ໃນປີຜ່ານມາ, ແຂວງຄໍາມ່ວນ ມີຄະດີເກີດຂຶ້ນທັງໝົດ 400 ກວ່າເລື່ອງ, ພົ້ນເດັ່ນແມ່ນຄະດີອາຍາເກີດຂຶ້ນ 200 ກວ່າເລື່ອງ, ມ້າງໄດ້ 190 ກວ່າເລື່ອງ; ຂໍ້ມູນດັ່ງກ່າວໃຫ້ຮູ້ໃນກອງປະຊຸມສະຫຼຸບວຽກງານປະຈໍາປີ 2018, ຈັດຂຶ້ນໃນວັນທີ 14 ມີນາ 2019, ການເປັນປະທານໂດຍ ພັອ ແກ້ວດາ ວົງໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ, ມີບັນດາຄະນະກອງບັນຊາການ ປກສ ແຂວງ, ຄະນະຫ້ອງ, ກອງພັນ, ໂຮງ ຮຽນ, ປກສ ເມືອງ ຕະຫຼອດຮອດພະນັກງານເຂົ້າຮ່ວມ.

ພັທ ຄໍາຮຸ່ງ ອາລຸນສັກ ຫົວໜ້າຫ້ອງການກອງບັນຊາການ ປກສ ແຂວງ ໄດ້ຂຶ້ນຜ່ານບົດສະຫຼຸບວ່າ: ໃນໄລຍະ 1 ປີຜ່ານມາ, ຄະນະກອງບັນຊາການ ປກສ ແຂວງຄໍາມ່ວນ ໄດ້ສຸມໃສ່ແກ້ໄຂສະພາບປະກົດການຫຍໍ້ທໍ້ທາງ ດ້ານສັງຄົມ ມີຄະດີອາຍາເກີດຂຶ້ນທັງໝົດ 243 ເລື່ອງ, ມ້າງໄດ້ 193 ເລື່ອງ ກັກຕົວຜູ້ຖືກຫາ 328 ຄົນ ຍິງ 17 ຄົນ. ໃນນີ້, ສາມາດມ້າງລາຍຄະດີຢາເສບຕິດໄດ້ 236 ເລື່ອງ, ກັກຕົວຜູ້ຖືກຫາໄດ້ 361 ຄົນ ຍິງ 47 ຄົນ. ຢຶດຂອງກາງປະເພດຢາ ບ້າໄດ້ 105.510 ເມັດ, ຢາໄອສ໌ 1 ກິໂລກຼາມ, ແກ້ໄຂສຳເລັດ 103 ເລື່ອງ ຜູ້ຖືກຫາ 194 ຄົນ ຍິງ 34 ຄົນ. ສະຫຼຸບສົ່ງໄອຍະການ 86 ເລື່ອງ, ຜູ້ຖືກຫາ 105 ຄົນ ຍິງ 7 ຄົນ, ດັດສ້າງຂັ້ນກອງບັນຊາການ 16 ເລື່ອງ, ຜູ້ຖືກຫາ 16 ຄົນ, ສົ່ງກົມຢາເສບຕິດດຳເນີນ 1 ເລື່ອງ, ຜູ້ຖືກຫາ 3 ຄົນຍິງ 1 ຄົນ ແລະ ຍັງດໍາເນີນຄະດີ ໃນປັດຈຸບັນ 40 ເລື່ອງ, ຜູ້ຖືກຫາ 59 ຄົນ ຍິງ 19 ຄົນ.

ນອກນັ້ນ, ຍັງໄດ້ເອົາໃຈໃສ່ປະຕິບັດໂຄງການຄຸ້ມຄອງການສັນຈອນ ເພື່ອຫຼຸດຜ່ອນອຸບັດຕິເຫດຕາມທ້ອງຖະ ໜົນ ໂດຍຖືເອົາການໂຄສະນາເຜີຍແຜ່ກົດລະບຽບຕ່າງໆໃນຂອບເຂດທົ່ວແຂວງຄຳມ່ວນ ຜ່ານສື່ມວນຊົນປັນຕົ້ນໂທລະພາບ, ວິທະຍຸ, ໜັງສືພິມ ແລະອື່ນໆ. ໃນປີຜ່ານມາ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 193 ຄັ້ງ, ພາຫະ ນະເປ່ເພທັງໝົດ 346 ຄັນ, ຄົນໄດ້ຮັບບາດເຈັບ 266 ຄົນ, ເສຍຊີວິດ 43 ຄົນ ແລະ ມີ ອັກຄີໄພເກີດຂຶ້ນທັງ ໝົດ 7 ຄັ້ງ ຜົນເສຍຫາຍມີເຮືອນ 4 ຫຼັງ, ກຸດຕິ 1 ຫຼັງ, ກອງເຂົ້າ 1 ກອງ ແລະ ລົດສະແຕັກນ້ຳມັນເຊື້ອໄຟ 1 ຄັນ (ມູນຄ່າເສຍຫາຍທັງໝົດ 1.666. 620.000 ກີບ).

ໃນປີ 2019, ຈະໄດ້ສືບຕໍ່ສະກັດກັ້ນ-ແກ້ໄຂຢາເສບຕິດໃຫ້ມີປະສິດທິຜົນສູງ ແລະ ມີການເຂົ້າຮ່ວມຢ່າງກວ້າງ ຂວາງຂອງປະຊາຊົນທຸກຊັ້ນຄົນໃນສັງຄົມ. ດັ່ງນັ້ນ, ກຳລັງ ປກສ ຕ້ອງໄດ້ເປັນເຈົ້າການໃນການນຳພາຂະບວນ ການດັ່ງກ່າວ ແລະ ສຸມໃສ່ກຳແໜ້ນສະພາບການເລ່ລ່ຽມ, ເຄື່ອນໄຫວກຳເປົ້າໝາຍກຸ່ມແກ້ງການຜະລິດຂົນສົ່ງ-ຄ້າຂາຍຢາເສບຕິດ ເພື່ອຫາວິທີການສະກັດກັ້ນແກ້ໄຂຢ່າງທັນການ.