ແມ່ຍິງ ນວ ຮ່ວມກັບ ອົງການ ແຄຣ໌ ຫວນຄືນມູນເຊື້ອ ວັນແມ່ຍິງສາກົນ

ສະຫະພັນແມ່ຍິງປົກຄອງ ນະຄອນຫຼວງວຽງຈັນ (ນວ) ຮ່ວມກັບ ອົງການ ແຄຣ໌ ຈັດພິທີຫວນຄືນມູນເຊື້ອ ວັນແມ່ຍິງສາກົນ 8 ມີນາ ຄົບຮອບ 109 ປີ ໃນວັນທີ 19 ມີນາ 2019 ເຂົ້າຮ່ວມໂດຍ ທ່ານ ນາງ ຄຳໄພ ລັດສະໝີ ປະທານສະຫະພັນແມ່ຍິງ ນວ, ມີຜູ້ຕາງໜ້າຈາກ ອົງການຈັດຕັ້ງສາກົນ, ໄອຍະການ, ສານ, ບ້ານ, ແລະ ພະນັກງານອ້ອມຂ້າງ ນວ ເຂົ້າຮ່ວມ.

ທ່ານປະທານສະຫະພັນແມ່ຍິງ ນວ ໄດ້ຍົກໃຫ້ເຫັນປະຫວັດຄວາມເປັນມາຂອງ ວັນແມ່ຍິງສາກົນ ເຊິ່ງໄດ້ກຳເນີດເກີດຂຶ້ນ ຍ້ອນແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າແຮງງານຕໍ່າ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບົບປົກປັກຮັກສາສຸຂະພາບແມ່ຍິງ ແລະ ເດັກນ້ອຍ, ໃນເວລາຖືພາ, ເກີດລູກ, ເຈັບເປັນບໍ່ໄດ້ຮັບການປິ່ນປົວ, ຍ້ອນແນວນັ້ນ ກຳມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນຕໍ່ສູ້ທວງໃຫ້ພວກນາຍທຶນ ຕ້ອງແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າ ເລີ່ມຂຶ້ນໃນວັນທີ 8 ມີນາ 1899 ຢູ່ໂຮງງານຕໍ່າແຜ່ນ ແລະ ຕັດຫຍິບ ເມືອງນິວຢອກ ສະຫະລັດ ອາເມລິກາ ໄດ້ຈັດຕັ້ງໂຮມຊຸມນຸມປະທ້ວງ ແລະ ຂັດຄ້ານຕໍ່ການໃຫ້ຄ່າແຮງງານຕໍ່າ ແລະ ສະຖານທີ່ເຮັດວຽກບໍ່ຮັບປະກັນຕໍ່ສຸຂະພາບ; ຕໍ່ມາວັນທີ 8 ມີນາ 1908 ແມ່ຍິງ ໄດ້ເດີນຂະບວນປະທ້ວງ ໃຫ້ນາຍທຶນ ຫຼຸດຜ່ອນຊົ່ວໂມງເຮັດວຽກ, ຢຸດເຊົາການຂູດຮີດແຮງງານເດັກ ແລະ ທວງໃຫ້ແມ່ຍິງ ມີສິດໃນການອອກສຽງເລືອກຕັ້ງ ແລະ ຮັບສະໝັກເລືອກຕັ້ງ.

ມາຮອດປີ 1910, ກອງປະຊຸມສາກົນ ກ່ຽວກັບ ບັນຫາແມ່ຍິງ ຄັ້ງທຳອິດ ຈັດຂຶ້ນທີ່ໂກເປັນຮາກ ນະຄອນຫຼວງປະເທດແດນມາກ ໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກໆປີ ເປັນວັນແມ່ຍິງສາກົນ ທີ່ເປັນເຫດການທີ່ສຳຄັນ ແລະ ຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງ ຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳ, ເປັນວັນລະນຶກເຖິງວັນຕໍ່ສູ້ຂອງແມ່ຍິງ ເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບເທົ່າທຽມກັບເພດຊາຍ. ໃນພິທີ ຍັງໄດ້ຮັບຟັງການເຜີຍແຜ່ກົດໝາຍ ວ່າດ້ວຍ ການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ-ເດັກ, ຖາມ-ຕອບເອົາລາງວັນ ແລະ ຮັບຊົມການສົນທະນາແລກປ່ຽນບົດຮຽນຂອງມວນຊົນທີ່ເຂົ້າຮ່ວມ.