ພັທ ກອງແກ້ວ ຄຳເພັງເລີດ ຫົວໜ້າກອງບັນຊາການ ປກສ ເມືອງນາແລ

ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ຮອບດ້ານ ປະຈຳໄຕມາດ I ແລະ ວາງທິດທາງແຜນການ ປະຈໍາໄຕມາດ II ປີ 2019 ໂດຍການເປັນປະທານຂອງ ພັທ ກອງແກ້ວ ຄຳເພັງເລີດ ຫົວໜ້າກອງບັນຊາການ ປກສ ເມືອງນາແລ, ມີຄະນະພັກ-ຄະນະກອງບັນຊາການ, ຫົວໜ້າພະແນກ, ຮອງພະແນກ, ປກສ ກຸ່ມບ້ານ ຕະຫຼອດຮອດ ພະນັກງານ-ນັກຮົບ ທົ່ວກອງບັນຊາການ ປກສ ເມືອງ ເຂົ້າຮ່ວມ.

ກອງປະຊຸມ ພັຕ ຊຽງທອງ ນຸພາວົງ ຫົວໜ້າພະແນກຫ້ອງການ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ I  ໃຫ້ຮູ້ວ່າ:

ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນໍ້າທາ
ກອງບັນຊາການ ປກສ ເມືອງນາແລ ແຂວງຫຼວງນໍ້າທາ

ຕະຫຼອດໄລຍະ 3 ເດືອນຜ່ານມາ, ຄະນະພັກ-ຄະນະກອງບັນຊາການ ໄດ້ເອົາໃຈໃສ່ສຶກສາອົບຮົບການເມືອງ-ແນວຄິດ ໃຫ້ພະນັກງານມີແນວຄິດອຸ່ນອຽນທຸ່ນທ່ຽງ ແລະ ໄດ້ເອົາໃຈໃສ່ປະຕິບັດໜ້າທີ່ວຽກງານທີ່ພັກ-ລັດ ແລະ ການຈັດຕັ້ງຂັ້ນເທິງມອບໝາຍໃຫ້ສຳເລັດ ພ້ອມທັງສາມາດຍາດໄດ້ຜົນງານ ສະແດງອອກ ຄື:

ໃນ 3 ເດືອນຜ່ານມາ, ທົ່ວເມືອງມີຄະດີເກີດຂຶ້ນທັງໝົດ 7 ເລື່ອງ ຜູ້ຖືກຫາ 9 ຄົນ, ຄະດີມີຢາເສບຕິດໄວ້ໃນຄອບຄ່ອງ ( ປະເພດຢາບ້າ ) 2 ເລື່ອງ ຜູ້ຖືກຫາ 2 ຄົນ, ຄະດີກໍ່ອາລະວາດ 3 ເລື່ອງ ຜູ້ຖືກຫາ 4 ຄົນ, ລັກຊັບພົນລະເມືອງ 1 ເລື່ອງ ຜູ້ຕ້ອງຫາ 2 ຄົນ, ມີອຸບັດຕິເຫດເກີດຂຶ້ນທັງໝົດ 4 ຄັ້ງ, ລົດວີໂກ້ ຕຳສົ້ນຂົວ 1 ຄັ້ງ, ລົດດາມ ຕໍາສົ້ນຂົວ 1 ຄັ້ງ, ລົດຈັດ ຕຳລົດຈັກ 1 ຄັ້ງ, ລົດຮຸນໄດ ຕຳລົດດາມທີ່ຈອດໄວ້ 1 ຄັ້ງ ລວມມູນຄ່າເສຍຫາຍທັງໝົດ 20.000.000 ກີບ;

ນອກນີ້, ຍັງສາມາດປ່ຽນປຶ້ມສຳມະໂນຄົວ ທີ່ໃຊ້ການບໍ່ໄດ້ ເປັນຕົ້ນແມ່ນ ຈີກ, ຂາດ, ເປື້ອນ ມີ 126 ຫົວ, ມີ 804 ຄົນ ຍິງ 416 ຄົນ, ປະກອບປຶ້ມສຳມະໂນຄົວໃໝ່ ໃຫ້ຄອບຄົວທີ່ແຍກລົງເຮືອນ 21 ຄອບຄົວ ມີ 81 ຄົນ ຍິງ 32 ຄົນ, ພົນລະເມືອງເພີ່ມ 88 ຄົນ ຍິງ 42 ຄົນ ( ເກີດໃໝ່ 86 ຄົນ ຍິງ 40 ຄົນ ) ແລະ ວຽກງານອື່ນໆ.

ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ຮອບດ້ານ ປະຈຳໄຕມາດ I ແລະ ວາງທິດທາງແຜນການ ປະຈໍາໄຕມາດ II ປີ 2019
ກອງປະຊຸມສະຫຼຸບວຽກງານປ້ອງກັນຄວາມສະຫງົບ ຮອບດ້ານ ປະຈຳໄຕມາດ I ແລະ ວາງທິດທາງແຜນການ ປະຈໍາໄຕມາດ II ປີ 2019

ພັທ ກອງແກ້ວ ຄຳເພັງເລີດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍບາງຜົນງານທີ່ຍາດມາໄດ້ ໃນໄລຍະຜ່ານມາ ພ້ອມທັງເນັ້ນໃຫ້ພະນັກງານ-ນັກຮົບ ຍົກສູງຄຸນທາດການເມືອງໃຫ້ໝັກແໜ້ນ, ມີແບບແຜນວິທີເຮັດວຽກເປັນແບບຢ່າງ ໃນການປະຕິບັດໜ້າທີ່ວຽກງານ, ເອົາໃຈໃສປະຕິບັດລະບຽບກົດໝາຍບ້ານເມືອງວາງອອກ ຢ່າງເຂັ້ມງວດ, ເພີ່ມທະວີເອົາໃຈໃສສະກັດກັ້ນບັນຫາປະກົດການຫຍໍ້ ໃຫ້ຫຼຸດໜ້ອຍຖ້ອຍລົງເທື່ອລະກ້າວ ເພື່ອແນໃສເຮັດໃຫ້ພາຍໃນເມືອງມີຄວາມສະຫງົບ ໂດຍພື້ນຖານ ແລະ ບັນລຸຕາມແຜນການທີ່ວາງໄວ້.