ສັນຍານໍ້າມັນດິບ ເວສເທັກຊັສ - ສັນຍານໍ້າມັນດິບ ເບຣນລອນດອນ

ໃນວັນທີ 18 ມີນາ ທີ່ຜ່ານມາ, ສັນຍານໍ້າມັນດິບ ເວສເທັກຊັສ ສົ່ງມອບເດືອນເມສາ ເພີ່ມຂຶ້ນ 57 ເຊັນ ປິດທີ່ 59,09 ໂດລາຕໍ່ບາເຣວ ສ່ວນສັນຍານໍ້າມັນດິບ ເບຣນລອນດອນ ງວດສົ່ງມອບເດືອນພຶດສະພາ ເພີ່ມຂຶ້ນ 38 ເຊັນ ປິດທີ່ 67,54 ໂດລາຕໍ່ບາເຣວ.

ຫຼັງຈາກສຳເລັດກອງປະຊຸມ ໃນວັນທີ 18 ມີນາ ທີ່ຜ່ານມາ, ຄະນະກຳມະການຕິດຕາມ ຜົນການຫຼຸດປະລິມານການລະຜິດນໍ້າມັນດິບ ເຊິ່ງເປັນກຸ່ມເຝົ້າຕິດຕາມດ້ານນະໂຍບາຍ ທີ່ປະກອບດ້ວຍ ອາຣັບບິ ຊາອຸດິດ ແລະ ລັດເຊຍ ຕົກລົງທີ່ຈະປະຕິບັດຕາມຂໍ້ຕົກລົງຫຼຸດກຳລັງການຜະລິດທີ່ເຫັນດີພ້ອມກັນ ລະຫວ່າງ ໂອເປກ ກັບ ເຫຼົ່າປະເທດພັນທະມິດ ທີ່ເລີ່ມມາຕັ້ງແຕ່ຕົ້ນປີ ໂດຍໃນເດືອນກຸມພາ ຜ່ານມາ ມີການປະຕິບັດຕາມຂໍ້ຕົກລົງເກືອບ 90% ເພີ່ມຂຶ້ນຈາກລະດັບ 83% ໃນເດືອນມັງກອນ.

ກອງປະຊຸມໂອເປກ

ທັ້ງນີ້, ສະມາຊິກໂອເປກ ຕົກລົງຫຼຸດກຳລັງການຜະລິດ ຈາກລະດັບການຜະລິດຂອງເດືອນຕຸລາ ປີຜ່ານມາ ລົງ 800.000 ບາເຣວຕໍ່ມື້ ເປັນເວລາ 6 ເດືອນ, ສ່ວນ ລັດເຊຍ ແລະ ພັນທະມິດອື່ນໆ ປັບຫຼຸດກຳລັງການຜະລິດ 400.000 ບາເຣວຕໍ່ມື້ ສົ່ງຜົນໃຫ້ຍອດລວມການປັບຫຼຸດກຳລັງການຜະລິດ ທັງໝົດມີ 1,2 ລ້ານບາເຣວຕໍ່ມື້ ເຊິ່ງກໍເພື່ອເປັນການຜັກດັນລາຄານໍ້າມັນ.