ທະຫານ ນວ ຕ້ອນຮັບການຢ້ຽມຢາມທະຫານແຂວງຮ່າຕິ່ງ

ໃນວັນທີ 8 ເມສາ 2019, ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ຕ້ອນຮັບຄະນະກອງບັນຊາການທະຫານ ແຂວງຮ່າຕິ່ງ ສສ ຫວຽດນາມ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ເຊິ່ງນໍາພາ ໂດຍທ່ານ ພັອ ພິເສດ ຫງວຽນ ຮິວ ທົງຫົວໜ້າຮອງກອງບັນຊາການຫົວໜ້າຫ້ອງເສນາທິການທະຫານ ແຂວງ ຮ່າຕິ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ແລະ ໃຫ້ກຽດຕ້ອນຮັບໂດຍ ພົຈວ ສີພອນ ຈັນສົມວົງ ຫົວໜ້າການເມືອງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ພ້ອມຄະນະ.

ໃນການພົບປະຄັ້ງນີ້, ທັງສອງຝ່າຍໄດ້ມີການພົບປະໂອ້ລົມຢ່າງ ກົງໄປ-ກົງມາກ່ຽວກັບຫຼາຍບັນຫາ ໂດຍສະເພາະແມ່ນວຽກງານ ເພື່ອຊອກຫາ ແລະ ຂຸດຄົ້ນອັດຖິທະຫານອາສາສະໝັກຫວຽດນາມ ທີ່ເສຍສະລະຊີວິດໃນປາງສົງຄາມຢູ່ໃນລາວ ທີ່ຕໍ່ສູ້ຕີສັດຕູຄຽງບ່າຄຽງໄຫຼກັບອ້າຍນ້ອງທະຫານລາວ ຢ່າງອົງອາດກ້າຫານ, ຍອມເສຍສະລະຊີວິດ ແລະ ເລື້ອດເນື້ອ, ອຸທິດຕົນໃນການຕໍ່ສູ້ຕ້ານກັບສັດຕູຈັກກະພັດຕ່າງ ດ້າວທີ່ມາຮຸກຮານລາວເປັນເວລາຫຼາຍປີ ພ້ອມນີ້ທັງສອງປະເທດ ຍັງເປັນເພື່ອນມິດທີ່ດີຕໍ່ກັນ ແລະ ມີສາຍສໍາພັນແບບພິເສດລະຫວ່າງ ລາວ-ຫວຽດນາມ. 

ນອກນັ້ນ, ພັອ ພິເສດ ຫງວຽນ ຮິວ ທົງຍັງໄດ້ສະແດງຄວາມຄິດເຫັນໄມຕີຈິດ ມິດຕະພາບລະຫວ່າງ ຫວຽດນາມ-ລາວ ທີ່ມີມາແຕ່ດົນນານ ແລະ ຮັດແໜ້ນຄວາມສາມັກຄີສາຍສໍາພັນອັນພິເສດ  ລະຫວ່າງສອງກອງທັບ, ສອງປະເທດ, ທ່ານຍັງໄດ້ ສະແດງຄວາມຂອບໃຈນໍາຄະນະກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ ແລະ ພ້ອມນີ້  ທ່ານຍັງສະແດງຄວາມຊົມເຊີຍ ວັນຊາດ ທີ 2 ທັນວາ 1975 ແລະ ຊົມເຊີຍການສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 70 ປີ, ວັນສ້າງຕັ້ງກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຄົບຮອບ 43 ປີ ຢ່າງສຸດອົກສຸດໃຈ.

ພາຍຫຼັງສໍາເລັດການພົບປະໂອ້ລົມແລ້ວ ຄະນະກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ໄດ້ນໍາພາຄະນະກອງບັນຊາການທະຫານ  ແຂວງຮ່າຕິ່ງ  ໄປໄຫວ້ອາໄລອັດຖິຊ່ຽວຊານທະຫານອາສາສະໝັກຫວຽດນາມທີ່ເສຍສະລະຊີວິດໃນປາງສົງຄາມ ອີກດ້ວຍ.