ກອງບັນຊາການ ປກສ ແຂວງເຊກອງ ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຫ້ອງການ, ໜ່ວຍພັກຈະລາຈອນ ແລະ ໜ່ວຍພັກສືບສວນ-ສອບສວນ

ໃນວັນທີ 11 ມີນາ 2019, ກອງບັນຊາການ ປກສ ແຂວງເຊກອງ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກຫ້ອງການ, ໜ່ວຍພັກຈະລາຈອນ ແລະ ໜ່ວຍພັກສືບສວນ-ສອບສວນ ທີ່ຂຶ້ນກັບ ຄະນະພັກຮາກຖານຫ້ອງຕໍາຫຼວດ ປກສ ແຂວງ ປະຈຳປີ 2018, ເປັນປະທານໂດຍ ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງ, ມີ ຄະນະພັກ-ຄະນະຫ້ອງ, ແຂກທີ່ຖືກເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ.

ເປັນປະທານໂດຍ ພັອ ສົມໄຊ ພູລະຄໍາມະນີ ຫົວໜ້າກອງບັນຊາການ ປກສ ແຂວງ

ພັຕ ຄໍາຜາຍ ວໍລະວົງສາ ຮອງເລຂາໜ່ວຍພັກຈະລາຈອນ ຫົວໜ້າພະແນກສືບຂ່າວ ຫ້ອງຕໍາຫຼວດ ປກສ ແຂວງ ກ່າວວ່າ:

ໃນ 1 ປີ ຜ່ານມາ, ການຈັດຕັ້ງປະຕິບັດຂອງໜ່ວຍພັກ 5 ເນື້ອໃນ ຄື:

ຮູ້ນໍາພາດ້ານການເມືອງ-ແນວຄິດ ສາມາດປະຕິບັດໄດ້ 98%;

ຮູ້ນໍາພາດ້ານວຽກງານວິຊາສະເພາະ, ດ້ານວຽກງານເສດຖະກິດ, ດ້ານວຽກງານວັດທະນາທຳ-ສັງຄົມ ສາມາດປະຕິບັດໄດ້ 97%;

ຮູ້ນໍາພາປັບປຸງອໍານາດການປົກຄອງ, ບັນດາອົງການຈັດຕັ້ງມະຫາຊົນ ແລະ ອົງການຈັດຕັ້ງສັງຄົມອື່ນໆ ສາມາດປະຕິບັດ ໄດ້ 95%;

ການປັບປຸງກໍ່ສ້າງພາຍໃນພັກ ແລະ ກໍ່ສ້າງພະນັກງານຢູ່ພາຍໃນຄວາມຮັບຜິດຊອບຂອງໜ່ວຍພັກ ສາມາດສ້າງເປົ້າໝາຍເຂົ້າຮຽນສະໜັບສະໜູນ ໄດ້ 7 ສະຫາຍ;

ເຂົ້າຮຽນກົດລະບຽບພັກ ໄດ້ 7 ສະຫາຍ;

ເຂົ້າພັກສຳຮອງ 3 ສະຫາຍ, ສະມາຊິກພັກສຳຮອງ ຂຶ້ນ ສົມບູນ 3 ສະຫາຍ.

ມີ ຄະນະພັກ-ຄະນະຫ້ອງ, ແຂກທີ່ຖືກເຊີນ ແລະ ສະມາຊິກພັກສົມບູນ-ສໍາຮອງ ເຂົ້າຮ່ວມ

ຕໍ່ກັບບັນຫາດັ່ງກ່າວ ສາມາດຈັດຕັ້ງປະຕິບັດໄດ້ 2,9 ຄະແນນ ແລະ ຈັດຕັ້ງນໍາພາວຽກງານປ້ອງຊາດ-ປ້ອງກັນຄວາມສະຫງົບ ໃຫ້ມີຄວາມເຂັ້ມແຂງ, ໜັກແໜ້ນ, ມີຄວາມເປັນລະບຽບຮຽບຮ້ອຍ, ມີຄວາມສະຫງົບ ແລະ ປອດໄພ ສາມາດປະຕິບັດໄດ້ 99%.

ໃນພິທີ, ພັອ ສົມໄຊ ພູລະຄຳມະນີ ຍັງໄດ້ເນັ້ນໃຫ້ ຄະນະພັກ-ຄະນະຫ້ອງ ພ້ອມດ້ວຍພະນັກງານ, ສະມາຊິກພັກ ເພີ່ມທະວີເຄື່ອນໄຫວວຽກງານວິຊາສະເພາະ, ສາມາດເຮັດສຳເລັດໜ້າທີ່ວຽກງານທີ່ການຈັດຕັ້ງຂັ້ນເທິງ ມອບໝາຍໃຫ້, ມີແນວຄິດການເມືອງໜັກແໜ້ນ, ເຂັ້ມແຂງທາງດ້ານການຈັດຕັ້ງ, ເອົາໃຈໃສ່ຝຶກຝົນຫຼ່ໍຫຼອມຕົນເອງ ຕາມ 5 ເນື້ອໃນ ໃຫ້ກາຍເປັນສາມະຊິກພັກ, ໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕະຫຼອດໄປ.