ທ້າຍອາທິດຜ່ານມານີ້, ຢູ່ທີ່ ຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງໄຊຍະບູລີ ບັນດາສະມາຊິກຊາວ ໜຸ່ມ-ແມ່ຍິງ ໄດ້ພ້ອມກັນສ້າງຂະບວນການອອກແຮງງານລວມ ຢູ່ບໍລິເວນຂອບເຂດຄວາມຮັບຜິດຊອບຂອງຕົນຢ່າງເປັນຂະບວນຟົດຟື້ນ.

ພັຕ ບົວທອງ ໄຊອຸດົມ ຮອງ ຫົວໜ້າຄ້າຍຄຸມຂັງ-ດັດສ້າງ ປກສ ແຂວງ ກ່າວວ່າ:

ການຈັດຕັ້ງນໍາພາສະມາຊິກຊາວໜຸ່ມ-ແມ່ຍິງ ອອກແຮງງານລວມຄັ້ງນີ້ ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ, ຂອງຊາດ ໂດຍ ສະເພາະແມ່ນວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ ຄື: 5 ເມສາ 1961-5 ເມ ສາ 2019  ແລະ ວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ປະຊາຊົນ ແຂວງໄຊຍະບູລີ ຄົບຮອບ 43 ປີ (25 ເມສາ 1973-5 ເມສາ 2019) ໃຫ້ມີເນື້ອໃນ ແລະ ບັນຍາກາດຟົດຟື້ນ. ການສ້າງຂະບວນການອອກແຮງງານໃນຄັ້ງນີ້ ແມ່ນໄດ້ພ້ອມກັນຖາງຫຍ້າ, ອະນາໄມ, ທໍາຄວາມສະອາດ ແລະ ຕົບແຕ່ງຕົ້ນໄມ້ປະດັບໃຫ້ມີຄວາມສວຍສົດງົດງາມ ແລະ ຮັກສາສິ່ງແວດລ້ອມໃຫ້ສົດຊື່ນຕະຫຼອດເວລາ.

ທັງນີ້, ກໍເພື່ອເປັນການຮັດແໜ້ນຄວາມສາມັກຄີລະຫວ່າງ ພະນັກງານ-ນັກຮົບ, ສ້າງມິດຕະພາບ ແລະ ຊ່ວຍເຫຼືອເຊິ່ງກັນ ແລະກັນ ນອກນັ້ນ, ຍັງເຮັດໃຫ້ ສະຖານທີ່ອ້ອມຂ້າງຄ້າຍຄຸມຂັງ-ດັດສ້າງ ມີຄວາມເປັນລະບຽບຮຽບຮ້ອຍ ແລະ ຮັກສາໄດ້ຄວາມສະອາດຈົບງາມ.