ປກສ ແຂວງຜົ້ງສາລີ ເລົ່າມູນເຊື້ອວັນສ້າງຕັ້ງກຳລັງ ປກສ 58 ປີ

ເມື່ອບໍ່ດົນມານີ້, ກອງບັນຊາການ ປກສ ແຂວງຜົ້ງສາລີ ໄດ້ຈັດພິທີເລົ່າມູນເຊື້ອວັນສ້າງຕັ້ງກຳລັງ ປກສ ຄົບຮອບ 58 ປີ (5 ເມສາ 1961-5 ເມສາ 2019) ໂດຍການເລົ່າຄືນຂອງ ພັອ ຄຳເພັງ ເຈັ່ນຄໍາເຫຼັກ ຫົວໜ້າກອງບັນຊາການ ປກສ ແຂວງ, ມີບັນດາຄະນະພັກ-ຄະນະບັນຊາ, ຫົວໜ້າຫ້ອງ-ຮອງຫ້ອງ ຈາກ 7 ຫ້ອງ 1 ກອງ, ພົນຕໍາຫຼວດອ້ອມຂ້າງເຂົ້າຮ່ວມ ຮັບຟັງ.

ໃນພິທີ, ພັອ ຄໍາເພັງ ເຈັ່ນຄໍາເຫຼັກ ໄດ້ຫວນຄືນມູນເຊື້ອວ່າ:

 ກຳລັງປ້ອງກັນຄວາມສະຫງົບ ໄດ້ກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວໃຕ້ການຊີ້ນຳ-ນຳພາ, ສຶກສາອົບຮົມໂດຍກົງ, ເດັດຂາດ ແລະ ຮອບດ້ານຂອງພັກ, ກຳລັງປ້ອງກັນຄວາມສະຫງົບປະຕິວັດ ໄດ້ສືບທອດມູນເຊື້ອອັນພິລະອາດຫານຂອງບັນພະບູລຸດລາວອັນຍິ່ງໃຫຍ່, ຍິ່ງຕີກໍຍິ່ງມີໄຊຊະນະ, ຍິ່ງສູ້ຮົບກໍຍິ່ງເຕີບໃຫຍ່ເຂັ້ມແຂງ, ການປະຕິວັດລາວກ້າວໜ້າຂະຫຍາຍຕົວຮອດບ່ອນໃດ ກໍາລັງປ້ອງກັນຄວາມສະຫງົບກໍເຕີບໃຫຍ່ຂະຫຍາຍຕົວຮອດບ່ອນນັ້ນ, ທັງເປັນກຳລັງຫຼັກແຫຼ່ງໃນຂະບວນການຕໍ່ສູ້ຂອງປະຊາຊົນ ມາຈາກປະຊາຊົນໂດຍປະຊາຊົນ, ຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງແທ້ຈິງ ໂດຍພາຍໃຕ້ການນຳພາຂອງພັກ ກຳລັງປ້ອງກັນຄວາມສະຫງົບ ໄດ້ພ້ອມກັບກຳລັງປະຕິວັດຮັກຊາດໃນທົ່ວປະເທດລຸກຮື້ຂຶ້ນໂຄ່ນລົ້ມລະບອບສັກດິນາ ແລະ ສະຖາປະນາເປັນ ສປປ ລາວ ໃນວັນທີ 2 ທັນວາ 1975  ຢ່າງສະງ່າງາມ.

ສະນັ້ນຈຶ່ງເວົ້າໄດ້ວ່າ:

ວັນທີ 5 ເມສາ 1961 ເປັນວັນທີ່ມີຄວາມໝາຍຄວາມສໍາຄັນອັນຍິ່ງໃຫຍ່ໃນປະຫວັດສາດຂອງຊາດລາວເຮົາ, ໃນພາລະກິດ ຕໍ່ສູ້-ກູ້ຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເພື່ອຫວນຄືນມູນເຊື້ອພິລະອາດຫານ ແລະ ສູ້ຮົບມີໄຊຂອງກຳລັງປ້ອງກັນຄວາມສະຫງົບ ທີ່ຍາດມາໄດ້ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອສືບຕໍ່ຂະຫຍາຍມູນເຊື້ອດັ່ງກ່າວໃຫ້ຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.

ເຊິ່ງໃນ 1 ປີຜ່ານມາ ປກສ ແຂວງ ສາມາດຍາດໄດ້ຜົນງານທີ່ພົ້ນເດັ່ນມ້າງ ລາຍຄະດີຢາເສບຕິດໄດ້ 63 ເລື່ອງ, ຜູ້ຖືກຫາ 86 ຄົນ ຍິງ 15 ຄົນ, ຢຶດຂອງກາງປະເພດຢາບ້າໄດ້ 151.389 ເມັດ, ເຮໂຣອິນ 72 ແທ່ງ ນໍ້າໜັກ 24,6 ກິໂລກຼາມ, ຢາຝິ່ນ 23 ກິໂລກຼາມ, ຢຶດພາຫະນະ ແລະ ເຄື່ອງຕ່າງໆລວມມີ: ລົດຮຸ່ນໄດ 1 ຄັນ, ລົດໂຟຈູນເນີ 1 ຄັນ, ລົດຈັກ 11 ຄັນ, ປືນສັ້ນ 2 ກະບອກ ແລະ 38.211 ຢວນ. ດ້ວຍຜົນງານ ແລະ ໄຊຊະນະດັ່ງກ່າວນັ້ນ, ກໍາລັງປ້ອງກັນຄວາມສະຫງົບແຂວງຜົ້ງສາລີ ໄດ້ຮັບການຍ້ອງຍໍສັນລະເສີນຈາກກະຊວງ ມີ 21 ສະຫາຍ, ຂອງກົມໃຫຍ່ການເມືອງ ມີ 82 ສະຫາຍ, ຂອງເຈົ້າແຂວງ ມີ 214 ສະຫາຍ ຍິງ 40 ສະຫາຍ.