ເປັນປະທານໂດຍ ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ ປກສ

ໃນປີ 2019, ຄະນະພັກ-ຄະນະກົມກວດກາ-ກວດການ ກະຊວງ ປກສ ຈະສືບຕໍ່ຊີ້ນຳ-ນຳພາ ຄະນະບັນຊາແຕ່ລະຂັ້ນ ໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ວຽກງານວິຊາສະເພາະ ຢ່າງເຂັ້ມງວດ ເປັນຕົ້ນແມ່ນ ວຽກງານກວດກາພັກ, ກວດກາລັດ ແລະ ຕ້ານການສໍ້ລາດບັງຫຼວງ ຮັບປະກັນໃຫ້ວຽກງານມີປະສິດທິພາບສູງ.

ກອງປະຊຸມສະຫຼຸບວຽກງານກວດກາ-ກວດການ ປກສ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019 ໃນວັນທີ 19 ກຸມພາ 2019, ເປັນກຽດເຂົ້າຮ່ວມໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ, ເປັນປະທານໂດຍ ພົຈວ ດວງປີ ດາມະນີວົງ ຫົວໜ້າກົມກວດກາ-ກວດການ ປກສ, ພັອ ໂພໄຊ ມາຄຽມ ຮອງຫົວໜ້າກົມກວດກາ-ກວດການ ໃຫ້ຮູ້ວ່າ:

ກອງປະຊຸມສະຫຼຸບວຽກງານກວດກາ-ກວດການ ປກສ ປະຈຳປີ 2018 ແລະ ທິດທາງແຜນການ ປີ 2019

ປີ 2019 ນີ້, ຄະນະພັກ-ຄະນະກົມກວດກາ-ກວດການ ຈະສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະບັນຊາຢູ່ແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ສຸມໃສ່ເຮັດວຽກງານກວດກາ-ກວດການ ຢ່າງຕໍ່ເນື່ອງ, ຮັບປະກັນມີຄວາມຖືກຕ້ອງຕາມລະບຽບກົດໝາຍ ແລະ ຫຼັກການທີ່ຄະນະພັກຂັ້ນເທິງ ວາງອອກ ໃຫ້ປະກົດຜົນເປັນຈິງ.

ໃນນັ້ນ, ຈະສືບຕໍ່ຊຸກຍູ້ຕິດຕາມ-ກວດກາພາຍໃນພັກ ໃຫ້ເປັນປົກກະຕິ ໃນແຕ່ລະຄະນະພັກ-ຄະນະພັກຮາກຖານ, ໜ່ວຍພັກຮາກຖານ ໃນການຈັດຕັ້ງປະຕິບັດມະຕິຄຳສັ່ງ, ກົດລະບຽບພັກ, ກົດໝາຍຂອງລັດ ແລະ ບັນດາຂໍ້ຫ້າມຕ່າງໆ;

ໂດຍສະເພາະ ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ກມສພ ລົງວັນທີ 3 ມັງກອນ 2018 ວ່າດ້ວຍ ການເພີ່ມທະວີການສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ແລະ ມະຕິ 31/ກມສພ ວ່າດ້ວຍ ວຽກງານຄຸ້ມຄອງພະນັກງານ;

ສືບຕໍ່ຊຸກຍູ້ບັນດາກົມກອງອ້ອມຂ້າງກະຊວງ ແລະ ກົມກອງທ້ອງຖິ່ນ ໃນການຈັດຕັ້ງປະຕິບັດມະຕິຄຳສັ່ງຂອງຂັ້ນເທິງກ່ຽວກັບ ວຽກງານຕິດຕາມ-ກວດກາ, ວຽກງານຕ້ານ ແລະ ສະກັດກັ້ນການສໍ້ລາດບັງຫຼວງ ເພື່ອສ້າງຄວາມຮູ້ ແລະ ກຳແໜ້ນແນວທາງນະໂຍບາຍຂອງ ພັກ-ລັດ ໃຫ້ແກ່ພະນັກງານ-ນັກຮົບ ຮັບຮູ້ ຢ່າງທົ່ວເຖິງ;

