ໂຄງການກໍ່ສ້າງເຮືອນຮັບຕ້ອນຫຼັງໃໝ່ຂອງ ກອງພັນໃຫຍ່ 201 ທີ່ຂຶ້ນກັບ ກອງພົນທະຫານຮາບທີ 2 ໄດ້ສໍາເລັດແລ້ວ ພ້ອມທັງຈັດພິທີມອບ-ຮັບຢ່າງເປັນທາງການ ໃນວັນທີ 26 ເມສາ 2019, ເຂົ້າຮ່ວມມີ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໆໄຊຍະບູລີ, ພັອ ປອ ສີພອນ ແກ້ວສະໄໝ ຫົວໜ້າການທະຫານ ກອງພົນທະຫານຮາບທີ 2.

ກອງພັນໃຫຍ່ 201 ທີ່ຂຶ້ນກັບ ກອງພົນທະຫານຮາບທີ 2
ກອງພັນໃຫຍ່ 201 ທີ່ຂຶ້ນກັບ ກອງພົນທະຫານຮາບທີ 2

ໂຄງການກໍ່ສ້າງເຮືອນຮັບຕ້ອນຫຼັງໃໝ່ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ເດືອນມັງກອນ 2018 ໃນມູນຄ່າການກໍ່ສ້າງ 1,565 ຕື້ກວ່າກີບ, ໂດຍແມ່ນ ບໍລິລັດ ປັນຍາທິລາດ ກໍ່ສ້າງ-ຂົວທາງ ເປັນຜູ້ຮັບເໝົາກໍ່ສ້າງ, ເປັນອາຄານຊັ້ນດຽວ, ມີຂະໜາດກວ້າງ 14 ແມັດ, ຍາວ 21 ແມັດ, ມີ 1 ຫ້ອງໂຖງ, 8 ຫ້ອງນອນ, ພ້ອມທັງຕິດຕັ້ງລະບັບລະບົບໄຟຟ້າຄົບຊຸດ, ມີຫ້ອງນໍ້ານອກ 2 ຫ້ອງ, ອາຄານເຮັດດ້ວຍເບຕົງເສີມເຫຼັກ, ຫຼັງຄາມຸງດ້ວຍກະເບື້ອງ ແລະ ພື້ນປູດ້ວຍກາໂລ.

ໂຄງການກໍ່ສ້າງເຮືອນຮັບຕ້ອນຫຼັງໃໝ່ຂອງ ກອງພັນໃຫຍ່ 201
ໂຄງການກໍ່ສ້າງເຮືອນຮັບຕ້ອນຫຼັງໃໝ່ຂອງ ກອງພັນໃຫຍ່ 201