ໃນວັນທີ 20 ມີນາ ຜ່ານມາ, ທ່ານ ນູສະລະຕານ ນາຊາບາເຍບ ປະທານາທິບໍດີຂອງກາຊັກສະຖານ ຖະແຫຼງຜ່ານສະຖານີໂທລະພາບແຫ່ງຊາດ ວ່າ: ຂໍລາອອກຈາກຕຳແໜ່ງຜູ້ນຳປະເທດ ໂດຍ ທ່ານ ນາຊາບາເຍບ ອາຍຸ 78 ປີ, ເຊິ່ງເປັນຜູ້ນຳຄົນທຳອິດ ແລະ ຄົນດຽວຂອງກາຊັກສະຖານ ນັບຕັ້ງແຕ່ການປະກາດເປັນເອກະລາດ ໃນເດືອນທັນວາ 1991, ເຊິ່ງຖະແຫຼງການລາອອກຈາກຕຳແໜ່ງຄັ້ງນີ້ ຍັງບໍ່ໄດ້ໃຫ້ເຫດຜົນຊັດເຈນ ແຕ່ທ່ານກ່າວວ່າ:

ການລາອອກຈາກຕຳແໜ່ງຄັ້ງນີ້ ຍາກລຳບາກທີ່ສຸດ ແລະ ພາລະກິດສຳຄັນນັບຈາກນີ້ ຄື ການສ້າງຄວາມເຊື່ອໝັ້ນໃຫ້ກັບທຸກພາກສ່ວນວ່າ ຂະບວນການມອບໂອນອຳນາດ ລະບອບປະຊາທິປະໄຕ ຈະເປັນໄປຢ່າງສຳເລັດ.

ທ່ານ ນູສະລະຕານ ນາຊາບາເຍບ ປະທານາທິບໍດີຂອງກາຊັກສະຖານ

ແນວໃດກໍຕາມ, ທ່ານ ນາຊາບາເຍັບ ຍັງໄດ້ກ່າວຄຳຂອບໃຈຕໍ່ປະຊາຊົນຊາວກາຊັກສະຖານ ທີ່ເຊື່ອໝັ້ນໃນການນຳພາຂອງທ່ານມາໂດຍຕະຫຼອດເກືອບ 30 ປີ. ຂະນະດຽວກັນນັ້ນ, ມີລາຍງານວ່າ ທ່ານ ນາຊາບາເຍບ ຍັງໄດ້ສົນທະນາທາງໂທລະສັບກັບ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີຂອງລັດເຊຍ ແຕ່ບໍ່ມີການເປີດເຜີຍລາຍລະອຽດ.

ດ້ານກະຊວງການຕ່າງປະເທດ ສະຫະລັດ ອາເມລິກາ ອອກຖະແຫຼງການວ່າ:

ຄວາມສຳພັນລະຫວ່າງສອງປະເທດ ຍັງມີຄວາມແໜ້ນແຟ້ນ ເຖິງແມ່ນວ່າ ຍັງມີສຽງວິເຄາະວ່າ ການຕັດສິນໃຈຂອງ ທ່ານ ນາຊາເຍບ ຄືການສະລະຕຳແໜ່ງ ແຕ່ບໍ່ແມ່ນການສະລະອຳນາດ.

ທ່ານ ບາຊາເຍບ ຊະນະການເລືອກຕັ້ງໃນປີ 1999, 2005, 2011 ແລະ 2015 ດ້ວຍຄະແນນສຽງຫຼາຍກວ່າ 97% ທຸກຄັ້ງ; ເຖິງແມ່ນວ່າເປັນການເລືອກຕັ້ງທີ່ມີສຽງວິຈານຫຼາຍຈາກຝ່າຍຕາເວັນຕົກວ່າ ເປັນພຽງການຫາສຽງລັກສະນະເພີ່ມອຳນາດ ແລະ ສຽງວິຈານດ້ານສິດທິມະນຸດ ໃນກາຊັກສະຖານ ທີ່ຍັງຮ້າຍແຮງ.

ຄວາມຈະເລີນສີວິໄລຂອງ ກາຊັກສະຖານ ພາຍໃຕ້ການນຳພາຂອງ ທ່ານ ສະລະຕານ ນາຊາບາເຍບ

ແຕ່ບໍ່ອາດປະຕິເສດໄດ້ວ່າ ທ່ານ ບາຊາເຍບ ໄດ້ນຳພາກາຊັກສະຖານ ເຊິ່ງເປັນປະເທດທີ່ບໍ່ມີທາງອອກສູ່ທະເລໂດຍກົງ ແລະ ມີປະຊາກອນພຽງແຕ່ 18.3 ລ້ານຄົນ ໃຫ້ກາຍເປັນໜຶ່ງໃນປະເທດມະຫາອຳນາດຂອງອາຊີຕາເວັນອອກກາງ ດ້ວຍການເປັນປະເທດທີ່ມີຊັບພະຍາກອນແຮ່ທາດຈຳນວນຫຼວງຫຼາຍ.

ກາຊັກສະຖານ ປະເທດທີ່ມີຊັບພະຍາກອນແຮ່ທາດຈຳນວນຫຼວງຫຼາຍ

ນອກນັ້ນ, ກາຊັກສະຖານ ຍັງທີ່ຖືເປັນໜຶ່ງຈຸດຍຸດທະສາດທາງການເມືອງ ແລະ ການຄ້າໂລກ ທີ່ລວມເຖິງແຜນເສັ້ນທາງສາຍໄໝຂອງຈີນ ນຳອີກ.