ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ II ຂອງ ສະຫະພັນແມ່ຍິງ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ II ຂອງ ສະຫະພັນແມ່ຍິງ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 20 ກຸມພາ ຜ່ານມານີ້, ເຂົ້າຮ່ວມໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອຳນວຍການ ວຕປ ກະຊວງ ປກສ, ມີ ພັອ ນາງ ວັດຊະລີ ສິດທິລືໄຊ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ, ມີ ປະທານ-ຄະນະປະທານ ສະຫະພັນແມ່ຍິງ ວຕປ, ແຂກຮັບເຊີນ, ຄະນະໜ່ວຍ ແລະ ສະມາຊິກແມ່ຍິງ ພາຍໃນ ວຕປ ເຂົ້າຮ່ວມ.

ພັທ ນາງ ວິໄລວັນ ວິລະຈິດ ປະທານສະຫະພັນແມ່ຍິງ ວຕປ ຜ່ານບົດສະຫຼຸບ ໃຫ້ຮູ້ວ່າ:

ຕະຫຼອດໄລຍະສົກປີ 2014-2018 ຜ່ານມາ, ຄະນະສະຫະພັນແມ່ຍິງ ວຕປ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງເປັນປົກກະຕິ ໂດຍນຳພາເຊື່ອມຊຶມເອກະສານແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ຂອງກຳລັງ ປກສ, ມູນເຊື້ອວັນແມ່ຍິງສາກົນ ແລະ ແມ່ຍິງລາວ ແລະ ເອກະສານອື່ນໆ ລວມມີ 96 ຄັ້ງ;

ເຂົ້າຮ່ວມໂດຍ ພົຈວ ປອ ບຸນຊູ ນາມມະຈັກ ອຳນວຍການ ວຕປ ກະຊວງ ປກສ, ພັອ ນາງ ວັດຊະລີ ສິດທິລືໄຊ ປະທານຄະນະບໍລິຫານງານ ສະຫະພັນແມ່ຍິງ ກະຊວງ ປກສ, ປະທານ-ຄະນະປະທານ ສະຫະພັນແມ່ຍິງ ວຕປ, ແຂກຮັບເຊີນ, ຄະນະໜ່ວຍ ແລະ ສະມາຊິກແມ່ຍິງ ພາຍໃນ ວຕປ

ຜ່ານການສຶກສາອົບຮົມເຫັນວ່າ:

ສະມາຊິກແມ່ຍິງ ສ່ວນຫຼາຍມີຄຸນທາດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ອຸ່ນອຽນທຸ່ນທ່ຽງ, ປະຕິບັດລະບຽບຂອງກົມກອງ ກໍຄືຂອງສະຫະພັນແມ່ຍິງ ວຕປ ວາງອອກ ຢ່າງເຂັ້ມງວດ

ຕິດພັນກັບ ການປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ທີ່ ຄະນະບໍລິຫານງານ ສະຫະພັນແມ່ຍິງລາວ ກໍຄື ແມ່ຍິງ ກະຊວງ ປກສ ວາງອອກ ມາຈັດຕັ້ງເຜີຍແຜ່ໃຫ້ສະມາຊິກແມ່ຍິງ ໄດ້ຮັບຮູ້ ແລະ ເຂົ້າໃຈຕາມຂັ້ນຕອນ, ແຕ່ລະບາດກ້າວເປັນຂະບວນການ ພ້ອມທັງຈັບມືແຂ່ງຂັນ ແລະ ໄດ້ນຳພາຈັດຕັ້ງປະຕິບັດໃນການຕິດຕາມ, ສະຫຼຸບ, ປະເມີນຜົນ, ສະຫຼຸບຖອດຖອນບົດຮຽນ ໂດຍຖືເອົາຂໍ້ແຂ່ງຂັນ 3 ດີ

ຕິດພັນກັບ ຂະບວນການລວມຂອງ ວຕປ ເປັນຕົ້ນແມ່ນ ຊຸກຍູ້ນຳພາປະຕິບັດຂໍ້ແຂ່ງຂັນ 3 ດີ ໄປພ້ອມກັບ ຂະບວນການຮຽນດີ-ຮຽນເກັ່ງ, ຮັກຊາດ-ພັດທະນາ ແລະ ການກໍ່ສ້າງກົມກອງເຂັ້ມແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ, ຕີລາຄາປະເພດ ປະຈຳເດືອນ, ປະຈຳໄຕມາດ ແລະ ປະຈຳປີ;

ກອງປະຊຸມ ຍັງໄດ້ຄັດເລືອກເອົາ ຄະນະສະຫະພັນແມ່ຍິງ ວຕປ ຊຸດໃໝ່ ໃນຈຳນວນຜູ້ລົງສະໝັກເລືອກຕັ້ງ 9 ສະຫາຍ

