ໃນວັນທີ 7 ມີນາ ທີ່ຜ່ານມາ, ກອງບັນຊາ ປກສ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ສົມທົບກັບພາກສ່ວນທີ່ກ່ຽວ ຂ້ອງນຳກຳລັງເຈົ້າໜ້າທີ່ເຂົ້າຈັບຕົວເປົ້າໝາຍຂາຍຢາເສບຕິດ ແລະ ໄດ້ເຂົ້າກວດຄົ້ນເຮືອນຂອງເປົ້າໝາຍຢູ່ທີ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ພົບຂອງກາງຢາບ້າຈຳນວນ 272 ມັດ ເທົ່າກັບ 544.000 ກວ່າເມັດ, ເຊິ່ງຜູ້ກ່ຽວເປັນເປົ້າໝາຍຄ້າຂາຍຢາເສບຕິດທີ່ເຈົ້າໜ້າຕຳຫຼວດມີການຕິດຕາມການເຄື່ອນໄຫວ ແລະເອົາໄປດຳເນີນການສອບສວນຫາທີ່ມາຂອງຢາເສບຕິດຈຳນວນດັ່ງກ່າວ.

ເຈົ້າໜ້າທີ່ຕຳຫຼວດ ເປີດເຜີຍຄະດີດັ່ງກ່າວນີ້ໃຫ້ຮູ້ວ່າ: ຜູ້ຖືກຫາຊື່ ທ້າວ ບຸນ ອາຍຸ 34 ປີ ຢູ່ບ້ານໃຫຍ່ສີເມືອງງາມ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ; ພາຍຫຼັງທີ່ໄດ້ຮັບຂໍ້ມູນຈາກແຫຼ່ງຂ່າວວ່າ ຜູ້ກ່ຽວໄດ້ມີການເຄື່ອນໄຫວຊື້ຂາຍຢາບ້າ ຈຶ່ງໄດ້ສົມທົບກັບ ປກສ ກຸ່ມບ້ານໃຫຍ່ສີເມືອງງາມ ລົງຕິດຕາມກວດກາຕົວຈຶ່ງພົບເຫັນຜູ້ກ່ຽວເຄື່ອນໄຫວຄ້າ ຂາຍຢາເສບຕິດແທ້. ດັ່ງນັ້ນ, ເຈົ້າໜ້າທີ່ຂອງພວກເຮົາຈຶ່ງໄດ້ກັກຕົວຜູ້ກ່ຽວໄວ້ ແລະ ໄດ້ສົມທົບກັບອົງການໄອຍະການປະຊາຊົນເຂດ I ປະຈໍາເມືອງຕົ້ນເຜິ້ງ, ອໍານາດການປົກຄອງບ້ານ, ປກສ ກອງຫຼອນບ້ານ ເຂົ້າກວດຄົ້ນເຮືອນຂອງຜູ້ກ່ຽວ. ຜ່ານການກວດຄົ້ນພົບເຫັນຂອງກາງຢາເສບຕິດປະເພດຢາບ້າຈໍານວນ 272 ມັດ ເທົ່າກັບ 544.000 ກວ່າເມັດ.

ປັດຈຸບັນຄະດີນີ້, ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ພວມສືບຕໍ່ດຳເນີນການສືບສວນ-ສອບສວນ ເພື່ອຂະຫຍາຍຜົນຫາທີ່ໄປ-ທີ່ມາຂອງຢາເສບຕິດຈຳນວນດັ່ງກ່າວ ແລະ ຈະໄດ້ຕິດຕາມຜູ້ທີ່ຖືກຊັດທອດທີ່ຮ່ວມຂະບວນການຊື້ຂາຍຢາເສບຕິດນຳກັນໄປດຳເນີນຄະດີຕາມກົດໝາຍ.