ສູນຝຶກອົບຮົມວິຊາສະເພາະຄົບວົງຈອນ ກອງບັນຊາການປ້ອງກັນເຄື່ອນທີ່ ກະຊວງ ປກສ ໄດ້ເປີດຊຸດຝຶກອົບຮົມຫັດແອບວິຊາສະເພາະໄລຍະສັ້ນໃຫ້ກຳລັງທົດແທນຂອງກອງບັນຊາການປ້ອງກັນເຄື່ອນທີ່, ໃນວັນທີ 26 ເມສາ 2019 ເພື່ອຍົກລະດັບຄວາມຮູ້-ຄວາມສາມາດໃຫ້ພະນັກງານກຳລັງທົດແທນ ກຳແໜ້ນທາງດ້ານ ທິດສະດີ, ຫຼັກການ, ຂໍ້ກຳນົດ, ກົດລະບຽບຂອງກຳລັງ ປກສ ເພື່ອນຳໄປຈັດຕັ້ງປະຕິບັດເຂົ້າໃນໜ້າທີ່ວຽກງານວິຊາສະເພາະໃຫ້ມີປະສິດທິຜົນ ພ້ອມທັງສ້າງໃຫ້ມີຄວາມຊໍານິຊໍານານທາງດ້ານສິລະປະຍຸດ-ຍຸດທະວິທີ; ເຂົ້າ ຮ່ວມໃນພິທີໂດຍ ພັອ ໄກສອນ ແກ້ວມະນີ ຮອງຫົວໜ້າກອງບັນຊາການປ້ອງກັນເຄື່ອນທີ່, ມີຄະນະສູນຝຶກອົບຮົມ, ພະນັກງານທີ່ກ່ຽວຂ້ອງ ພ້ອມດ້ວຍນັກສຳມະນາກອນເຂົ້າຮ່ວມ.

ໃນພິທີ, ພັທ ສຸລິຈັນ ສີສະຫວັດ ຫົວໜ້າສູນຝຶກອົບຮົມວິຊາສະເພາະຄົບວົງຈອນ ໄດ້ຜ່ານແຜນການຝຶກອົບ ຮົມດັ່ງກ່າວໃຫ້ຮູ້ວ່າ: ຊຸດຝຶກອົບຮົມຫັດແອບວິຊາສະເພາະໄລຍະສັ້ນໃຫ້ກຳລັງທົດແທນຂອງກອງບັນຊາການ ປ້ອງກັນເຄື່ອນທີ່ ຈະດຳເນີນເປັນເວລາ 20 ວັນ ໄປຈົນເຖິງວັນທີ 23 ພຶດສະພາ 2019, ເຊິ່ງບັນດານັກສຳມະນາກອນທີ່ແມ່ນກຳລັງທົດແທນຈຳນວນທັງໝົດ 20 ສະຫາຍ ຍິງ 5 ຈະຮຽນຮູ້ກ່ຽວກັບກົດໝາຍວ່າ ດ້ວຍກຳ ລັງປ້ອງກັນຄວາມສະຫງົບ, ພາລະບົດບາດ, ຂອບເຂດ, ສິດ-ໜ້າທີ່ຂອງກອງບັນຊາການປ້ອງກັນເຄື່ອນທີ່, ຂໍ້ກຳນົດຂອງກອງບັນຊາການປ້ອງກັນເຄື່ອນທີ່ວ່າດ້ວຍການເຂົ້າ-ອອກ, ການພົວພັນ ແລະ ການຈອດລົດ, 7 ລະ ບອບ 18 ວຽກ, ຄຳປະຕິຍານ 8 ຂໍ້, ກົດລະບຽບ 12 ຂໍ້ຕໍ່ປະຊາຊົນ; ລະບຽບບຸກຄົນມືເປົ່າຄົງທີ່-ເຄື່ອນທີ່, ລະບຽບບຸກຄົນມືປືນຄົງທີ່-ເຄື່ອນທີ່, ລະບຽບຮູບແຖວຂັ້ນໝູ່-ໝວດ-ຮູບແຖວເຄົາລົບທຸງຂັ້ນກອງພັນ, ລະບຽບການເຄົາລົບ-ລາຍງານເຊິ່ງກັນແລະກັນຂອງກຳລັງ ປກສ.

ນອກນັ້ນ, ນັກສຳມະນາກອນ ຍັງຈະຮຽນຮູ້ກ່ຽວກັບສິລະປະຍຸດ ຄື: ຄຸນຄ່າສະມັດຕະພາບ, ການປະກອບສ້າງ, ການມ້າງປະກອບ ແລະ ການປົກປັກຮັກສາປືນ AK, T-79 ແລະ ປືນສັ້ນທຸກຊະນິດ; ຫັດແອບຈັງຫວະຕົວຈິງຍິງລູກປືນແທ້, ບົດເປີດສາກປືນ AK, T-97 ແລະ ປືນ NP; ປະຕິບັດຍິງລູກປືນແທ້ຢູ່ສະໜາມຍິງປືນ.

ໃນຕອນທ້າຍ, ພັອ ໄກສອນ ແກ້ວມະນີ ໄດ້ໂອ້ລົມ ໂດຍມີທິດ ຊີ້ນຳໃຫ້ຄູ-ອາຈານທີ່ໄດ້ຮັບການ ແຕ່ງຕັ້ງ, ມອບໝາຍຈາກຂັ້ນເທິງໃຫ້ຮັບຜິດຊອບລົງສິດສອນຕ້ອງ ເອົາໃຈໃສ່ຍົກສູງສະຕິປັນຍາຄວາມຮູ້-ຄວາມສາມາດຂອງຕົນເຂົ້າໃນການຝຶກອົບຮົມ-ຫັດແອບໃຫ້ຄົບຖ້ວນ; ສຳລັບກຳລັງທົດແທນທີ່ເຂົ້າຮ່ວມຝຶກອົບຮົມຈົ່ງເອົາໃຈໃສ່ໃນການປະຕິບັດລະບຽບວິໄນ ແລະ ໂມງເວລາຢ່າງເຂັ້ມງວດ, ຕັ້ງໜ້າຫັດແອບຮໍ່າຮຽນຝຶກຝົນຫຼໍ່ຫຼອມຕົງເອງໃຫ້ກາຍເປັນພະນັກງານທີ່ເຂັ້ມແຂງທາງດ້ານວິຊາສະເພາະ ແລະ ລະບຽບວິໄນ ແນໃສ່ຮັບປະກັນໃຫ້ຊຸດຝຶກອົບຮົມສຳເລັດຜົນຕາມລະດັບຄາດໝາຍ.