ກອງບັນຊາການ ປກສ ແຂວງວຽງຈັນ ໄດ້ປະກາດກົງຈັກການຈັດຕັ້ງຂັ້ນພະແນກ ແລະ ໜ່ວຍງານອ້ອມຂ້າງ ປກສ ແຂວງ ໃນວັນທີ 25 ເມສາ 2019 ເພື່ອເປັນການປັບປຸງການຈັດຕັ້ງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງກວ່າເກົ່າ, ເຊິ່ງເປັນປະທານໂດຍ ພັອ ປອ ທອງເຄນ ບຸນໝັ້ນ ຫົວໜ້າກອງບັນຊາການ ປກສ ແຂວງວຽງ ຈັນ, ພ້ອມທັງມີ ຄະນະບັນຊາຂັ້ນຫ້ອງ, ພະແນກ ແລະ ໜ່ວຍງານ ເຂົ້າຮ່ວມ.

ພັທ ຄຳແຝງ ສີມູນ ຫົວໜ້າຫ້ອງການເມືອງ
ພັທ ຄຳແຝງ ສີມູນ ຫົວໜ້າຫ້ອງການເມືອງ

ພັທ ຄຳແຝງ ສີມູນ ຫົວໜ້າຫ້ອງການເມືອງ ໄດ້ຜ່ານຂໍ້ຕົກລົງ ສະບັບເລກທີ 1691/ປສຂຈ ວ່າດ້ວຍ ການແຕ່ງຕັ້ງຫົວໜ້າພະແນກ ຫຼື ທຽບເທົ່າ ແລະ ຮອງພະແນກ, ຫົວໜ້າ ແລະ ຮອງໜ່ວຍງານ ທີ່ຂຶ້ນກັບ ຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ທົ່ວກອງບັນຊາການ ປກສ ແຂວງວຽງຈັນ. ໃນນີ້, ແຕ່ງຕັ້ງ ຫົວໜ້າພະແນກ ຫຼື ທຽບເທົ່າ ຈຳນວນ 82 ສະຫາຍ, ແຕ່ງຕັ້ງ ຮອງຫົວໜ້າພະແນກ 109 ສະຫາຍ, ແຕ່ງຕັ້ງ ຫົວໜ້າໜ່ວຍງານ 61 ສະຫາຍ ແລະ ແຕ່ງຕັ້ງ ຮອງໜ່ວຍງານ ອີກຈຳນວນໜຶ່ງ, ສ່ວນ ຫົວໜ້າ ແລະ ຮອງ ທີ່ມີຢູ່ແລ້ວແມ່ນ ຮັກສາໄວ້ຄືເກົ່າ.

ປະກາດກົງຈັກການຈັດຕັ້ງຂັ້ນພະແນກ ແລະ ໜ່ວຍງານອ້ອມຂ້າງ ປກສ ແຂວງ
ປະກາດກົງຈັກການຈັດຕັ້ງຂັ້ນພະແນກ ແລະ ໜ່ວຍງານອ້ອມຂ້າງ ປກສ ແຂວງ

ພັອ ປອ ທອງເຄນ ບຸນໜັ້ນ ໄດ້ຊີ້ນໍາໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງຄັ້ງນີ້ ຈົ່ງພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ວຽກງານຂອງຕົນ ໃຫ້ຫຼາຍຂຶ້ນກວ່າເກົ່າ ເພື່ອພ້ອມກັນເຮັດສຳເລັດໜ້າທີ່ຕາມທີ່ພັກ-ລັດການຈັດຕັ້ງ ແລະ ປະຊາຊົນມອບໜາຍໃຫ້.