ໜ່ວຍພັກຮາກຖານພະແນກຈະລາຈອນ-ມອດໄຟ ເປີດບັ້ນດຳເນີນຊີວິດການເມືອງ

ໜ່ວຍພັກຮາກຖານພະແນກຈະລາຈອນ-ມອດໄຟ ປກສ ແຂວງຄຳມ່ວນ ຈັດກອງປະຊຸມເປີດບັ້ນດຳເນີນຊີວິດການເມືອງປັບປຸງປົວແປງພັກ ໃນທ້າຍເດືອນຜ່ານມາ ໂດຍການເປັນປະທານຂອງສະ ຫາຍ ພັທ ພອນໄຊ ສຸວັນນະບຸຜາ ເລຂາໜ່ວຍພັກພະແນກຈະລາຈອນ-ມອດໄຟ ຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງ, ມີ ສະຫາຍ ພັຕ ແກ້ວອຸ່ນເຮືອນ ແພງດາລາ ຄະນະພັກຮາກຖານ ຮອງຫົວໜ້າຫ້ອງຕຳຫຼວດ ປກສ ແຂວງ, ມີແຂກຮັບເຊີນ, ຄະນະໜ່ວຍພັກ, ສະມາຊິກພັກສົມບູນ-ສໍາຮອງພາຍໃນໜ່ວຍພັກເຂົ້າຮ່ວມ.

ສະຫາຍ ພັທ ພອນໄຊ ສຸວັນນະບຸຜາ ກ່າວວ່າ:

ກອງປະຊຸມຈະໄດ້ເພີ່ມທະວີການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ຕາມ 5 ເນື້ອໃນ ແລະ 9 ຂໍ້ຫ້າມຂອງສະມາຊິກພັກໃນການ ເຄື່ອນໄຫວນຳພາສ້າງກົມກອງ ແຂງ-ໜ່ວຍພັກປອດໃສເຂັ້ມແຂງ, ໜັກແໜ້ນ ທັງ 4 ດ້ານ ແລະ 5 ເນື້ອໃນ; ເຊິ່ງໄລຍະຜ່ານມາ, ໜ່ວຍພັກພະແນກຈະລາຈອນ-ມອດໄຟ ປກສ ແຂວງ ແມ່ນໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບພາຍໃນກົມກອງ ໃຫ້ມີທັດສະນະ, ຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງໜັກແໜ້ນ, ເປັນເຈົ້າການໃນການຈັດຕັ້ງເຊື່ອມຊຶມບັນດາມະຕິຄຳສັ່ງ, ຂໍ້ກຳນົດກົດລະບຽບ ຕ່າງໆຂອງພັກ, ກົດໝາຍຂອງລັດຫັນເອົາແນວທາງນະໂຍບາຍຂອງພັກມານຳໃຊ້ໃຫ້ແທດເໝາະກັບໜ້າທີ່ການເມືອງ ແລະ ເງື່ອນໄຂຕົວຈິງ ເພື່ອເຮັດໃຫ້ສະມາຊິກພັກ-ພະນັກງານ-ນັກຮົບ ມີຄວາມຈົງ ຮັກພັກດີຕໍ່ພັກ-ລັດ ແລະ ປະເທດຊາດ.

ນອກນັ້ນ, ກອງປະຊຸມຍັງໄດ້ພ້ອມກັນຕີລາຄາຄຸນນະພາບໃຫ້ຄະແນນ, ຈັດປະເພດຕົນເອງ ທັງນີ້ກໍເພື່ອຮັບປະກັນໃນການກໍ່ສ້າງໜ່ວຍພັກ, ສະມາຊິກພັກ, ພະນັກງານ-ນັກຮົບໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ພ້ອມກັນເຮັດສຳເລັດໜ້າທີ່ຕາມການມອບໝາຍ ຈາກຂັ້ນເທິງ, ຮັບປະກັນຄວາມໜັກແໜ້ນທາງດ້ານການເມືອງ-ແນວຄິດ, ມີຄຸນສົມບັດສິນທໍາປະຕິວັດ, ມີລະບຽບວິໄນເຂັ້ມງວດ ແລະ ເຂັ້ມແຂງທາງດ້ານການຈັດຕັ້ງ,  ເສີມຂະຫຍາຍຫົວຄິດປະດິດສ້າງ, ຊອກໃຫ້ເຫັນບັນຫາຈຸດອ່ອນ-ຂໍ້ຄົງຄ້າງຜ່ານມາ, ພ້ອມກັນນັ້ນ ກໍຊອກໃຫ້ເຫັນວິທີການ, ມາດຕະການແກ້ໄຂໃນຕໍ່ໜ້າ, ຈິງໃຈຕຳນິຕິຊົມເຊິ່ງກັນ ແລະກັນຈາກພຶດຕິກຳຕົວຈິງໃນ ການຊີ້ນຳ-ນຳພາວຽກງານພັກ, ວຽກງານວິຊາສະເພາະຢູ່ກົມກອງ ໃນໄລຍະຜ່ານມາ ເພື່ອປະກອບສ່ວນເຮັດໃຫ້ການເຄື່ອນໄຫວ ກວດກາກົມກອງ-ໜ່ວຍພັກປອດ ໃສເຂັ້ມແຂງໜັກແໜ້ນ ຂອງໜ່ວຍພັກຮາກຖານພະແນກຈະລາຈອນ-ມອດໄຟ  ປກສ ແຂວງ ນັບມື້ນັບມີເນື້ອໃນເລິກເຊິ່ງ ແລະ ມີບົດຮຽນທີ່ອຸດົມສົມບູນຂຶ້ນໄປ ເລື້ອຍໆ.