ໃນວັນທີ 20 ມີນາ ນີ້, ສຳນັກງານເພື່ອການປະສານງານດ້ານມະນຸດສະທຳແຫ່ງສະຫະປະຊາຊາດ (ສປຊ) ແລະ ສະຫະພັນສາກົນ ແລະ ສະພາກາແດງລະຫວ່າງປະເທດ (IFRC) ຍັງສືບຕໍ່ເຮັດໜ້າທີ່ເປັນໜ່ວຍງານຫຼັກລະດັບນານາຊາດໃນການສົ່ງມອບຄວາມຊ່ວຍເຫຼືອໃຫ້ແກ່ປະຊາຊົນໃນໂມຊຳບິກ, ມາລາວີ ແລະ ຊິມບຳເວ, ເຊິ່ງຍັງໄດ້ຮັບຜົນກະທົບຢ່າງຮ້າຍແຮງຈາກອິດທິພົນພາຍຸໄຊໂຄລນອີດາຍ (Idai) ທີ່ພັດຜ່ານທັງ 3 ປະເທດທີ່ຢູ່ທາງຕາເວັນອອກສຽງໃຕ້ຂອງທະວິບອາຟຣິກກາ ໃນທ້າຍອາທິດທີ່ຜ່ານມາ.

ປະທານາທິບໍດີ ຟິລິບເປ ເອັນຍູຊີ ຜູ້ນຳໂມຊຳບິກ ກ່າວວ່າ ພື້ນທີ່ທີ່ໄດ້ຮັບຄວາມເສຍຫາຍຮ້າຍແຮງທີ່ສຸດ ຄື: ເມືອງເບຣາ ຕັ້ງຢູ່ໃນພາກກາງ ໂດຍຈຳນວນຜູ້ເສຍຊີວິດເພີ່ມຂຶ້ນເປັນ 200 ກວ່າຄົນແລ້ວ. ແຕ່ເຈົ້າໜ້າທີ່ຄາດວ່າ ອາດຈະມີຜູ້ເຄາະຮ້າຍເສຍຊີວິດເພີ່ມຂຶ້ນອີກເຖິງຫຼັກພັນຄົນ ແລະ ປະຊາຊົນປະມານ 350.000 ຄົນຕ້ອງການຄວາມຊ່ວຍເຫຼືອດ້ານມະນຸດສະທຳຢ່າງຮີບດ່ວນທີ່ສຸດ. ຂະນະທີ່ກະແສລົມພາຍຸໃກ້ສູນກາງວັດແທກໄດ້ 170 ກິໂລແມັດຕໍ່ຊົ່ວໂມງ, ພາຍຸໄຊໂຄລນອີດາຍ ເຮັດໃຫ້ຊາວຊິມບຳເວ ເສຍຊີວິດແລ້ວເກືອບ 100 ຄົນ ແລະ ຍັງສູນຫາຍອີກ 200 ກວ່າຄົນ, ສ່ວນຈຳນວນຜູ້ເສຍຊີວິດໃນປະເທດມາລາວີ ເພີ່ມຂຶ້ນເປັນຢ່າງໜ້ອຍ 176 ຄົນ.

ສຳລັບອິດທິພົນຂອງພາຍຸໄຊໂຄລນອີດາຍ ໃນຄັ້ງນີ້ ຖືເປັນພາຍຸໝູນທີ່ມີກຳລັງລົມແຮງທີ່ສຸດໃນຮອບຫຼາຍສິບປີທີ່ພັດຖະຫຼົ່ມກຸ່ມປະເທດທາງຕອນໃຕ້, ເຊິ່ງມີລັດສະໝີກວ້າງຫຼາຍຮ້ອຍກິໂລແມັດ. ໂຄງການອາຫານໂລກ (WFP) ພະຍາຍາມຂົນສົ່ງອາຫານໄປໃຫ້ປະຊາຊົນປະມານ 600.000 ຄົນທັງສາມປະເທດ. ແຕ່ຍັງພົບກັບອຸປະສັກ ຄື: ລະດັບນ້ຳທີ່ຍັງຖ້ວມສູງ, ລົມພັດແຮງ ແລະ ເສັ້ນທາງຄົມມະນາຄົມສາຍຫຼັກຖືກຕັດຂາດ. ຂະນະດຽວກັນນັ້ນ, ບັນດາປະເທດເພື່ອນບ້ານທັງອາຟຣິກກາໃຕ້ ເຊັ່ນ: ບົດສະວານາ, ນາມີບີ ແລະ ອັງໂກລາ ຕະຫຼອດຈົນຮອດປະເທດທີ່ຢູ່ໄກ ເຊັ່ນ: ເອເມຣັດ ອາຣັບ (UAE) ສົ່ງເຮືອບິນຂົນສົ່ງເຄື່ອງຊ່ວຍເຫຼືອມາຢ່າງຕໍ່ເນື່ອງ.

ດ້ານສະຖານເອກອັກຄະຣາຊະທູດສະຫະລັດ ປະຈຳນະຄອນຫຼວງຮາຣາເຣຂອງຊິມບຳເວ ປະກາດເປັນສູນກາງຂອງສະຖານເອກອັກຄະຣາຊະທູດສະຫະລັດໃນເຂດພາກພື້ນ ເພື່ອຮວບຮວມເຄື່ອງຊ່ວຍເຫຼືອ, ສ່ວນສະຫະ ພາບເອີຣົບ (EU) ບໍລິຈາກເງິນໃນເບື້ອງຕົ້ນ 3.9 ລ້ານໂດລາສະຫະລັດ ຜ່ານທາງອົງການສະຫະປະຊາຊາດ ແລະ ປະເທດອັງກິດ ບໍລິຈາກອີກ 7.9 ລ້ານໂດລາສະຫະລັດ.