ພັທ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ

ວັນທີ 30 ເມສາ 2019, ພັທ ສົມເພັດ ປັນແກ້ວ ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊຍະບູລີ ຜູ້ຊີ້ນຳວຽກງານ ອົງການຈັດຕັ້ງມະຫາຊົນ ໄດ້ລົງຊີ້ນຳການປະຕິບັດໜ້າທີ່ວິຊາສະເພາະ ຂົງເຂດອົງການຈັດຕັ້ງມະຫາຊົນ, ມີບັນດາສະຫາຍຄະນະຮາກຖານຊາວໜຸ່ມ, ຄະນະຮາກຖານສະຫະພັນແມ່ຍິງ ພ້ອມດ້ວຍສະມາຊິກຊາວໜຸ່ມ-ແມ່ຍິງ ອ້ອມຂ້າງ ກອງ ບັນຊາການ ເຂົ້າຮ່ວມ.

ພັທ ສຸພາບ ສຸກຜາລີ ຄະນະບໍລິຫານງານຊາວໜຸ່ມ ແຂວງ ເລຂາຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງ ກ່າວວ່າ:

ປັດຈຸບັນ, ກອງບັນຊາການ ປກສ ແຂວງ ມີສະມາຊິກຊາວໜຸ່ມທັງໝົດ 457 ສະຫາຍ ຍິງ 109 ສະຫາຍ, ມີ 11 ໜ່ວຍ ທີ່ຂຶ້ນກັບ.

ໃນໄລຍະຜ່ານມາ, ຄະນະຊາວໜຸ່ມແຕ່ລະຂັ້ນ ໄດ້ຖືເອົາວຽກງານສຶກສາອົບຮົມການເມືອງ-ແນວຄິດ ເປັນກົກ ແລະ ເປັນວຽກງານແຖວໜ້າ ເຮັດໃຫ້ຊາວໜຸ່ມເຂົ້າໃຈຕໍ່ແນວທາງຂອງພັກ-ລັດ, ເອົາໃຈໃສ່ປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານ ໂດຍສະເພາະການຈັດຕັ້ງປະຕິບັດ 4 ຄາດໝາຍ, 4 ແຜນການ ແລະ 41 ໂຄງການດໍາເນີນງານຂອງ ກຳລັງປ້ອງກັນຄວາມສະຫງົບ ກໍຄື ຂໍ້ແຂ່ງຂັນ 4 ບຸກ ຂອງ ຄະນະສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ວາງອອກ.

ພັທ ສຸພາບ ສຸກຜາລີ ຄະນະບໍລິຫານງານຊາວໜຸ່ມ ແຂວງ ເລຂາຮາກຖານຊາວໜຸ່ມ ກອງບັນຊາການ ປກສ ແຂວງ

ນອກຈາກນີ້, ຍັງໄດ້ປະກອບສ່ວນເຂົ້າໃນການລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ ເພື່ອປຸກລະດົມຂົນຂວາຍປະຊາຊົນ ໄດ້ 74 ເທື່ອ ຕິດພັນກັບ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ໂດຍຖືເອົາການໂຄສະນາສຶກສາອົບຮົມ ແລະ ສົ່ງເຂົ້າສູນບໍາບັດ-ດັດສ້າງ, ລົງໂຄສະນາສຶກສາອົບຮົມກົດລະບຽບຈະລາຈອນ, ຜົນຮ້າຍຂອງຢາເສບຕິດ ໃຫ້ສະມາຊິກຊາວໜຸ່ມ, ເຍົາວະຊົນ ຢູ່ບັນດາໂຮງຮຽນແຫ່ງຕ່າງໆ ໄດ້ 16 ຄັ້ງ ມີຜູ້ເຂົ້າຮ່ວມ 10.251 ຄົນ, ໄດ້ຮັກສາລະບອບປະຈຳການກຽມພ້ອມສູ້ຮົບ, ປ້ອງກັນສະຖານທີ່ສຳຄັນຂອງພັກ-ລັດ, ປ້ອງກັນກອງປະຊຸມໃຫຍ່, ວັນບຸນສຳຄັນຕ່າງໆ, ແຂກພາຍໃນ ແລະ ຕ່າງປະເທດ ທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກ ຢູ່ແຂວງໄຊຍະບູລີ ໃຫ້ມີຄວາມປອດໄພ.

ຊີ້ນຳການປະຕິບັດໜ້າທີ່ວິຊາສະເພາະ ຂົງເຂດອົງການຈັດຕັ້ງມະຫາຊົນ ໂດຍ ກອງບັນຊາການ ປກສ ແຂວງ

ໃນໂອກາດນີ້, ພັທ ສົມເພັດ ປັນແກ້ວ ໄດ້ເນັ້ນໃຫ້ ຄະນະຊາວໜຸ່ມ-ຄະນະສະຫະພັນແມ່ຍິງ ແຕ່ລະຂັ້ນ ເອົາໃຈໃສ່ເຮັດວຽກງານສຶກສາອົບຮົມການເມືອງ-ແນວຄິດ ຕິດພັນກັບ ການປະຕິບັດໜ້າທີ່ວິຊາສະເພາະທີ່ຖືກມອບໝາຍ, ເພີ່ມທະວີຄວາມສາມັກຄີພາຍໃນ ໃຫ້ ໜັກແໜ້ນ, ພາຍນອກ ໃຫ້ກວ້າງຂວາງ, ຍົກສູງສະຕິຕໍ່ການຈັດຕັ້ງ, ເຄື່ອນໄຫວໃຫ້ຖືກຕ້ອງຕາມລະບຽບວິໄນຂອງກຳລັງ, ພ້ອມກັນຈັດຕັ້ງປະຕິບັດຂໍ້ແຂ່ງຂັນ 4 ບຸກ ຂອງ ສູນກາງຊາວໜຸ່ມປະຊາຊົນ ປະຕິວັດລາວ ແລະ ຂໍ້ແຂ່ງຂັນ 3 ດີ ຂອງ ສູນກາງສະຫະພັນແມ່ຍິງລາວ ວາງອອກ ໃຫ້ປະກົດຜົນເປັນຈິງ.