ປກສ ຫຼວງນ້ຳທາ ໂອ້ລົມພະນັກງານອາວຸໂສບຳນານ

ຄະນະພັກ-ຄະນະກອງບັນຊາການ ປກສ ແຂວງຫຼວງນ້ຳທາ ໄດ້ພົບປະໂອ້ລົມບັນດາທ່ານພະນັກງານອາວຸໂສບຳນານ ເນື່ອງໃນໂອກາດວັນສ້າງຕັ້ງກໍາລັງປ້ອງກັນຄວາມສະຫງົບ ຄົບຮອບ 58 ປີ, ໃນວັນທີ 4 ເມສາ 2019 ໂດຍ ໃຫ້ກຽດໂອ້ລົມຂອງ ພັທ ອິນສົມ ທໍາລາສິນ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ເຂົ້າຮ່ວມ ມີຫົວໜ້າຫ້ອງການເມືອງ ປກສ ແຂວງ, ບັນດາທ່ານພະນັກງານ ອາວຸໂສບຳນານເຂົ້າຮ່ວມ.

ໂອກາດນີ້, ພັທ ອິນສົມ ທຳລາສິນ ໄດ້ຖືເອົາໂອກາດຫວນຄືນເຖິງມູນເຊື້ອອັນສະຫງ່າງາມຂອງກຳລັງປະກອບອາວຸດ ກໍຄືກຳລັງ ປກສ ທີ່ມີແບບແຜນການນຳພາປະຕິບັດວຽກງານ ແລະ ເຕີບໃຫຍ່ ເຂັ້ມແຂງຂຶ້ນເລື້ອຍໆ; ໄດ້ຍົກໃຫ້ເຫັນເຖິງການພັດທະນາພື້ນຖານ ໂຄ່ງລາງ, ການແກ້ໄຂປະກົດການຫຍໍ້ທໍ້ພາຍໃນກຳລັງ, ການປັບປຸງກໍ່ສ້າງກຳລັງມີຄວາມເຕີບໃຫຍ່ຂະຫຍາຍຕົວທາງດ້ານຈຳນວນພົນ ແລະ ຄຸນນະພາບ, ສ້າງໃຫ້ກາຍເປັນກຳລັງປ້ອງກັນຄວາມສະຫງົບປະຕິວັດທີ່ມີການຈັດຕັ້ງເຂັ້ມແຂງ, ມີວິຊາສະເພາະ ແລະ ແບບແຜນວິທີເຮັດວຽກທີ່ທັນສະໄໝຂຶ້ນ ເທື່ອລະກ້າວ, ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການປະຕິບັດຕາມແນວທາງປ້ອງກັນຄວາມສະຫງົບຮອບດ້ານຂອງພັກ.

ໃນໂອກາດດັ່ງກ່າວ, ບັນດາທ່ານພະນັກງານອາວຸໂສບຳນານ ຍັງໄດ້ພ້ອມກັນແລກປ່ຽນປະກອບຄຳຄິດຄຳເຫັນຢ່າງມີວິໄສທັດ, ກົງໄປ-ກົງມາ ແລະ ສະເໜີດ້ານນະໂຍບາຍ ຕ່າງໆ ເພື່ອໃຫ້ສອດຄ່ອງກັບການຂະຫຍາຍຕົວຂອງຍຸກປັດຈຸບັນ.

ໃນຕອນທ້າຍ, ພັທ ອິນສົມ ທຳລະສີນ ໄດ້ອວຍພອນໄຊອັນປະເສີດ ເນື່ອງໃນໂອກາດສົ່ງທ້າຍປີເກົ່າ ພສ 2561 ຕ້ອນຮັບປີໃໝ່ ພສ 2562 ໃຫ້ບັນດາທ່ານພະນັກງານອາວຸດໂສບໍານານທຸກທ່ານ ຈົ່ງປະສົບແຕ່ຄວາມສຸກ, ຄວາມຈະເລີນ ພ້ອມກັນສືບຕໍ່ຮັກສາມູນເຊື້ອຂອງການປະຕິວັດ ແລະ ເປັນຮົ່ມໂພຮົ່ມໄຊໃຫ້ແກ່ພະນັກງານຮຸ່ນສືບທອດຕໍ່ໄປ.