ກອງປະຊຸມໃຫຍ່ ຄັ້ງທີ III ຂອງໜ່ວຍພັກຮາກຖານ ຄະນະວິຊາການທະຫານ-ກິລາ-ມວຍ ວິທະຍາຄານຕໍາຫຼວດປະຊາຊົນ (ວຕປ) ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 30 ເມສາ 2019 ຜ່ານມາ, ໂດຍການເປັນປະ ທານຂອງສະຫາຍ ພັອ ປອ ວົງເຊໂດນ ພັນທະແກ້ວ ຮອງເລຂາຄະນະພັກ ຮອງອໍານວຍການ ວຕປ, ມີສະຫາຍ ພັຕ ບຸນຕຽມ ເພຍສາຂາ ຮັກສາການເລຂາໜ່ວຍພັກຮາກຖານຄະນະວິຊາການທະຫານ-ກິລາ-ມວຍ ພ້ອມດ້ວຍສະ ມາຊິກພັກສົມບູນພາຍໃນຄະນະວິຊາເຂົ້າຮ່ວມ.

ໃນກອງປະຊຸມ, ສະຫາຍ ພັຕ ບຸນຕຽມ ເພຍສາຂາ ໄດ້ລາຍງານຜົນງານໃນໄລຍະ 3 ປີຜ່ານມາ ໃຫ້ຮູ້ວ່າ: ຄະນະໜ່ວຍພັກ ໄດ້ເປັນເຈົ້າການນໍາພາຖັນແຖວສະມາຊິກພັກເຂົ້າຮ່ວມເຊື່ອມຊຶມແນວທາງ-ມະຕິຂອງພັກເປັນປົກ ກະຕິ, ເຂົ້າຮ່ວມຊີວິດພັກຕິດພັນກັບການຕໍານິສົ່ງຂ່າວ ສາມາດເສີມສ້າງແນວຄິດໃຫ້ຍຶດໝັ້ນຈຸດໝາຍສັງຄົມ ນິຍົມຢ່າງສະເໝີຕົ້ນສະເໝີປາຍ, ຈໍາແນກໄດ້ມິດ-ສັດຕູຢ່າງຈະແຈ້ງ, ຍົກສູງ ສະຕິຄວາມຮັບຜິດຊອບໃຫ້ແກ່ ຄູ-ອາຈານຂຶ້ນຫ້ອງສອນໃຫ້ແກ່ນັກສຶກສາທຸກຮຸ່ນທຸກລະບົບຢ່າງຫ້າວຫັນ, ເອົາໃຈໃສ່ໃນການນໍາພາ-ບັນຊາ ແລະ ຕິດຕາມການຄົ້ນຄວ້າແຕ່ງບົດສອນ, ຮຽບຮຽງຕໍາລາຮຽນ, ປັບປຸງແບບວິທີການສົ່ງທອດຕາມຍຸດທະສາດການສຶກສາແບບໃໝ່ ໂດຍຖືເອົານັກສຶກສາເປັນໃຈກາງ, ເອົາໃຈໃສ່ໃຫ້ຖັນແຖວຄູ-ອາຈານ ມີການຝຶກຊ້ອມບັນດາເຕັກນິກ, ທ່າຈັງຫວະຕ່າງໆໃຫ້ມີຄວາມຊໍານິຊໍານານກ່ອນນໍາໄປສົ່ງທອດໃນວິວັດການສອນ-ການຮຽນໄດ້ເປັນຢ່າງດີ.

ຜ່ານການເຄື່ອນໄຫວປະຕິບັດໜ້າທີ່ການສອນ-ການຮຽນ (2016-2019) ສາມາດຄົ້ນຄວ້າແຕ່ງບົດສອນໄດ້ 34 ບົດ, ຮຽບຮຽງຕໍາລາໄດ້ 4 ວິຊາ; ຂຶ້ນຫ້ອງສອນນັກສຶກສາປະລິນຍາໂທໄດ້ 3 ຮຸ່ນ ມີນັກສຶກສາ 95 ສະຫາຍ; ສອນນັກສຶກສາລະບົບປະລິນຍາຕີໄດ້ 7 ຮຸ່ນ ມີນັກສຶກສາ 970 ສະຫາຍ ຍິງ 140 ສະຫາຍ; ຝຶກຊ້ອມກອງກຽດຕິຍົດມີ 21 ຊົ່ວໂມງ; ສອນພະນັກງານກົມປ່າໄມ້ ມີ 56 ຊົ່ວໂມງ; ສອນນັກຮຽນຊັ້ນຕົ້ນ ປກສ ແຂວງບໍລິຄໍາໄຊ ມີ 140 ຊົ່ວໂມງ ແລະອື່ນໆ; ເຂົ້າຮ່ວມຊີວິການເມືອງ, ແຂ່ງຂັນກິລາອ້ອມຂ້າງກະຊວງຕ່າງປະເທດ ພ້ອມຂະບວນການຕ່າງໆ ໄດ້ 15 ຄັ້ງ ສາມາດຍາດໄດ້ 5 ຫຼຽນຄໍາ, 9 ຫຼຽນເງິນ ແລະ 6 ຫຼຽນທອງ. ນອກນັ້ນ, ຍັງໄດ້ສົ່ງຄູ-ອາຈານໄປບໍາລຸງຍົກລະດັບວິຊາ ສະເພາະທັງພາຍໃນ ແລະ ຕ່າງປະ ເທດ ທັງໝົດ 10 ສະຫາຍ.

ກອງປະຊຸມ, ຍັງໄດ້ປ່ອນບັດເລືອກຕັ້ງເອົາຄະນະໜ່ວຍພັກຮາກຖານຊຸດໃໝ່ ໂດຍມີຜູ້ສົງສະໝັກເລືອກຕັ້ງຈໍານວນ 5 ສະຫາຍ ເລືອກເອົາ 3 ສະຫາຍ; ຜ່ານການປ່ອນບັດເລືອກຕັ້ງເຫັນດີເລືອກ ສະຫາຍ ພັຕ ບຸນຕຽມ ເພຍສາຂາ ເປັນເລຂາໜ່ວຍພັກຮາກຖານ, ສະຫາຍ ພັທ ຄໍາເຜີຍ ແກ້ວມະນີວອນ ເປັນຮອງເລຂາໜ່ວຍພັກ ຮາກ ຖານ ແລະ ສະຫາຍ ພັຕ ລັດສະໝີ ທໍາມະວົງສາ ເປັນປະທານກວດກາ.