ຕິດຕາມ-ກວດກາ ໂຄງການລົງທຶນຂອງລັດ ແຕ່ຫົວທີ ຕາມຄຳສັ່ງແນະນຳການຈັດຕັ້ງປະຕິບັດດຳລັດ 01/ລບ ແລະ ຂອງ ລັດຖະມົນຕີ ກະຊວງ ປກສ ເລກທີ 1156/ປກສ ວ່າດ້ວຍ ການຕິດຕາມ, ກວດກາ ໂຄງການລົງທຶນຂອງລັດ ເລີ່ມແຕ່ຫົວທີ ໃຫ້ມີປະສິດທິຜົນ ແລະ ຈະສືບຕໍ່ປະຕິບັດຍຸດທະສາດຕ້ານການສໍ້ລາດບັງຫຼວງຂອງລັດຖະບານ ແຕ່ນີ້ຮອດປີ 2020;

ຄຳສັ່ງເລກທີ 44/ປກສ ລົງວັນທີ 10 ມັງກອນ 2018 ກ່ຽວກັບ ການສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ ທີ່ຕິດພັນກັບ ການຕ້ານການສໍ້ລາດບັງຫຼວງ, ແນໃສ່ເຮັດໃຫ້ວຽກງານດັ່ງກ່າວ  ມີຄວາມລະອຽດ, ຖືກຕ້ອງຕາມລະບຽບກົດໝາຍ ແລະ ແກ້ໄຂຢ່າງທັນການ.

ເປັນກຽດເຂົ້າຮ່ວມໂດຍ ພົຕ ສິນທະວົງ ໄຊຍະກອນ ຮອງລັດຖະມົນຕີ ກະຊວງ ປກສ

ປີ 2018 ຜ່ານມາ, ຄະນະພັກ-ຄະນະກົມກວດກາ-ກວດການ ໄດ້ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະບັນຊາແຕ່ລະຂັ້ນ ໃຫ້ຕັ້ງໜ້າເຮັດວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢ່າງເຂັ້ມງວດ; ໃນນັ້ນ, ໄດ້ຕິດຕາມ-ກວດກາການເໜັງຕີງຂອງການຈັດຕັ້ງພັກ, ສະມາຊິກພັກທົ່ວອົງຄະນະພັກ ກະຊວງ ປກສ ມີ 13 ຄະນະພັກກົມໃຫຍ່ ທຽບເທົ່າ 1 ຄະນະພັກຮາກຖານ ແລະ 4 ໜ່ວຍພັກຮາກຖານ ຂຶ້ນກັບ ຄະນະພັກກະຊວງ, ມີ 13 ຄະນະພັກຮາກຖານ ແລະ 239 ໜ່ວຍພັກຮາກຖານ ຂຶ້ນກັບ ຄະນະພັກກົມໃຫຍ່ ແລະ ທຽບເທົ່າ.

ຄະນະພັກ-ຄະນະກົມກວດກາ-ກວດການ ຈະສືບຕໍ່ເອົາໃຈໃສ່ຊີ້ນຳ-ນຳພາ ຄະນະບັນຊາຢູ່ແຕ່ລະຂັ້ນ ທັງສູນກາງ ແລະ ທ້ອງຖິ່ນ ໃຫ້ສຸມໃສ່ເຮັດວຽກງານກວດກາ-ກວດການ ຢ່າງຕໍ່ເນື່ອງ

ນອກນັ້ນ, ຍັງໄດ້ຕິດຕາມ-ກວດກາ ໂຄງການລົງທຶນຂອງລັດ ກະຊວງ ປກສ ປີ 2018 ມີ 10 ໂຄງການ ລວມມູນຄ່າ 149 ຕື້ກວ່າກີບ, ເຊິ່ງໄດ້ເຄື່ອນໄຫວຕິດຕາມ, ກວດກາໄລຍະການປະມູນ 8 ໂຄງການ, ໄລຍະການດຳເນີນກໍ່ສ້າງຕົວຈິງ 1 ໂຄງການ ແລະ ໄດ້ຕິດຕາມເກັບກຳເອກະສານໂຄງການສຳເລັດ 10 ໂຄງການ ແລະ ຍັງມີໂຄງການອື່ນໆທີ່ໄດ້ກວດກາຜ່ານມາ ເປັນລະບຽບຮຽບຮ້ອຍດີ ແລະ ໄດ້ຕິດຕາມ-ກວດກາ ການເຄື່ອນໄຫວປະຕິບັດໜ້າທີ່ຂອງນາຍ ແລະ ພົນຕຳຫຼວດຢູ່ບັນດາກົມກອງອ້ອມຂ້າງ ກະຊວງ ປກສ ແລະ ປກສ ທ້ອງຖິ່ນ ມີຜູ້ລະເມີດລະບຽບກົດໝາຍຕ່າງໆ ພ້ອມທັງແກ້ໄຂໄດ້ທັນເວລາ.