ຄບສ ສ້າງແຜນກຳນົດພະນັກງານນຳພາ-ບັນຊາ

ຄະນະບັນນາທິການຂ່າວສານ ປກສ ( ຄບສ ) ກົມໃຫຍ່ການເມືອງ ກະຊວງ ປກສ ໄດ້ຈັດກອງປະຊຸມການສ້າງແຜນກໍານົດພະນັກງານນໍາພາ-ບັນຊາຂັ້ນກົມໃຫຍ່ການເມືອງ ປກສ ຄຸ້ມຄອງ ໃນລະຫວ່າງ ວັນທີ 22-23 ເມສາ 2019, ເປັນ ປະທານໂດຍ ພັອ ສີພັນດອນ ຫວ່າງບົວຊົງ ຄະນະປະຈໍາພັກກົມໃຫຍ່ ຫົວໜ້າ ຄບສ, ມີ ພັອ ນາງ ວິໄລທອງ ມັງໜໍ່ເມກ ຄະນະພັກກົມໃຫຍ່ ຫົວໜ້າຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ, ມີຄະນະພັກຮາກຖານ, ແຂກຮັບເຊີນ, ສະມາຊິກພັກ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.

ພັອ ສີພັນດອນ ຫວ່າງບົວຊົງ ກ່າວວ່າ:

ແຜນກຳນົດພະນັກງານແມ່ນຂະບວນວິວັດແຫ່ງການສ້າງພະນັກງານເພື່ອສືບທອດປ່ຽນແທນທັງໃນປັດຈຸບັນ ແລະ ອະນາຄົດ. ເຊິ່ງເນື້ອແທ້ຂອງການສ້າງແຜນກຳນົດພະນັກງານແມ່ນເພື່ອຊອກໃຫ້ເຫັນ, ບຳລຸງສ້າງ, ຈັດວາງ, ສັບຊ້ອນ ແລະ ນຳໃຊ້ຜູ້ທີ່ມີຄວາມຮູ້ຄວາມສາມາດ, ຄົບມາດຖານ-ເງື່ອນໄຂຢູ່ຕຳແໜ່ງງານຂັ້ນນຳພາ-ບັນຊາ ຕາມເປົ້າໝາຍແຜນການໄລຍະຍາວ; ດັ່ງນັ້ນວຽກສ້າງແຜນກຳນົດພະນັກງານ ຈຶ່ງເປັນໜ້າທີ່ຄວາມຮັບຜິດຊອບໂດຍກົງ, ເປັນວຽກປົກກະຕິໃນຊີວິດການເມືອງຂອງຄະນະພັກແຕ່ລະຂັ້ນ. ໂດຍເຫັນໄດ້ຄວາມໝາຍສຳຄັນດັ່ງກ່າວ ຕະຫຼອດໄລຍະທີ່ຜ່ານມາ ຄະນະບັນນາທິການຂ່າວສານ ປກສ ໄດ້ສົມທົບກັບຫ້ອງການເມືອງ ກົມໃຫຍ່ການເມືອງ ຄົ້ນຄວ້າກຳນົດ ເປົ້າໝາຍພະນັກງານ ເພື່ອຈັດວາງສັບຊ້ອນເຂົ້າໃສ່ຕຳແໜ່ງງານຂັ້ນ ຂອງຕົນຄຸ້ມຄອງຢ່າງເປັນປົກກະຕິ, ໂດຍສະເພາະແມ່ນ ການຄົ້ນຄວ້າກະກຽມບຸກຄະລາກອນໃຫ້ກອງປະຊຸມໃຫຍ່ຂອງພັກແຕ່ລະ ຂັ້ນ ໄດ້ປະກອບສ່ວນສຳຄັນໃຫ້ແກ່ການປັບປຸງພາຍໃນພັກມີຄວາມໜັກແໜ້ນ, ເຂັ້ມແຂງ, ຍົກສູງ ຄວາມສາມາດນຳພາຂອງຄະນະພັກໃຫ້ສົມຄູ່ກັບໜ້າທີ່ການເມືອງ ໃນໄລຍະໃໝ່, ຮັບປະກັນການຄົ້ນຄວ້າເລືອກເຟັ້ນບຸກຄະລາກອນ ປະກອບເຂົ້າໃນຄະນະພັກ ແຕ່ລະຂັ້ນຖືກຕ້ອງຕາມມາດຖານເງື່ອນໄຂທີ່ໄດ້ກຳນົດໄວ້.

ສຳລັບການສ້າງແຜນກຳນົດພະນັກງານນຳພາ-ບັນຊາຂັ້ນກົມໃຫຍ່ຄຸ້ມຄອງຂອງຄະນະບັນນາທິການຂ່າວສານ ປກສ ໃນຄັ້ງນີ້, ໄດ້ມີການແຕ່ງຕັ້ງຄະນະຮັບຜິດຊອບຊີ້ນຳ ແລະ ອະນຸກຳມະການຊ່ວຍວຽກ ເພື່ອເຮັດໜ້າທີ່ໃນການກະກຽມດ້ານຕ່າງໆ ບົນພື້ນຖານການປະສານສົມທົບກັບຄະນະຫ້ອງການເມືອງ ກົມໃຫຍ່ການເມືອງ ປກສ ແນໃສ່ເຮັດໃຫ້ກອງປະຊຸມສ້າງແຜນກຳນົດພະນັກງານຄັ້ງນີ້ ດຳເນີນໄປຖືກຕ້ອງຕາມຄາດໝາຍ.

ໃນກອງປະຊຸມ ຍັງໄດ້ຈັດຕັ້ງທາບທາມຮອບທີ 1 ເຊິ່ງໄດ້ທາບທາມ 6 ຕໍາແໜ່ງ ຄື: ເລຂາຄະນະພັກຮາກຖານ, ຫົວໜ້າຄະນະບັນນາທິການຂ່າວສານ ປກສ; ຮອງຄະນະພັກຮາກຖານ; ຄະນະພັກຮາກຖານ, ຄະນະບັນນາທິການ ( ນອກຈາກຕໍາແໜ່ງເລຂາ-ຮອງເລຂາ ); ຮອງຄະນະບັນນາທິການ; ຫົວໜ້າພະແນກ ຫຼື ທຽບເທົ່າ ແລະ ຮອງຫົົວໜ້າພະແນກ-ຮອງກອງບັນນາທິການ.