີ່ລາຍງານ 18 ແຂວງ, ຈຳນວນຕົວຢ່າງເລືອດທີ່ໄດ້ກວດ 864.116 ຕົວຢ່າງ, ພົບຈຳນວນທີ່ຕິດເຊື້ອເຮສໄອວີ 11.980 ຄົນ ຈຳນວນຜູ້ຕິດເຊື້ອຍັງມີຊີວິດ 9.900 ຄົນ, ຈຳນວນທີ່ເປັນພະຍາດເອດ 5.392 ຄົນ, ຈຳນວນທີ່ຕາຍຍ້ອນພະຍາດເອດ 2.080 ຄົນ. ກິດຈະກຳຄັ້ງນີ້ຍັງໄດ້ເຜີຍແຜ່ຄວາມຮູ້ພື້ນຖານ ແລະ ຖາມ-ຕອບກ່ຽວກັບເຊື້ອເຮສໄອວີ ພະຍາດເອດ, ແຈກລິບບິ້ນແດງ ທີ່ແມ່ນສັນຍາລັກຕ້ານພະຍາດເອດ ແລະ ການຢູ່ຮ່ວມກັນແບບສັນຕິໂດຍບໍ່ມີການຈຳແນກ-ລັງກຽດ; ແຈກຖົງຢາງອະນາໄມໃຫ້ຜູ້ທີ່ມາຮ່ວມກິດກະກໍາ.

ກິດຈະກຳໂຄສະນາວຽກງານສະກັດກັ້ນ-ຕ້ານເຊື້ອເຮສໄອວີພະຍາດເອດ