ໃນວັນທີ 30 ເມສາ 2019, ພົທ ວິໄລ ຫຼ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ພົທ ເລິກ ວັນນະ ຫົວໜ້າກົມຕໍາຫຼວດຍຸຕິທໍາ ສໍານັກງານຕໍາຫຼວດແຫ່ງຊາດ ກະຊວງພາຍໃນແຫ່ງຣາຊະອາ ນາຈັກກໍາປູເຈຍ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ລະຫວ່າງວັນທີ 30 ເມສາ-3 ພຶດສະພາ 2019.

ການເຂົ້າຢ້ຽມຂໍ່ານັບຄັ້ງນີ້, ພົທ ເລິກ ວັນນະ ໄດ້ລາຍງານຜົນຂອງການວ່າເຮັດວຽກຢູ່ ສປປ ລາວ ເວົ້າລວມ, ເວົ້າສະເພາະແມ່ນການມາເຂົ້າຮ່ວມກອງປະຊຸມພົບປະແລກປ່ຽນບົດຮຽນກັບກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ກົມໃຫຍ່ຕໍາຫຼວດ ກະຊວງປ້ອງກັນຄວາມສະຫງົບລາວ ໃນວັນທີ 30 ເມສາຜ່ານມາ, ເຊິ່ງທັງສອງຝ່າຍໄດ້ປຶກສາຫາລືແລກປ່ຽນບົດຮຽນເຊິ່ງກັນແລະກັນຢ່າງກົງໄປກົງມາຕໍ່ກັບການຈັດຕັ້ງປະຕິບັດວຽກງານສະກັດກັ້ນ-ແກ້ໄຂປະກົດການຫຍໍ້ຕາມຊາຍແດນລະຫວ່າງສອງປະເທດ ເຊັ່ນ: ການລັກລອບຄ້າຂາຍຢາເສບຕິດ, ລັກລອບເຂົ້າ-ອອກເມືອງຜິດກົດໝາຍ, ການຄ້າຂາຍເຖື່ອນ, ຄ້າມະນຸດ ແລະ ສິ່ງຜິດກົດໝາຍອື່ນໆ ແລະ ຍັງໄດ້ພ້ອມວາງທິດທາງຮ່ວມມື ກັນໃນຕໍ່ໃນການສະກັດກັ້ນ ແລະ ແກ້ໄຂບັນຫາດັ່ງກ່າວນີ້ໃຫ້ຫຼຸດລົງເທື່ອລະກ້າວ.

ໃນໂອກາດດັ່ງກ່າວ, ພົທ ວິໄລ ຫຼ້າຄໍາຟອງ ໄດ້ກ່າວຕີລາຄາສູງຕໍ່ການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນກໍາປູເຈຍໃນຄັ້ງນີ້, ພ້ອມທັງສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ການພົບປະແລກປ່ຽນບົດຮຽນຂອງສອງຝ່າຍທີ່ມີຄວາມເຂົ້າອົກເຂົ້າໃຈກັນດີ ແລະ ທັງເປັນເອກະພາບຕໍ່ທິດທາງໃນການແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃຫ້ຫຼຸດລົງໃນຕໍ່ໜ້າ, ເຊິ່ງມັນເປັນຂີດໝາຍອັນສໍາຄັນໃນການສ້າງສາຍພົວພັນຮ່ວມມືຂອງສອງກະຊວງເວົ້າລວມ, ເວົ້າສະເພາະກົມຕໍາຫຼວດສະກັດກັ້ນ ແລະ ຕ້ານຢາເສບຕິດ ສປປ ລາວ ແລະ ກົມຕໍາຫຼວດຍຸຕິທໍາ ສໍານັກງານຕໍາຫຼວດແຫ່ງຊາດ ແຫ່ງຣາຊະອານາຈັກກໍາປູເຈຍ ແໜ້ນແຟ້ນຂຶ້ນເລື້ອຍໆ.