ເມືອງໄຊທານີ ຮ່ວມກັບພະແນກສ່ວຍສາອາກອນປະຈໍານະຄອນຫຼວງວຽງຈັນ ແລະ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ໄດ້ເປີດຂະບວນການເສຍຄ່າທຳນຽມທາງ ແລະ ພາສີທີ່ດິນ ປີ 2019 ໃນວັນທີ 18 ມີນາຜ່ານມາ, ເພື່ອເປັນການປຸກລະດົມຊຸກຍູ້ ແລະ ອໍານວຍຄວາມສະດວກໃຫ້ອົງການລັດ, ນັກທຸລະກິດ ແລະ ພໍ່-ແມ່ປະຊາຊົນພາຍໃນເມືອງໃຫ້ມາເສຍຄ່າທໍານຽມທາງ, ເສຍພາສີທີ່ດິນໃຫ້ເປັນຂະບວນຟົດຟື້ນ, ເປັນແບບ ຢ່າງນໍາໜ້າໃນການເສຍພັນທະເຂົ້າງົບປະມານໃຫ້ແກ່ລັດ. ໂດຍມີທ່ານ ສົມພອນ ພິມມະສອນ ຮອງຫົວໜ້າພະແນກສ່ວຍສາອາກອນ ນວ, ທ່ານ ນາງ ພອນສະຫວັນ ສົມມາໄລວົງ ຮອງຂະແໜງບໍລິການລູກຄ້າລາຍໃຫຍ່ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ມີຮອງເຈົ້າເມືອງໄຊທານີ, ຫົວໜ້າ-ຮອງຫ້ອງການອ້ອມຂ້າງ ເມືອງເຂົ້າຮ່ວມ.

ທ່ານ ຄໍາປ່ຽນ ອິນທະລືຊາ ຮອງເຈົ້າເມືອງໄຊທານີ ກ່າວວ່າ: ການເສຍຄ່າທໍານຽມທາງແມ່ນການຈັດຕັ້ງຜັນຂະຫຍາຍລັດຖະບັນຍັດຂອງປະທານປະເທດ ສະບັບເລກທີ 001/ປທ ລົງວັນທີ 20 ທັນວາ 2017 ວ່າດ້ວຍ ທໍານຽມທາງ ແລະ ປະຕິບັດຕາມແຈ້ງການຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການເງິນ ສະບັບເລກທີ 0526/ກງ ລົງວັນທີ 2 ມັງກອນ 2019 ວ່າ ດ້ວຍ ການເສຍຄ່າທໍານຽມທາງ ປະຈໍາປີ 2019; ການເສຍພາສີທີ່ດິນແມ່ນເປັນການຈັດຕັ້ງຜັນຂະຫຍາຍຕາມແຈ້ງການຂອງທ່ານຮອງນາຍົກລັດຖະມົນຕີ, ລັດ ຖະມົນຕີກະຊວງການເງິນ ສະບັບເລກທີ 0014/ກງ ລົງວັນທີ 2 ມັງກອນ 2019 ວ່າດ້ວຍການເສຍພາສີທີ່ດິນຜ່ານລະບົບທະນາຄານ.

ການເສຍຄ່າທໍານຽມທາງ ແລະ ການເສຍພາສີທີ່ດິນ ແມ່ນການສ້າງລາຍຮັບເຂົ້າງົບປະມານແມ່ນເປັນພັນທະ ແລະ ເປັນຄວາມຮັບຜິດຊອບຂອງປະຊາຊົນລາວ ທັງໝົດ, ເວົ້າສະເພາະແມ່ນພະນັກງານຫ້ອງການອ້ອມຂ້າງປົກຄອງເມືອງໄຊທານີ, ຕະຫຼອດຮອດພໍ່-ແມ່ປະຊາຊົນພາຍໃນເມືອງໄຊທານີ, ລາຍຮັບດັ່ງກ່າວ ແມ່ນເປັນການປະກອບສ່ວນເຂົ້າໃນການປະຕິບັດຄາດໝາຍສູ້ຊົນຂອງພັກ-ລັດ. ແຕ່ນີ້ຮອດປີ 2020, ໃຫ້ປະເທດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາເຮັດໃຫ້ ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ປະຊາຊົນຢູ່ດີກິນດີ, ສັງຄົມມີຄວາມຜາສຸກ ທັງໝົດນັ້ນແມ່ນຊ່ວຍພັດທະນາເສດຖະກິດຂອງຊາດ ແລະ ເສດຖະກິດຂອງທ້ອງຖິ່ນໃຫ້ມີການເຕີບໂຕ.

ສໍາລັບກໍານົດເວລາໃນການຈັດຕັ້ງປະຕິບັດການເກັບຄ່າທໍານຽມທາງ ແລະ ພາສີທີ່ດິນ ປະຈໍາປີ 2019. ນັບແຕ່ວັນທີ 1 ມັງກອນ-31 ມີນາ 2019 ແມ່ນເປັນການເກັບຄ່າທໍານຽມທາງ, ການເກັບພາສີທີ່ດິນແບບປົກກະຕິ ແລະ ຖ້າກາຍກໍານົດເວລາດັ່ງກ່າວແມ່ນຈະມີການປັບໃໝໃນມູນຄ່າ 20% ຂອງມູນຄ່າການເສຍ.