ສາຍການບິນສະແກນດີເນວຽນ ແອລາຍ ຫຼື SAS ຕ້ອງຍົກເລີກຖ້ຽວບິນອີກຫຼາຍຮ້ອຍຖ້ຽວ ເນື່ອງຈາກພະນັກງານສາຍການບິນຢຸດງານປະທ້ວງ

ຂ່າວຕ່າງປະເທດລາຍງານ ໃນວັນທີ 1 ພຶດສະພາ ທີ່ຜ່ານມາ ວ່າ: ສາຍການບິນສະແກນດີເນວຽນ ແອລາຍ ຫຼື SAS ຕ້ອງຍົກເລີກຖ້ຽວບິນອີກຫຼາຍຮ້ອຍຖ້ຽວ ເນື່ອງຈາກພະນັກງານສາຍການບິນຢຸດງານປະທ້ວງ ມາຕັ້ງແຕ່ວັນທີ 26 ເມສາ ທີ່ຜ່ານມາ ເຊິ່ງປັດຈຸບັນກໍສົ່ງຜົນກະທົບກັບຜູ້ໂດຍສານຫຼາຍກວ່າ 380.000 ຄົນແລ້ວ, ໃນຂະນະທີ່ການເຈລະຈາ ເພື່ອຢຸດຕິການປະທ້ວງ ກັບມາເລີ່ມຕົ້ນອີກຄັ້ງ.

ການເຈລະຈາລະຫວ່າງ ສາຍການບິນ SAS ແລະ ນັກບິນທີ່ຢຸດງານປະທ້ວງ ຖືເປັນຄັ້ງທຳອິດນັບຕັ້ງແຕ່ນັກບິນຢຸດງານ ໃນຊູແອັດ, ດານມາກ ແລະ ນອກແວ ໃນອາທິດຜ່ານມາ ເພື່ອຮຽກຮ້ອງຂໍໃຫ້ເພີ່ມລາຍໄດ້ ແລະ ສະຫວັດດີການອື່ນໆ.

ໂຄສົກຂອງ ສຳນັກງານຢັບຢັ້ງຂໍ້ພິພາດແຫ່ງຊາດ ຊູແອັດ ເປີດເຜີຍວ່າ:

ການເຈລະຈາກຳລັງດຳເນີນຢູ່ທີ່ ນະຄອນຫຼວງອອສໂລ ປະເທດຊູແອັດ ໂດຍມີອີກ 3 ປະເທດເຂົ້າຮ່ວມດ້ວຍ  ແລະ ເຖິງແມ່ນວ່າຈະມີການເຈລະຈາກັນ ແຕ່ SAS ຕ້ອງຍົກເລີກຖ້ຽວບິນ ໃນວັນທີ 2 ພຶດສະພາ ໂດຍທາງສາຍການບິນ ປະກາດວ່າ ຕ້ອງຍົກເລີກຖ້ຽວບິນ 280 ຖ້ຽວ ເຊິ່ງຈະສົ່ງຜົນກະທົບກັບຜູ້ໂດຍສານ ປະມານ 20.000 ຄົນ.

ຫຼັງຈາກນັ້ນ, ທາງສາຍການບິນ ກໍປະກາດຍົກເລີກຖ້ຽວບິນເພີ່ມເຕີມອີກ 429 ຖ້ຽວ ທີ່ກະທົບຜູ້ໂດຍສານອີກ 34.590 ຄົນ ເຮັດໃຫ້ຂະນະນີ້ ມີການຍົກເລີກຖ້ຽວບິນໄປແລ້ວຫຼາຍກວ່າ 4.000 ຖ້ຽວ ຫຼັງຈາກທີ່ນັກບິນ 1.409 ຄົນ ຢຸດງານປະທ້ວງ.