ພັອ ຫວໍ ຈ໋ອງຫ໋າຍ ຫົວໜ້າກອງບັນຊາການຕຳຫຼວດ ແຂວງຮ່າຕິ່ງ ສສ ຫວຽດນາມ ພ້ອມຄະນະ ໄດ້ເຂົ້າອວຍ ພອນ ພັອ ແກ້ວດາວົງ ໄຊຍະແສງ ຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມຄະນະ ເນື່ອງໃນໂອ ກາດວັນ ສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ.

ທ່ານຫົວໜ້າກອງບັນຊາການຕຳຫຼວດ ແຂວງ ຮ່າຕິ່ງ ໄດ້ຕາງໜ້າໃຫ້ຄະນະພັກ-ຄະນະນຳກອງບັນຊາການຕຳ ຫຼວດ ແຂວງຮ່າຕິ່ງ ສສ ຫວຽດນາມ ອວຍພອນໃຫ້ທ່ານຫົວໜ້າກອງບັນຊາການ ປກສ ແຂວງຄຳມ່ວນ ພ້ອມຄະນະ ກໍຄືກຳລັງປ້ອງກັນຄວາມສະຫງົບໃນທົ່ວແຂວງຄຳມ່ວນ ຈົ່ງມີສຸຂະພາບເຂັ້ມແຂງ, ມີພະລະນາໄມສົມ ບູນ ແລະ ປະສົບຜົນສຳເລັດໃນໜ້າທີ່ວຽກງານ ແລະ ເອົາໃຈໃສ່ຮ່ວມມືກັນກັບຕໍາຫຼວດແຂວງຮ່າຕິ່ງ ຢ່າງສະ ໜິດແໜ້ນ ເພື່ອພ້ອມກັນສະກັດກັ້ນບັນດາໜໍ່ແໜງຄວາມບໍ່ສະຫງົບຢູ່ພາຍໃນສອ ແຂວງຫວຽດນາມ-ລາວ ໃຫ້ຄ່ອຍໆໝົດໄປເທື່ອລະກ້າວ.

ໂອກາດດຽວກັນ, ພັອ ແກ້ວ ດາວົງ ໄຊຍະແສງ ໄດ້ສະແດງຄວາມຂອບໃຈຕໍ່ກອງບັນຊາການຕຳຫຼວດແຂວງຮ່າຕິ່ງ ສສ ຫວຽດນາມ ພ້ອມຄະນະ ທີ່ໄດ້ເອົາກະຕ່າດອກໄມ້ ແລະ ຂອງຂວັນມາອວຍພອນເນື່ອງໃນໂອກາດວັນສ້າງຕັ້ງກຳລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ, ຄະນະຕໍາຫຼວດແຂວງຮ່າຕິ່ງ ສສ ຫວຽດນາມ ເຂົ້າອວຍ ພອນຄັ້ງນີ້ ແມ່ນເປັນການຮັກສາມູນເຊື້ອອັນດີງາມຂອງສອງຊາດລາວ-ຫວຽດນາມ ທີ່ມີມູນເຊື້ອຄວາມສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນແລະກັນໃນການຕໍ່ສູ້ກູ້ຊາດໃນເມື່ອກ່ອນ ຈົນໄດ້ຮັບໄຊຊະນະອັນໃຫຍ່ຫຼວງມາສູ່ຜື່ນແຜ່ນດິນທີ່ປະຊາຊົນທັງສອງພັກ, ສອງລັດ ແລະ ສອງຊາດ ໄດ້ອາໄສ່ຢູ່ຢ່າງຮົ່ມເຢັນເປັນສຸກໃນທຸກວັນນີ້; ດັ່ງ ນັ້ນ, ໃນຕໍ່ໜ້າສອງກອງບັນຊາການຕ້ອງໄດ້ສືບຕໍ່ເສີມຂະຫຍາຍມູນເຊື້ອອັນສະຫງ່າງາມນີ້ໄວ້ໃຫ້ໝັ້ນຄົງ ແລະ ພ້ອມກັນແກ້ໄຂບັນຫາປະກົດການຫຍໍ້ທໍ້ທີ່ອາດຈະເກີດຂຶ້ນຢູ່ສອງແຂວງໃຫ້ໝົດໄປ.