ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ VIII ຂອງຊາວໜຸ່ມຫ້ອງວ່າການ ກະຊວງ ປກສ ໄດ້ຈັດຂຶ້ນໃນວັນທີ 30 ເມສາຜ່ານມານີ້, ເຂົ້າຮ່ວມມີ ພັອ ກຽງຄຳ ອິນແພງທະວົງ ຮອງຫົວໜ້າຫ້ອງວ່າການ ແລະ ພັອ ພິມມະສອນ ທຳມະວົງ ເລຂາຄະນະບໍລິຫານງານຊາວໜຸ່ມກະຊວງ ປກສ, ມີຄະນະຊາວໜຸ່ມ, ເລຂາໜ່ວຍຮາກຖານຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມພາຍໃນຫ້ອງວ່າການກະຊວງ ປກສ ເຂົ້າຮ່ວມ.

ພັທ ກອງສິນ ຈັນທະວົງ ເລຂາຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການກະຊວງ ປກສ ຜ່ານບົດລາຍງານການຊີ້ນຳ-ນຳພາປະຕິບັດວຽກງານຊາວໜຸ່ມ ໃຫ້ຮູ້ວ່າ: ໄລຍະ 5 ປີ (2013-2018) ຜ່ານມາ, ຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການໄດ້ເອົາໃຈໃສ່ຊີ້ນຳ-ນຳພາຄະນະຊາວໜຸ່ມຮາກຖານ ແຕ່ລະໜ່ວຍ ແລະ ສະມາຊິກຊາວ ໜຸ່ມເປັນປົກກະຕິ ໂດຍຖືເອົາວຽກງານວິຊາສະເພາະເປັນວຽກງານໃຈກາງ ຕິດພັນກັບການຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງຊາວໜຸ່ມ ທັງໄດ້ຫັນເອົາມະຕິຄຳສັ່ງ, ຂໍ້ແຂ່ງຂັນຕ່າງໆມາເປັນແຜນວຽກງານລະອຽດ ແລະ ພົ້ນເດັ່ນ ສະແດງອອກ ຄື: ໄດ້ປະກອບສ່ວນ ຢ່າງຕັ້ງໜ້າເຂົ້າໃນວຽກງານວິຊາສະເພາະຂອງກົມກອງ ເຮັດໃຫ້ມີ ຄຸນນະພາບສູງຂຶ້ນເລື້ອຍໆ ແລະ ມີຜົນສຳເລັດ.

ໃນນັ້ນ, ໄດ້ນຳພາຄົ້ນຄວ້າ, ສ້າງ, ກວດຜ່ານ ແລະ ປະກອບຄຳເຫັນໃສ່ຮ່າງດຳລັດ, ຄໍາສັ່ງ ແນະນໍາ ແລະ ນິຕິກຳຕ່າງໆຂອງບັນດາກົມກອງອ້ອມຂ້າງກະຊວງ ແລະ ພາກສ່ວນອື່ນທີ່ສົ່ງມາຜ່ານໄດ້ທັງໝົດ 300 ກວ່າສະບັບ; ຂຽນບົດໂຄງການຮັບປະກັນວຽກງານເສນາທິການ, ສ້າງ ແລະ ປັບປຸງນິຕິກຳ, ກົດໝາຍ ແລະ ບັນດາສົນທິສັນຍາຕ່າງໆໃນຂົງເຂດວຽກງານປ້ອງກັນຄວາມສະຫງົບ ແລະ ຈັດສົ່ງໃຫ້ພາກສ່ວນກ່ຽວຂ້ອງສຳເລັດ; ຮັບລາຍງານຈາກຕ່າງແຂວງ 37.076 ສະບັບ, ພິມເອກະສານໄດ້ 8.116 ສະບັບ, ກ໋ອບປີ້ເອກະສານ 2.627.588 ສະບັບ, ປ້ອນຂໍ້ມູນທຳລາຍເອກະສານຕ່າງໆ 34.753 ສະບັບ, ຮັບ ແລະ ຈ່າຍໜັງສືພິມ, ວາລະສານຕ່າງໆ 74.988 ສະບັບ, ຮັບແຂກພາຍໃນ ແລະ ຕ່າງປະເທດ 149 ຄັ້ງ, ແປເອກະສານພາສາຕ່າງປະເທດເປັນພາສາລາວ ແລະ ພາສາລາວເປັນພາສາຕ່າງປະເທດໄດ້ 589 ສະບັບ, ກວດກາ, ຮຽບຮຽງ, ສົ່ງເອກະສານກັບຄືນ ເພື່ອປັບປຸງ-ດັດແປງ 239 ສະບັບ ແລະ ວຽກງານອື່ນໆອີກມີຜົນສຳເລັດຕາມຄາດໝາຍ.

