ສະພາແຫ່ງຊາດອັງກິດ ເປັນສະພາແຫ່ງທຳອິດໃນໂລກ ທີ່ລົງມະຕິປະກາດໃຫ້ການປ່ຽນແປງສະພາບອາກາດ ເປັນພາວະສຸກເສີນ

ສະພາແຫ່ງຊາດອັງກິດ ໄດ້ລົງມະຕິ ໃນວັນທີ 1 ພຶດສະພາ ທີ່ຜ່ານມາ ໂດຍປະກາດວ່າ:

ບັນຫາການປ່ຽນແປງສະພາບອາກາດ ເປັນພາວະສຸກເສີນ ເຊິ່ງເປັນການປະກາດໃນດ້ານສັນຍາລັກ ຫຼັງຈາກທີ່ ທ່ານ ເຈເຣມີ ຄໍບິນ ຜູ້ນຳພັກແຮງງານ ເຊິ່ງເປັນຝ່າຍຄ້ານ ຮຽກຮ້ອງໃຫ້ດຳເນີນການຢ່າງຮີບດ່ວນ ແລະ ເປັນຮູບປະທຳ ໃນການປົກປ້ອງສິ່ງແວດລ້ອມໃຫ້ກັບຄົນຮຸ່ນຫຼັງ.

ຄຳປະກາດດັ່ງກ່າວ ເປັນບັນຍັດຂອງພັກແຮງງານ ໄດ້ຮັບຄວາມເຫັນດີຈາກສະພາແຫ່ງຊາດ ດ້ວຍວິທີການທີ່ພັກລັດຖະບານ ບໍ່ມັກໃຊ້ ແລະ ບໍ່ມີຜົນໂດຍກົງກັບນະໂຍບານລັດຖະບານ ແຕ່ເປັນການສະໜັບສະໜຸນກຸ່ມນັກເຄື່ອນໄຫວ ໂດຍສະເພາະຢ່າງຍິ່ງ ຄົນໜຸ່ມ-ສາວໃນເອີຣົບ ທີ່ຢຸດຮຽນເພື່ອປະທ້ວງ ແລະ ໃຊ້ວິທີການຂັດຂືນເພື່ອຮຽກຮ້ອງໃຫ້ລັດຖະບານ ລົງມືແກ້ໄຂບັນຫາໂລກຮ້ອນ.

ໂດຍສະເພາະທີ່ສຸດຄື ນັກເຄື່ອນໄຫວກຸ່ມເອັກສ໌ຕິງເຊີນ ຣີເບວລຽນ ທີ່ປະທ້ວງ ໃນນະຄອນຫຼວງລອນດອນ ເປັນເວລາ 10 ມື້ ໃນໄລຍະ 2-3 ອາທິດ ທີ່ຜ່ານມາ ແລະ ນາງ ເກຣຕາ ທັນເບີກ ເດັກນັກຮຽນຊາວຊູແອັດ ທີ່ເປັນນັກເຄື່ອນໄຫວດ້ານສິ່ງແວດລ້ອມ ກໍໄດ້ກ່າວປະໄສໃນສະພາແຫ່ງຊາດອັງກິດ ໃນເລື່ອງນີ້ ເຊັ່ນກັນ.

ທາງດ້ານພັກແຮງງານ ລະບຸວ່າ:

ສະພາແຫ່ງຊາດອັງກິດ ເປັນສະພາແຫ່ງທຳອິດໃນໂລກ ທີ່ລົງມະຕິປະກາດໃຫ້ການປ່ຽນແປງສະພາບອາກາດ ເປັນພາວະສຸກເສີນ.