ທ່ານ ນາງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີ ນູແວນເຊລັງ

ທ່ານ ນາງ ຈາຊິນດາ ອາເດິນ ນາຍົກລັດຖະມົນຕີ ນູແວນເຊລັງ ເປີດເຜີຍໃນວັນທີ 21 ມີນາ ວ່າ:

ລັດຖະບານ ນູແວນເຊລັງ ກຽມຫ້າມໃຊ້ອາວຸດທຸກປະເພດ ລວມທັງປືນເຄິ່ງອັດຕະໂນມັດ ທີ່ຜູ້ກໍ່ເຫດໃຊ້ຍິງຄົນ ຢູ່ທີ່ມັດສະຢິດຊາວມຸດສະລິມ 2 ແຫ່ງ ໃນເມືອງໄຄຣເຊີສ ໃນໄລຍະທີ່ຜ່ານມາ ຈົນສົ່ງຜົນໃຫ້ມີຜູ້ເສຍຊີວິດ 50 ຄົນ ແລະ ບາດເຈັບອີກຫຼາຍຄົນ.

ກ່ອນໜ້ານີ້, ຄະນະລັດຖະມົນຕີຂອງ ນູແວນເຊລັງ ມີມະຕິເຫັນດີໃນຫຼັກການ ໃຫ້ແກ້ໄຂກົດໝາຍຄວບຄຸມອາວຸດປືນ ໃຫ້ເຂັ້ມງວດຫຼາຍຂຶ້ນ ຫຼັງຈາກເກີດໂຊກອະນາດຕະກຳໂຈມຕີ ມັດສະຢິດຊາວມຸດສະລິມ 2 ແຫ່ງ ໃນເມືອງໄຄຣເຊີສ ແລະ ຄາດຄະເນວ່າ ຈະປະກາດລາຍລະອຽດຂອງກົດໝາຍໃໝ່ ໃຫ້ປະຊາຊົນຮັບຮູ້ໄດ້ ພາຍໃນວັນທີ 25 ມີນານີ້.

ລັດຖະບານ ນູແວນເຊລັງ ອອກກົດໝາຍຄຸມເຂັ້ມເລື່ອງ ການໃຊ້ອາວຸດປືນ

ຜູ້ກໍ່ເຫດສະເທືອນຂວັນຄັ້ງນີ້ຄື ເບຣນຕັນ ທາແຣນ ຊາວອົດສະຕຣາລີ ອາຍຸ 28 ປີ, ເປັນຜູ້ທີ່ມີແນວຄິດຂວາຈັດ, ຕໍ່ຕ້ານຜູ້ອົບພະຍົບ, ກຽດຊັງຊາວມຸດສະລິມ ແລະ ເຊື່ອໃນຄວາມເໜືອກວ່າຂອງຄົນຜິວຂາວ.

ນອກນັ້ນ, ລາວຍັງມີແຮງຈູງໃຈໃນການກໍ່ເຫດ ມາຈາກເຫດການສັງຫານໝູ່ຂອງ ແອນເດີສ໌ ເບຣິງ ເບຣວິກ ຊາວນອກແວ ທີ່ໃຊ້ອາວຸດປືນຍິງໃສ່ຜູ້ຄົນ ໃນຄ້າຍເຍົາວະຊົນຂອງ ພັກແຮງງານ ນອກແວ ແລະ ວາງລະເບີດໃນສະພາແຫ່ງຊາດ ໃນນະຄອນຫຼວງອອສໂລ ຈົນມີຜູ້ເສຍຊີວິດຫຼາຍກວ່າ 70 ຄົນ ໃນປີ 2011.