ຕໍ່ກັບຜົນສຳເລັດດັ່ງກ່າວ, ຄະນະບໍລິຫານ ງານຊາວໜຸ່ມກະຊວງ ປກສ ໄດ້ມອບໃບຍ້ອງຍໍໃຫ້ຄະນະບໍລິຫານງານຊາວໜຸ່ມຫ້ອງວ່າການທີ່ມີຜົນງານດີເດັ່ນໃນການຊີ້ນຳ-ນຳພາ ແລະ 8 ໜ່ວຍຮາກຖານຊາວ ໜຸ່ມຂຶ້ນກັບ ເພື່ອຢັ້ງຢືນເຖິງຜົນສຳເລັດໃນການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຢ່າງມີປະສິດທິພາບ.

ກອງປະຊຸມໄດ້ຄັດເລືອກເອົາ ຄະນະບໍລິຫານງານຊາວໜຸ່ມຊຸດໃໝ່ ໂດຍມີຜູ້ລົງສະໝັກເລືອກຕັ້ງ 11 ສະຫາຍ ເລືອກເອົາ 9 ສະຫາຍ. ໃນນັ້ນ, ເລືອກໄດ້ ພັທ ທະນົງສັກ ເທບພະວົງ ເປັນເລຂາ, ພັຕ ເຄນວົງ ອົກສະຫວັດມຸງຄຸນ ເປັນຮອງ ແລະ ພັຕ ສົມພອນ ສັນຕິສຸກ ເປັນປະທານກວດກາ ພ້ອມດ້ວຍຄະນະ 6 ສະຫາຍ ເພື່ອສືບຕໍ່ເສີມຂະຫຍາຍທຸກກຳລັງແຮງສັງລວມ, ສະຕິປັນຍາ ແລະ ຫົວຄິດປະດິດສ້າງຂອງຕົນ ເຂົ້າໃນການປັບປຸງກໍ່ສ້າງ ການຈັດຕັ້ງຊາວໜຸ່ມຫ້ອງວ່າການໃຫ້ມີຄວາມຊຳນິ-ຊຳນານເຮັດວຽກງານວິຊາສະເພາະຕົວຈິງໃຫ້ມີຜົນສຳເລັດ.

ສ້າງຖັນແຖວສະມາຊິກຊາວໜຸ່ມຫຼັກແຫຼ່ງໃຫ້ເປັນແຂນຂວາຂອງພັກ, ເປັນກະດູກສັນຫຼັງຂອງຊາດ, ເປັນກຳລັງແຮງຂອງຍຸກສະໄໝໃໝ່ທີ່ມີຄວາມເຂັ້ມແຂງທາງດ້ານການເມືອງ-ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ ແລະ ມີລະບຽບວິໄນເຂັ້ມງວດ, ເປັນພະນັກງານສືບທອດທີ່ດີຂອງພັກ ແລະ ເປັນກຳລັງຫຼັກແຫຼ່ງຂອງກຳລັງ ປກສ ແລະ ສະມາຊິກຊາວໜຸ່ມທຸກສະຫາຍຕ້ອງເປັນເຈົ້າປະຕິບັດວຽກງານວຽກງານສະເພາະຂອງຕົນຕາມຄະ ນະໄດ້ມອບໝາຍ ແນໃສ່ຮັບປະກັນໄດ້ຜົນສຳເລັດ; ສ້າງໜ່ວຍຊາວໜຸ່ມເຂັ້ມແຂງຕິດພັນກັບການສ້າງກົມກອງແຂງ-ໜ່ວຍພັກຮູ້ນຳພາຮອບດ້ານ ແລະ ສາມາດແກ້ໄຂປະກົດການຫຍໍ້ທໍ້ໃນຖັນແຖວຊາວໜຸ່ມຫ້ອງວ່າການ ກະຊວງ ປກສ ໃຫ້ໄດ້ດີຢ່າງຕໍ່ເນື່ອງ.