ທ່ານ ສະກັອດ ມໍຣິສັນ ນາຍົກລັດຖະມົນຕີ ອົດສະຕຣາລີ

ໃນວັນທີ 18 ມີນາ ທີ່ຜ່ານມາ, ທ່ານ ສະກັອດ ມໍຣິສັນ ນາຍົກລັດຖະມົນຕີ ອົດສະຕຣາລີ ປະກາດຈະສະໜັບສະໜຸນເງິນ ມູນຄ່າ 55 ລ້ານໂດລາອົດສະຕຣາລີ ຫຼັງຈາກເກີດເຫດຍິງປືນໃສ່ຜູ້ຄົນ ໃນມັດສະຢິດ ໃນເມືອງໄຄສ໌ເຊີສ ປະເທດນູແວນເຊລັງ.

ທ່ານ ມໍຣິສັນ ເປີດເຜີຍລະຫວ່າງການກ່າວສຸນທອນພົດ ທີ່ຫໍການຄ້າ ອົດສະຕຣາລີ-ອິດສະຣາແອນ ວ່າ:

ເປັນເລື່ອງສຳຄັນທີ່ຈະຕ້ອງສະໜັບສະໜຸນເງິນໃຫ້ກັບ ໂຮງຮຽນສາສະໜາ, ສະຖານທີ່ເຊິ່ງໃຊ້ປະກອບພິທີທາງສາສະໜາ ແລະ ການຊຸມນຸມທາງສາສະໜາ.

ທັ້ງນີ້, ເງິນຊ່ວຍເຫຼືອມູນຄ່າຕັ້ງແຕ່ 50.000 – 1,5 ລ້ານໂດລາອົດສະຕຣາລີ ຈະມອບໃຫ້ແກ່ກຸ່ມທາງສາສະໜາຕ່າງໆ ເພື່ອຈັດຊື້ອຸປະກອນເສີມຄວາມປອດໄພ ເຊັ່ນ: ກ້ອງວົງຈອນປິດ, ໄຟສ່ອງສະຫວ່າງ, ຮົ້ວປ້ອງກັນ, ເສົາກັ້ນທົນແຮງສູງ, ສັນຍານເຕືອນ, ລະບົບຄວາມປອດໄພ ແລະ ລະບົບສຽງປະກາດສາທາລະນະ.

ທ່ານ ມໍຣິສັນ ກ່າວວ່າ:

“ ການປະກາດສະໜັບສະໜຸນຄັ້ງນີ້ ລວມເຖິງມາດຕະການຕ່າງໆທີ່ເຮົາໄດ້ປະກາດ ມາຕະຫຼອດຫຼາຍປີ ທີ່ຜ່ານມາ ຄືວິທີການທີ່ຈະຊ່ວຍໃຫ້ຜູ້ຄົນປອດໄພ ເຊິ່ງເຮົາຈະລົງທຶນ ແລະ ເຮັດວຽກເພື່ອວິທີການເຫຼົ່ານີ້ຕໍ່ໄປ ເພາະຄວາມຮັບຜິດຊອບທີ່ຍິ່ງໃຫຍ່ທີ່ສຸດຂອງທຸກໆລັດຖະບານ ຄື ການຮັກສາ ອົດສະຕຣາລີ ໃຫ້ປອດໄພ ”.

ສ່ວນເຫດຍິງປືນໃສ່ຜູ້ຄົນ ໃນມັດສະຢິດ ໃນອາທິດຜ່ານມາ ໄດ້ສົ່ງຜົນໃຫ້ມີຜູ້ເສຍຊີວິດແລ້ວ 50 ຄົນ ແລະ ບາດເຈັບອີກ 50 ຄົນ ໂດຍມືປືນຜູ້ກໍ່ເຫດຄື ເບຣນຕັນ ທາແຣນ ຊາວອົດສະຕຣາລີ ອາຍຸ 28 ປີ ໄດ້ຖືກຕັ້ງຂໍ້ຫາຄາດຕະກຳແລ້ວ.