ປກສ ແຂວງອຸດົມໄຊ ຫວນຄືນມູນເຊື້ອວັນສ້າງຕັ້ງຊາວໜຸ່ມ ຄົບຮອບ 64 ປີ

ທ້າຍເດືອນຜ່ານມາ, ຄະນະບໍລິຫານງານຊາວໜຸ່ມ ປກສ ແຂວງອຸດົມໄຊ ໄດ້ຈັດພິທີຫວນຄືນມູນເຊື້ອວັນສ້າງຕັ້ງຊາວໜຸ່ມປະຊາຊົນ ປະຕິວັດລາວ ຄົບຮອບ 64 ປີ (14 ເມສາ 1955-14 ເມສາ 2019), ເພື່ອເປັນການຊົມເຊີຍວັນສ້າງຕັ້ງດັ່ງກ່າວ, ເຜີຍແຜ່ໂດຍ ສະຫາຍ ພັຕ ສົມເພັດ ສອນດາລາ ຄະນະບໍລິຫານງານຊາວໜຸ່ມແຂວງ ເລຂາຊາວໜຸ່ມຮາກຖານ ປກສ ແຂວງ, ມີສະຫາຍ ພັທ ສີວອນ ໄຊຍະວົງ ຮອງຫົວໜ້າກອງບັນຊາການ ປກສ ແຂວງ, ບັນດາສະຫາຍຄະນະຫ້ອງ, ກອງ, ຄ້າຍ, ໂຮງຮຽນ ແລະ ສະມາຊິກຊາວໜຸ່ມ-ແມ່ຍິງ ເຂົ້າຮ່ວມ.

ສະຫາຍ ພັຕ ສົມເພັດ ສອນດາລາ ໄດ້ເລົ່າເຖິງມູນເຊື້ອຂອງຊາວໜຸ່ມປະຊາຊົນ ປະຕິວັດລາວ ແຕ່ລະຮຸ່ນ ນັບແຕ່ການຕໍ່ສູ້ປົດປ່ອຍຊາດ, ມູນເຊື້ອແຫ່ງການສ້າງຕັ້ງ ແລະ ການເຕີບໃຫຍ່ຂະຫຍາຍຕົວ, ຂະບວນການວິວັດຈົນເຖິງປັດຈຸບັນ ໄດ້ຜ່ານຫຼາຍໄລຍະ ເຊິ່ງແຕ່ລະໄລຍະປະຫວັດສາດນັ້ນ ໄດ້ກຳເນີດ ບັນພະບູລຸດ, ວິລະຊົນທີ່ມີຊື່ສຽງຮຽງນາມຫຼາຍທ່ານ, ພວກເພິ່ນເຫຼົ່ານັ້ນ ໄດ້ຕິດພັນກັບການຕໍ່ສູ້ ໍເພື່ອການສ້າງຕັ້ງ, ເພື່ອຄວາມໝັ້ນຄົງ ແລະ ການສ້າງສາພັດທະນາປະເທດຊາດ, ບໍ່ວ່າຈະຢູ່ໃນໄລຍະໃດກໍຕາມ ຊາວໜຸ່ມແມ່ນມີບົດບາດອັນສຳຄັນໃນການຕໍ່ສູ້ປົກປັກຮັກສາ ແລະ ສ້າງສາບ້ານເມືອງ ເຊິ່ງມີຊາວໜຸ່ມຈຳນວນບໍ່ໜ້ອຍໄດ້ເສຍສະລະຊີວິດ ເພື່ອປົກປັກຮັກສາເອກະລາດ, ນັບແຕ່ມື້ສ້າງຕັ້ງ ພັກປະຊາຊົນ ປະຕິວັດລາວ ເປັນຕົ້ນມາ ຊາວໜຸ່ມຈຶ່ງໄດ້ຖືກຂະໜານນາມ ວ່າ: ເປັນແຂນຂວາຂອງພັກ ເປັນກະດູກສັນຫຼັງຂອງປະເທດຊາດ, ເປັນຜູ້ສືບທອດທີ່ຈົງຮັກພັກດີຂອງປະເທດຊາດ.

ຈາກນັ້ນ ສະຫາຍ ຍັງໄດ້ຜ່ານມະຕິກອງປະຊຸມໃຫຍ່ຄົບຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນ ປະຕິວັດລາວ ຄັ້ງທີ 4 ສະໄໝທີ VII ແລະ ມະຕິກອງປະຊຸມຄົບຄະນະບໍລິຫານງານຊາວໜຸ່ມແຂວງ ເປີດກວ້າງ ຄັ້ງທີ 5 ສະໄໝທີ VII  ຕື່ມອີກ. ຕອນທ້າຍ, ສະຫາຍ ພັທ ສີວອນ ໄຊຍະວົງ ຍັງໄດ້ໂອ້ລົມ ແລະ ໃຫ້ທິດຊີ້ນຳຕໍ່ອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງພາຍ ໃນກຳລັງ ປກສ ແຂວງ ໂດຍເນັ້ນໃຫ້ຄະນະຮາກຖານ ແລະ ສະມາຊິກ ຈົ່ງພ້ອມກັນສືບຕໍ່ເປັນເຈົ້າການປະຕິບັດໜ້າທີ່ວຽກງານວິຊາສະເພາະທີ່ຖືກມອບໝາຍໃຫ້ສູງກວ່າເກົ່າ, ມີຄວາມຈົງຮັກພັກດີ, ມີທັດສະນະແນວຄິດການເມືອງໜັກແໜ້ນ, ຮູ້ຈຳແນກມິດ-ສັດຕູຢ່າງຈະແຈ້ງ, ມີມະນຸດສຳພັນທີ່ດີ, ຜູກແໜ້ນຄວາມສາມັກຄີໃຫ້ກວ້າງຂວາງ, ຄຸ້ມຄອງບັນຊາສະມາຊິກເຄື່ອນໄຫວເຮັດໜ້າທີ່ວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ-ຖືກຕ້ອງ, ໂປ່ງໃສ ແລະ ພ້ອມກັນພັດທະນາຄວາມຮູ້-ຄວາມສາມາດໃຫ້ໄດ້ຫຼາຍຂຶ້ນ ເພື່ອແນໃສ່ປັບປຸງອົງການຈັດຕັ້ງຊາວໜຸ່ມ-ແມ່ຍິງກຳລັງປ້ອງກັນຄວາມສະຫງົບໃຫ້ມີບາດກ້າວເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.