ເປັນປະທານໂດຍ ພັທ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ - ທ່ານ ວົງເພັດ ເສັດຈຽມແສງ ເຈົ້າເມືອງໆວຽງພູຄາ

ກອງບັນຊາການ ປກສ ເມືອງວຽງພູຄາ ແຂວງຫຼວງນໍ້າທາ ຈັດພິທີປະກາດແຕ່ງຕັ້ງ-ໂຍກຍ້າຍນາຍຕຳຫຼວດ ໃນວັນທີ 6 ມີນາ 2019, ເປັນປະທານໂດຍ ພັທ ຄຳພັດ ພົມພິພັກ ຮອງຫົວໜ້າກອງບັນຊາການ ປກສ ແຂວງຫຼວງນ້ຳທາ, ມີ ທ່ານ ວົງເພັດ ເສັດຈຽມແສງ ເຈົ້າເມືອງໆວຽງພູຄາ ພ້ອມບັນດາຫົວໜ້າ-ຮອງພະແນກ, ຫົວໜ້າ-ຮອງ ປກສ ກຸ່ມບ້ານ 7 ກຸ່ມບ້ານ ເຂົ້າຮ່ວມ.

ພັທ ນາງ ຄຳມີ ເພັດມະນີ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ ໄດ້ຜ່ານຂໍ້ຕົກລົງຂອງ ລັດຖະມົນຕີ ກະຊວງປ້ອງກັນຄວາມສະຫງົບ ສະບັບເລກທີ 253/ປກສ, 254/ປກສ ລົງວັນທີ 19 ກຸມພາ 2019 ວ່າດ້ວຍ ການໂຍກຍ້າຍ, ແຕ່ງຕັ້ງນາຍຕຳຫຼວດ ທີ່ຂຶ້ນກັບ ກອງບັນຊາການ ປກສ ແຂວງຫຼວງນ້ຳທາ.

ພິທີປະກາດແຕ່ງຕັ້ງ-ໂຍກຍ້າຍນາຍຕຳຫຼວດ ໃນວັນທີ 6 ມີນາ 2019

ໃນນີ້, ໄດ້ໂຍກຍ້າຍ ແລະ ແຕ່ງຕັ້ງ ພັທ ພອນແກ້ວ ພົງແສນຫຼວງ ຈາກ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ ໄປເປັນ ຫົວໜ້າຫ້ອງສັນຕິບານ ປກສ ແຂວງ, ແຕ່ງຕັ້ງ ພັທ ແອ໋ ພິມມະວົງ ຂຶ້ນເປັນ ຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ, ໂຍກຍ້າຍ ພັທ ບຸນຮັກ ເຢີມມະລີ ຈາກ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ ມາເປັນ ຮອງຫົວໜ້າຫ້ອງການເມືອງ ປກສ ແຂວງ, ໂຍກຍ້າຍ ພັທ ພິມວິໄລ ວິເນີນຄຳ ຮອງຫົວໜ້າຫ້ອງ 504 ໄປເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ, ແຕ່ງຕັ້ງ ພັທ ແພງໄຊ ຄຳສະບາ ແລະ ພັຕ ທອງຫອມ ທັນອໍລະພິມ ເປັນ ຮອງຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ.

ຈາກນັ້ນ, ພັທ ທອງອຸ່ນ ສຸລີຍາ ຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ (ຜູ້ເກົ່າ) ແລະ ພັທ ແອ໋ ພິມມະວົງ ຫົວໜ້າກອງບັນຊາການ ປກສ ເມືອງວຽງພູຄາ (ຜູ້ໃໝ່) ໄດ້ລົງນາມເຊັນບົດບັນທຶກມອບ-ຮັບໜ້າທີ່ ຢ່າງເປັນທາງການ.

ໂອກາດດັ່ງກ່າວ, ພັທ ຄຳພັດ ພົມພິພັກ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍຜູ້ທີ່ຖືກແຕ່ງຕັ້ງ ແລະ ໂຍກຍ້າຍໄປຮັບໜ້າທີ່ບ່ອນໃໝ່ ຈົ່ງພ້ອມກັນເອົາໃຈໃສ່ຍົກສູງພາລະບົດບາດ ຢູ່ໃນຂົງເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມໜັກແໜ້ນ ພ້ອມກັນສືບຕໍ່ປັບປຸງກົມກອງໃຫ້ໜັກແໜ້ນ, ເຂັ້ມແຂງທາງດ້ານການເມືອງ-ແນວຄິດ ແລະ ການຈັດຕັ້ງ, ສຳລັບຜູ້ທີ່ຮັບບຳນານ ຈົ່ງສືບຕໍ່ຮັກສາມູນເຊື້ອຂອງການປະຕິວັດ ແລະ ເປັນແບບຢ່າງໃຫ້ແກ່ພະນັກງານຮຸ່ນສືບທອດຕໍ່ໄປ.