ແລ້ວສັງລວມຜົນເປັນ 2 ໄລຍະ ເຊິ່ງສາມາດຄັດເລືອກປະເພດບຸກຄົນ 3 ດີ ປະເພດ I ມີ 831 ສະຫາຍ, ປະເພດ II ມີ 66 ສະຫາຍ, ປະເພດ III ມີ 2 ສະຫາຍ ແລະ ໜ່ວຍສະຫະພັນແມ່ຍິງ 3 ດີ ປະເພດ I ມີ 10 ໜ່ວຍ, ເປັນສະຫະພັນ 3 ດີ ມີບຸກຄົນຕົວແບບດ້ານວິຊາສະເພາະ 13 ສະຫາຍ, ດ້ານເສດຖະກິດຄອບຄົວ 2 ສະຫາຍ, ສ້າງຄອບຄົວດີ 1 ສະຫາຍ ແລະ ດ້ານກິລາ 1 ສະຫາຍ.

ກອງປະຊຸມ ຍັງໄດ້ຄັດເລືອກເອົາ ຄະນະສະຫະພັນແມ່ຍິງ ວຕປ ຊຸດໃໝ່ ໃນຈຳນວນຜູ້ລົງສະໝັກເລືອກຕັ້ງ 9 ສະຫາຍ; ໃນນັ້ນ, ເລືອກໄດ້ ພັທ ນາງ ແກ້ວຕາວັນ ຄຳແສນ ເປັນປະທານສະຫະພັນແມ່ຍິງ ວຕປ, ພັທ ນາງ ຄຳມະນີ ຈັນທິລາດ ເປັນຮອງ ແລະ ພັທ ນາງ ມະນີວັນ ວົງພະຈັນ ເປັນປະທານກວດກາ ພ້ອມດ້ວຍຄະນະ 4 ສະຫາຍ.

ເພື່ອສືບຕໍ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ສະມາຊິກແມ່ຍິງ ໂດຍການນໍາເອົາແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄຳສັ່ງຕ່າງໆ, ມູນເຊື້ອແມ່ຍິງສາກົນ, ແມ່ຍິງລາວ ກໍຄື ແມ່ຍິງກະຊວງ ປກສ ມາຈັດຕັ້ງເຊື່ອມຊຶມ;

ເພື່ອເຮັດໃຫ້ສະມາຊິກແມ່ຍິງ ມີຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ-ລັດ ແລະ ຕັ້ງໜ້າຝຶກຝົກຫຼ່ໍຫຼອມຄຸນສົມບັດສິນທຳປະຕິວັດ, ຍົກສູງຫົວຄິດປະດິດສ້າງຂອງແມ່ຍິງ ໃຫ້ມີຄວາມຊຳນິຊຳນານຕໍ່ການເຮັດວຽກຕົວຈິງ ໃຫ້ມີປະສິດທິຜົນ ຕິດພັນກັບ ການນຳພາຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 3 ດີ ທີ່ ສູນກາງສະຫະພັນແມ່ຍິງລາວ ແລະ ບົດນຳຕ່າງໆຂອງ ສະຫະພັນແມ່ຍິງ ກະຊວງ ປກສ ໂດຍໄປຄຽງຄູ່ກັບ ຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ;

ເລືອກໄດ້ ພັທ ນາງ ແກ້ວຕາວັນ ຄຳແສນ ເປັນປະທານສະຫະພັນແມ່ຍິງ ວຕປ, ພັທ ນາງ ຄຳມະນີ ຈັນທິລາດ ເປັນຮອງ ແລະ ພັທ ນາງ ມະນີວັນ ວົງພະຈັນ ເປັນປະທານກວດກາ ພ້ອມດ້ວຍຄະນະ 4 ສະຫາຍ

ເຊິ່ງຖືເອົາເນື້ອໃນດັ່ງກ່າວນີ້ ມາເປັນເນື້ອໃນການສຳຫຼວດ, ກວດກາ, ຕີລາຄາຈັດແບ່ງປະເພດ ປະຈຳເດືອນ, ໄຕມາດ, 1 ປີ, 3 ປີ ແລະ 5 ປີ ພ້ອມທັງແນໃສ່ສ້າງໃຫ້ໄດ້ແມ່ຍິງ 3 ດີ ປະເພດ I, ໜ່ວຍສະຫະພັນ 3 ດີ ໃຫ້ໄດ້ 80% ຂຶ້ນໄປ, ສ້າງບຸກຄົນຕົວແບບທີ່ດີເດັ່ນດ້ານຕ່າງໆ ໃຫ້ມີຈຳນວນເພີ່ມຂຶ້ນ, ຮັກສາ ແລະ ເສີມຂະຫຍາຍມູນເຊື້ອ 3 ດີ ຂອງ ສະຫະພັນແມ່ຍິງ ວຕປ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ເພື່ອຮັບປະກັນໃຫ້ທິດທາງແຜນການ ສົກປີ 2019-2023 ໄດ້ຮັບໝາກຜົນດີ.