ຄະນະກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ ໄດ້ເຜີຍແຜ່ກົດໝາຍ ແລະ ບົດແນະນໍາການຈັດ ຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດສະບັບປັບປຸງ ໃນວັນທີ 30 ເມສາ 2019, ເຜີຍແຜ່ໂດຍ ທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານກວດກາສູນກາງພັກ ແລະ ອົງການກວດກາລັດຖະບານ, ຮອງຫົວໜ້າອົງ ການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ, ມີຮອງລັດຖະມົນຕີ, ກໍາມາທິການກົດໝາຍ ສະພາແຫ່ງຊາດ, ຫົວ ໜ້າບໍລິສັດວິສາຫະກິດ, ພະນັກງານຫຼັກແຫຼ່ງເຂົ້າຮ່ວມ.

ທ່ານ ສຸກຄໍາເພັດ ເຮືອງບຸດສີ ກ່າວວ່າ: ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 4 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ອອກມະຕິຮັບຮອງເອົາກົດໝາຍວ່າດ້ວຍການກວດກາລັດ ສະບັບປັບປຸງ ເລກທີ 073/ສພຊ ລົງວັນທີ 16 ພະຈິກ 2017 ປະທານປະເທດ ໄດ້ອອກດໍາລັດປະກາດໃຊ້ກົດໝາຍວ່າດ້ວຍການກວດກາລັດ ສະບັບ ປັບປຸງ ເລກທີ 328/ປປທ ລົງວັນ ທີ 16 ທັນວາ 2017, ເຊິ່ງກົດໝາຍວ່າດ້ວຍການກວດກາລັດ ສະບັບດັ່ງກ່າວນີ້ ປະກອບດ້ວຍ 10 ພາກ, 6 ໝວດ ແລະ 80 ມາດຕາ, ເນື້ອຫາໄດ້ກໍານົດຫຼັກການ, ລະບຽບການ, ມາດ ຕາການກ່ຽວກັບການຈັດຕັ້ງ, ການເຄື່ອນໄຫວ ແລະ ການເຄື່ອນໄຫວກວດກາລັດໄດ້ຄົບຖ້ວນ, ຈະແຈ້ງ.

ດັ່ງນັ້ນ, ທ່ານປະທານອົງການກວດກາລັດຖະບານ ຈຶ່ງໄດ້ອອກຄໍາແນະນໍາການຈັດຕັ້ງປະຕິບັດກົດໝາຍ ວ່າດ້ວຍການກວດກາລັດ ສະບັບປັງປຸງ ແລະ ມີການຈັດຕັ້ງເຜີຍແຜ່ໃຫ້ຄະນະພັກ-ຄະນະນໍາ, ພະນັກງານຫຼັກແຫຼ່ງທົ່ວທຸກອົງການ, ສໍານັກງານ, ຫ້ອງການຕ່າງໆທີ່ກ່ຽວຂ້ອງຢູ່ສູນກາງ ແລະ ທ້ອງຖິ່ນໃຫ້ມີຄວາມຮັບຮູ້, ກໍາໄດ້ ເນື້ອໃນ ແລະ ພ້ອມກັນໄປຈັດຕັ້ງປະຕິບັດຢ່າງເຂັ້ມງວດ.